Ad

Ad

31 October 2013

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລ່ັງສະຫວັດ ຕ້ອນຮັບປະທານອົງການການບິນພົນລະເຮືອນສາກົນ



         ໃນວັນທີ 30 ຕຸລານີ້ຢູ່ຫ້ອງວ່າການລັດຖະບານ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳ ວຽກງານເສດຖະກິດ ໄດ້ໃຫ້ ກຽດຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ ທ່ານ ໂຣເບີໂຕ ​ໂກ​ເບ ກອນຊາເລສ (Roberto Kwbeh Gonzalez) ປະທານ​ອົງການການບິນພົນລະເຮືອນສາກົນ ໃນໂອກາດ​ເດີນທາງ​ມາ​ຢ້ຽມຢາມລາວແຕ່​ວັນ​ທີ 29 ຕຸລາ-3 ພະຈິກ 2013.
            ຮອງ​ນາຍົກລັດຖະ ມົນຕີ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ການ​ມາ​ຢ້ຽມຢາມ​ລາວຂອງ​​ປະທານ​ອົງການການບິນພົນ ລະ ເຮືອນສາກົນ ໃນຄັ້ງນີ້ ເຊິ່ງ​ເປັນ​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມືລະຫວ່າງ ​ສປປ ລາວ ​ແລະ ອົງ ການການບິນພົນລະ ເຮືອນສາກົນ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ.ພ້ອມ​ນີ້​ຮອງ ນາຍົກ​ລັດຖະມົນຕີ ຍັງ​ໄດ້​ຊີ້​ແຈງ​ກ່ຽວກັບ​ສະພາບ​ເຮືອ​ບິນ ATR 72 ຂອງ​ສາຍ​ການບິນ​ລາວ​ຕົກຢູ່​ແຂວງ​ຈຳປາ​ສັກ​ໃນ​ກາງ​ເດືອນ​ຕຸລານີ້ວ່າເປັນ​ເຫດການ​ທີ່​ບໍ່​ເພິ່ງ​ປາຖະໜາ,ແຕ່​ເມື່ອ​ເກີດ​ຂຶ້ນລັດຖະບານ ​ແລະ ທຸກ​ພາກສ່ວນ​ກ່ຽວຂ້ອງ​ໄດ້​ເອົາ​ໃຈ​ໃສ່​ຊ່ວຍ​ເຫລືອ​ຢ່າງ​ເຕັມທີ. ສະນັ້ນຮຽກຮ້ອງ​ໃຫ້​ອົງການການບິນພົນລະເຮືອນສາກົນຈົ່ງ​ໃຫ້ການ​ຮ່ວມ​ມື​ສະໜັບສະໜູນ​ເພື່ອ​ພັດທະນາ​ການບິນ​ລາວ ໃຫ້​ມີ​ຄວາມ​ປອດ​ໄພ​ສູງ.

             ປະທານອົງການ ການບິນພົນລະເຮືອນສາກົນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່​ຮອງ​ນາຍົກລັດຖະມົນຕີ ທີ່​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ​ມີຄຳ​ເຫັນ​ວ່າ​:ຜ່ານ​ມາ​ສາຍ​ການ​ລາວ ກໍ​ມີ​ຄວາມ​ປອດ​ໄພ​ດີ ​ແຕ່​ເຫດການ​ທີ່​ເກີດ​ຂຶ້ນຢູ່​ແຂວງ​ຈຳປາ​ສັກ​ ​ເຖິງ​ວ່າ​ທຸກ​ຄົນ​ຈະ​ບໍ່​ເພິ່ງ​ປາຖະໜາ ​ແຕ່​ກໍ​ເປັນ​ສິ່ງ​ທີ່​ຫລີກ​ບໍ່​ໄດ້ ​ແລະ ກໍ​ເປັນ​ບົດຮຽນ​ສຳຄັນ​ ທີ່​ຈະ​ໄດ້​ຊ່ວຍ​ໃຫ້ການ​ບິນ​ມີ​ການ​ພັດທະນາ​​ມາດ ຕະຖານ​ຄວາມ​ປອດ​ໄພ​ສູງ​ສຸດ.
            ອົງການການບິນພົນລະ ເຮືອນສາກົນ ​ແມ່ນ​ອົງການ​ພິ​ເສດ​ຂອງ​ອົງການສະຫະ​ປະຊາ​ຊາດ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ເມື່ອ​ປີ 1944, ປັດຈຸ​ບັນ​ ມີສະມາຊິກ​ທັງ ໝົດ 191 ປະ​ເທດ,ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່ເມືອງມົງ​ເຮ​ອານ ປະ​ເທດ​ກາ​ນາ​ດາ. ອົງການ​ດັ່ງກ່າວ ມີ​ບົດບາດ​ການ​ສົ່ງ​ເສີມ​ຄວາມ​ປອດ​ໄພ ​ແລະ ພັດທະນາ​ການບິນ​ພົນລະ​ເຮືອນ​ໃນ​ທົ່ວ​ໂລກ,ການ ສ້າງ​ມາດ ຕະຖານ,ຂໍ້​ກຳນົດ​ກົດ​ລະບຽບກ່ຽວກັບ​ການ​ຮັກສາ ຄວາມ​ປອດ​ໄພ​ຂອງ​ການບິນ​ໃຫ້​ມີ​ປະສິດທິພາບ ​ແລະ ​ເປັນ​ປົກກະຕິ ທັງ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນ​ການ​ຂົນ​ສົ່ງ​ທາງ​ອາກາດ. ສຳລັບ ສປປ ລາວ ​ໄດ້​ເຂົ້າ​ເປັນ​ສະມາຊິກ ​ແລະ ​ໃຫ້​ສັດຕະຍາບັນ​ສົນທິສັນ ຍາ ວ່າ​ດ້ວຍການບິນພົນລະເຮືອນ ສາກົນຫລາຍ​ສະບັບ ​ແຕ່​ປີ 1955- 1971.ຕະຫລອດ​ໄລຍະ​ຜ່ານ​ມາ, ສປປລາວ ​ໄດ້​ເອົາ​ໃຈ​ໃສ່​ຍົກ​ລະ ດັບ ​ແລະ ພັດທະນາ​ຕົນ​ເອງ ເພື່ອ​ບັນລຸ​ມາດຕະຖານ​ຄວາມ​ປອດ​ໄພ ​ແລະ ການ​ຮັກສາ​ຄວາມ​ປອດ​ໄພ​ ຂອງອົງ ການການບິນພົນລະ ເຮືອນສາກົນວາງ​ອອກ.ນັບ​ແຕ່​ປີ 2002 ​ເປັນຕົ້ນ​ມາ,ສປປລາວ ​ໄດ້​ເຂົ້າ​ຮ່ວມ​ຫລາຍ​ໂຄງການ​​ຄວາມ​ປອດ​ໄພ​ການບິນທັງ​ໃນ​ພາກພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້,ພາກ ພື້ນອາຊີ-ປາຊີ​ຟິກ ​ແລະ ​ໃນ​ສະຫະ ພາບ​ເອີຣົບ ຊຶ່ງ​ແຕ່ລະ​ໂຄງການ​ ໄດ້​ມີ​ຊ່ຽວຊານ​ຈາກອົງການການ ບິນພົນລະເຮືອນສາກົນ ​ແລະ ປະ​ເທດ​ອື່ນໆມາ​ຊ່ວຍເ​ຝິກ​ອົບຮົມ​ໃຫ້​ວິຊາ​ການຂອງ​ລາວເພື່ອ​ຍົກ​ລະດັບ​ຄວາມ​ອາດ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ມະຫາ​ພາກ​ຕໍ່ຫົວ ໜ່ວຍທຸລະ​ກິດທີ່​ດຳ​ເນີນ​ການ​ບໍລິການການ​ບິນ​ໃນລາວ.​

No comments:

Post a Comment