Ad

Ad

31 October 2013

ລາວ-ຫວຽດນາມເພີ່ມທະວີການຮ່ວມມືວຽກ​ງານສັດຕະວະແພດ



           ລະຫວ່າງວັນທີ 27-30 ຕຸ ລານີ້, ການ​ພົບ​ປະ ​ແລະ ຮ່ວມ​ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ຮ່ວມ​ມື​ດ້ານ​​ສັດຕະ​ວະ​ແພດ ລະຫວ່າງກົມລ້ຽງສັດ ແລະ ການ ປະມົງ ຂອງລາວ ນຳໂດຍ ທ່ານ ດຣ. ບຸນຂວາງ ຄຳບຸນເຮືອງ ຫົວໜ້າ ກົມດັ່ງກ່າວ ​ແລະ ກົມຮັກສາ ສະ ພາບສັດຫວຽດນາມນຳໂດຍທ່ານ ດາມຊວນແທັງ ຮອງຫົວໜ້າກົມ ດັ່ງກ່າວ ​ໄດ້​ມີ​ຂຶ້ນ​ໃນ​ໄລຍະ​ການ​ຢ້ຽມຢາມ​ລາວ​ຂອງ​ຄະນະ​ຜູ້​ແທນ​ດັ່ງກ່າວ ​ໃນ​ວັນ​ທີ 27-30 ຕຸລາ​ນີ້ ​ໂດຍ​ສະ​ເພາະ​ແມ່ນການຊ່ວຍ ເຫລືອຂອງຫວຽດນາມ ໃຫ້ແກ່ ລາວຕໍ່ການສະກັດກັ້ນ ພະຍາດລະ ບາດສັດຕາມຊາຍແດນ ຄືຊ່ວຍວິເຄາະ ແລະ ຢັ້ງຢືນຄືນພະຍາດໄຂ້ຫວັດສັດປີກ, ພະຍາດ ຫູກຳ່ໝູ ແລະ ພະຍາດປາກເປື່ອຍລົງເລັບ, ພ້ອມທັງຢືນຢັນ ຖ້າຫາກມີກໍລະ ນີເກີດພະຍາດສັດກະທັນຫັນ, ຝ່າຍ ຫວຽດ ນາມຍິນດີໃຫ້ການຊ່ວຍເຫລືອຢ່າງຮີບດ່ວນ ແລະ ທັນເວລາຕາມການສະ ເໜີຂອງຝ່າຍລາວ. ສ່ວນບັນຫາການກວດກາກັກ ກັ້ນການຍົກຍ້າຍສັດຈາກລາວໄປຫວຽດນາມ, ຝ່າຍຫວຽດນາມຢືນຢັນ ຈະສືບຕໍ່ໃຫ້ການຮ່ວມມືໃນການກວດພະຍາດດັ່ງ ກ່າວຕາມຊາຍແດນຢ່າງເຄັ່ງຄັດຖືກຕ້ອງຕາມມາດຕະຖານສາກົນ.
ພ້ອມນີ້ຫວຽດນາມຍັງມີຄວາມຍິນດີສືບຕໍ່ໃຫ້ການຊ່ວຍເຫລືອການຄຸ້ມຄອງຄຸນນະພາບຢາປ້ອງກັນພະຍາດອະ ຫິວາເປັດ ເຊິ່ງຝ່າຍຫວຽດນາມໄດ້ສະໜອງ ຫົວເຊື້ອໃຫ້ແກ່ລາວມາ ກ່ອນ ແລ້ວ.ພ້ອມນີ້ຍັງຈະສືບຕໍ່ຕິດຕາມຄຸນນະພາບຂອງຢາປິ່ນປົວ ໃຫ້ໄດ້ມາດຕະຖານຕື່ມໃນລະດັບສາກົນ.

No comments:

Post a Comment