Ad

Ad

31 October 2013

ປະເທດສະມາຊິກອາຊຽນຮ່ວມກັນປັບປຸງລະບົບປະກັນສັງຄົມ



           ໃນ​ກອງ​ປະຊຸມ​ສະພາ​ບໍລິ ຫານສະມາຄົມ​ປະກັນ​ສັງຄົມ​ ອາ​ຊຽນ ຄັ້ງທີ 30 ທີ່ ສປປ ລາວ ຮັບ​ກຽດ​ເປັນ​ເຈົ້າພາບ ໄດ້ຈັດ​ຂຶ້ນຢູ່​ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 30 ຕຸລາ 2013 ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມຂອງທ່ານ ບຸນ​ຄົງ ຫລ້າ​ສຸ​ກັນ ລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງ​ແຮງ​ງານ ​ແລະ ສະ ຫວັດດີ​ການ-​ສັງຄົມ ​ແລະ ທ່ານ ​ແອວ​ວິ ຈີ​ມາດ​ຊາດ​ຢາ (Elvyn Gmasassya) ປະທານ​ສະພາ​ບໍລິ ຫານ​​ສະມາ ຄົມ​ປະກັນ​ສັງ ຄົມ ​ອາ​ຊຽນນັ້ນ,ບັນດາ​ປະ​ເທດ​ສະມາຊິກ​ ອາ​ຊຽນ ໄດ້​ພ້ອມ​ກັນແລກປ່ຽນ​ບົດຮຽນ ​ແລະ ປຶກສາ​ຫາລື​ ​ເພື່ອ​ປັບປຸງລະບົບການປະກັນ​ສັງຄົມ ຂອງ​ແຕ່ລະ​ປະ​ເທດ​ໃຫ້​ສອດຄ່ອງ​ ກັບ​ສະ ພາບ​ຄວາມ​ເປັນ​ຈິງ​ຂອງ​ພາກພື້ນ ​ແລະ ສາກົນເທື່ອ​ລະ​ກ້າວ ​ແນໃສ່ຮັບປະກັນ​ໃຫ້​ແກ່​ການ​ສ້າງ​ເປັນ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015.
           ໃນກອງປະຊຸມ,ຜູ້​ແທນ​ທີ່ ເຂົ້າຮ່ວມຍັງ​ໄດ້​ພ້ອມ​ກັນ​ທົບ ທວນຄືນ ​ແລະ ຮັບຮອງ​ເອົາ​ບາງ​ເນື້ອ​ໃນ ​ທີ່​ໄດ້​ປຶກສາ​ຫາລື​ກັນ​ໃນ​ກອງ​ປະຊຸມ​ຄ້ັງຜ່ານ​ມາ ​ແລະ ​ໄດ້​ຖອດ​ຖອນ​ບົດຮຽນ​ຮ່ວມ​ກັນກ່ຽວ​ ກັບ​ການ​ສ້າງຕັ້ງກອງ​ທຶນ​ປະກັນ​ສັງຄົມ​ໃຫ້​ມີ​ຄວາມ​
ເຂັ້ມ​ແຂງ ​ແລະ ຍືນ​ຍົງ. ສຳລັບ ສປປ ລາວ ​ກອງ​ປະຊຸມ​ຄັ້ງນີ້​ ແມ່ນ​ມີ​ຄວາມ​ສຳຄັນ​ຫລາຍ ເພາະ​ເປັນ​ໂອກາດ​ອັນ​ດີ​ ທີ່​ຈະ​ໄດ້​ແລກປ່ຽນ​ບົດຮຽນ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນກ່ຽວ​ກັບ​ການ​ເຄື່ອນ​ຍ້າຍ​ແຮງ​ງານ, ການ​ບໍລິການປະກັນ​ສັງຄົມ, ບັນຫາ​ການ​ຫວ່າງ​ວຽກ, ການ​ເພີ່ມ​ຂຶ້ນຂອງ​ຜູ້​ຊະລາ ​ແລະ ອື່ນໆ ​ທີ່​ຍັງ​ເປັນ​ສິ່ງ​ທ້າ​ທາຍ ຕໍ່​ປະ​ເທດ​ ຕໍ່​ການ​ກ້າວ​ເຂົ້າ​ເປັນ​ປະຊາ​ຄົມ​ອາ​ຊຽນ​ ໃນ​ປີ 2015.
           ໃນ​​ໂອກາດ​ກ່າວ​ເປີດ​ກອງ​ ປະຊຸມ,ທ່ານ ບຸນ​ຄົງ ຫລ້າ​ສຸ​ກັນ ​ໄດ້​ກ່າວ​ວ່າ: ລັດຖະບານ​ລາວ ​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ ​ໃນ​ການ​ຂະຫຍາຍ​ກ​ານ​ປະກັນ​ສັງ ຄົມ-ປະກັນ​ສຸຂະພາບ ​ໃຫ້​ທົ່ວ​ເຖິງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ຕ້ອງ​ໃຫ້​ກວມ 50% ຂອງ​ຈຳນວນ​ພົນລະ​ເມືອງໃນ​ປີ 2015. ພ້ອມ ທັງ​ໄດ້​ເອົາ​ໃຈ​ໃສ່ປັບປຸງ​ລະບົບ​ປະກັນ​ສັງຄົມ​ແຫ່ງ​ຊາດ​ ໃຫ້​ມີ​ຄວາມ​ເຂ້ັມ​ແຂງຕາມທີ່​ໄດ້​ກຳ ນົດ​ໄວ້ໃນກົດໝາຍ​ວ່າ​ດ້ວຍ​ປະ ກັນ​ສັງຄົມ​ຄຽງ​ຄູ່​ກັບ​ການ​ປັບ ປຸງ​ກອງ​ທຶນ​ປະກັນ​ສຸຂະພາບ​ໃຫ້​ເຂັ້ມ​ແຂງ ​ແລະ ເພີ່ມ​ການ​ບໍລິການ​ສຸຂະພາບ ​ໃຫ້​ຜູ້​ປະກັນ​ຕົນ​ຢ່າງ​ມີ​ຄຸນ​ນະພາ​ບເພື່ອ​ແນ​ໃສ່​ຈັດຕັ້ງ ປະ ຕິບັດ​ເປົ້າໝາຍ​ສະຫັດ​ສະ​ວັດ ​ດ້ານ​ການ​ພັດທະນາ ​ໃຫ້​ບັນລຸ​ຕາມ​ເປົ້າໝາຍ​ທັງ​ຮັບປະກັນ​ແກ່​ການ​ເຂົ້າ​ເປັນ​ປະຊາ​ຄົມ​ອາ​ຊຽນ ໃນ​ປີ 2015.

No comments:

Post a Comment