ນີ້ແມ່ນຄຳຖາມທີ່ຕອບໄດ້ຍາກພາະແຕ່ລະປີພາຍຫລັງ
ເລີ່ມເຂົ້າສົກຮຽນໃໝ່ມາແລ້ວ, ບັນຫາຫ້ອງພັກ ແລະ ການ ຊອກເງິນເພື່ອສະໜັບສະໜູນໃຫ້ລູກຫລານ
ໄດ້ເຂົ້າສຶກສາຮ່ຳຮຽນຢູ່ຕາມມະ ຫາວິທະຍາໄລ ແລະ ໂຮງຮຽນວິ ຊາຊີບຕ່າງໆ ຈະກາຍເປັນພາລະ ອັນໜັກໜ່ວງໃຫ້ຜູ້ປົກຄອງ
ແລະ ພໍ່ແມ່ເພາະນັກຮຽນ-ນັກສຶກສາ ສ່ວນໃຫຍ່ມາຈາກເຂດແຂວງ ຕ່າງໆ ເພື່ອມາຮັບການສຶກສາຢູ່ ນະຄອນຫລວງວຽງຈັນ
ແລະ ໃນຂະນະນັ້ນ, ສິ່ງຕ້ອງການຂອງເຂົາ ເຈົ້າແມ່ນບ່ອນພັກເຊົາ ແລະ ເງິນ ໃຊ້ຈ່າຍໃນຊີວິດປະຈຳວັນ,
ບາງສະຖາບັນກໍມີຫ້ອງພັກສຳລັບນັກສຶກສາແຕ່ບໍ່ຫລາຍ ແລະ ບາງສະຖາບັນແມ່ນບໍ່ມີຫໍ ພັກເລີຍຈຳເປັນ
ທີ່ນັກສຶກສາເຫລົ່ານັ້ນຕ້ອງ ໄດ້ ດີ້ນຮົນຊອກຫ້ອງແຖວເພື່ອເຊົ່າ, ເຖິງວ່າລາຄາບໍ່ແພງແຕ່ທຽບໃສ່ລາຍຮັບ
ຂອງຄອບຄົວນັກສຶກສານັ້ນທີ່ອາໄສພຽງແຕ່ການຂາຍຜົນຜະລິດກະສິກຳເທົ່ານັ້ນແມ່ນມີຄວາມຫຍຸ້ງຍາກກ່ອນຈະຮຽນຈົບ
ວິຊາໃດໜຶ່ງໄດ້. ນອກຈາກນັ້ນ, ເຂົາເຈົ້າຍັງຕ້ອງໄດ້ໃຊ້ຈ່າຍຊື້ຢູ່ຫາກິນປະຈຳວັນ, ຈ່າຍຄ່າຮຽນ
ແລະ ເອກະສານອັນຈຳເປັນ ອື່ນໆຢູ່ໂຮງຮຽນແມ່ນມີຂຶ້ນຕະຫລອດ. ພ້ອມນັ້ນ ຍັງຈະຕ້ອງໄດ້ຈ່າຍຄ່າທຳນຽມພັກເຊົາໃຫ້ອຳນາດການປົກຄອງບ້ານຢ່າງ
ໜ້ອຍຜູ້ໜຶ່ງ 50.000 ກີບ/ ເດືອນ ອັນເປັນລາຍຈ່າຍທີ່ບໍ່ຄ່ອຍສົມເຫດສົມຜົນປານໃດ ແລະ ຮ້າຍແຮງໄປກວ່ານັ້ນ,
ບັງເອີນ
ມີໝູ່ຄູ່, ພີ່ນ້ອງ ຫລື ພໍ່ແມ່ມາຢ້ຽມຢາມຖ້າໄປແຈ້ງອຳນາດການປົກຄອງບໍ່ທັນກໍຈະຖືກປັບໃໝເປັນຈຳນວນເງິນບໍ່ໜ້ອຍ
ໂດຍ ເຂົາເຈົ້າກຳນົດເອງແລ້ວແຕ່ກໍລະນີ ແລະ ການຮັບເງິນດັ່ງກ່າວກໍຈະບໍ່ມີໃບບິນອັນໄດ້ສ້າງຄວາມຫຍຸ້ງຍາກເປັນທີ່ສຸດໃຫ້ແກ່ນັກ
ສຶກສາມາຈາກຕ່າງແຂວງ, ຍິ່ງທຸກຍາກຂາດເຂີນຢູ່ແລ້ວຍິ່ງຖືກຊ້ຳເຕີມ, ມີນັກສຶກສາຫລາຍຄົນທົນຕໍ່ສະພາບດັ່ງກ່າວບໍ່ໄດ້ກໍ
ຕ້ອງປະລະການຮຽນໄປກໍມີ ແລະ ກັບບ້ານກໍບໍ່ມີວຽກເຮັດງານທຳແລ້ວກໍຫລົງໄຫລຕົກເປັນເຫຍື່ອຂອງສິ່ງຫຍໍ້ທໍ້ຕ່າງໆ,
ເສຍອະນາຄົດ ແລະ ພ້ອມເສຍຊັບພະຍາກອນມະນຸດຂອງຊາດ.
ຕໍ່ບັນຫານີ້, ຫລາຍຄົນໃຫ້ທັດສະນະວ່າ: ເບື້ອງມະຫາພາກ
ແລະ ຂະແໜງການກ່ຽວຂ້ອງຄວນກວດກາຄືນລະບຽບ ການເສຍຄ່າທຳນຽມດັ່ງກ່າວ ແລະ ພ້ອມນັ້ນ ກໍຕ້ອງສົ່ງເສີມການສ້າງຫໍພັກເພື່ອອຳນວຍຄວາມສະດວກໃຫ້ແກ່ນັກຮຽນ- ນັກສຶກສາຈຶ່ງຈະຊ່ວຍໃຫ້ການບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດມີປະສິດທິຜົນ.
This comment has been removed by the author.
ReplyDeleteຢາກສະເໜີໃຫ້ມະຫາພາກ ກວດ ຄືນໝົດ ທຸກບ້ານ ເລື່ອງ ກຳນົດ ຄ່າ ທຳນຽມຢ່າງ: ຊ່ວງ 4-5 ປີ ຜ່ານມາ ຫລາຍບ້ານຫັນຫ້ອງການ ບ້ານ ເປັນຫ້ອງການ ສ້າງທຸລະກິດ ໃຫ້ຕົນເອງແລະພັກພວກ ຢ່າງ ອຶກກະທຶກ ກຳນົດ ລາຄາ ເອງ... ຖ້າບໍ່ເປັນເຊັນເພີ່ນກະບໍ່ໄດ້... ປະຊາຊົນ ຜູ້ເດືອດຮ້ອນ ຈະໄປຮ້ອງທຸກພາກສ່ວນໃດ ກໍ່ບໍ່ຮູ້.... ພາກລັດຖະບານ ຄວນກຳລາຄາກາງ
Delete