Ad

Ad

31 October 2013

ເຕືອນໃຫ້ລະວັງການເກີດອັກຄີໄພລະດູແລ້ງ



           ປັດຈຸບັນໄດ້ເລີ່ມເຂົ້າສູ່ລະ ດູແລ້ງແລ້ວອາດເປັນສ່ວນໜຶ່ງ ກໍ່ໃຫ້ເກີດເກີດອັກຄີໄພໄດ້ງ່າຍດັ່ງນັ້ນ ຈຶ່ງເຕືອນໃຫ້ປະ ຊາຊົນຊັ້ນຄົນຕ່າງໆໄດ້ເຊີດຊູສະຕິລະວັງຕົວສູງຕໍ່ການນຳໃຊ້ຟືນໄຟເຂົ້າໃນການດຳລົງຊີວິດຂອງຕົນໃນແຕ່ລະມື້.
       ພະແນກຕຳຫຼວດສະກັດກັ້ນ ແລະ ມອດໄຟນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສະເພາະອາທິດສຸດທ້າຍຂອງເດືອນຕຸລາ ນີ້ໄດ້ມີອັກ ຄີໄພເກີດຂຶ້ນ 2 ກໍລະນີຄື ໃນເວ ລາ ປະມານ 12 ໂມງຂອງວັນທີ 24 ຕຸລານີ້ ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານຈອມມະນີ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຍ້ອນໄຟຟ້າຊ໋ອດ ເຮັດໃຫ້ຫ້ອງນອນ 1 ຫ້ອງເສຍຫາຍ ແລະ ເວລາ ປະມານ 4 ໂມງ ຂອງ ວັນທີ 27 ຕຸລານີ້ ໄດ້ເກີດເຫດໄຟ ໄໝ້ເຮືອນປະຊາຊົນ ຢູ່ບ້ານໜອງ ບົວທອງເໜືອ ເມືອງ ສີໂຄດຕະ ບອງ ນະຄອນຫຼວງວຽງຈັນ ກໍ ເນື່ອງຈາກໄຟຟ້າຊ໋ອດ ແລະ ໃນ ໄລຍະ 6 ເດືອນຕົ້ນປີ 2013 ຢູ່ ນະ ຄອນຫຼວງ ວຽງຈັນ ໄດ້ ມີອັກຄີໄພ ເກີດຂຶ້ນ 30 ກວ່າເທື່ອມີມູນຄ່າການເສຍຫາຍຫຼາຍກວ່າ 11 ກີບ, ສາເຫດຂອງການເກີດອັກຄີໄພສ່ວນໃຫຍ່ແມ່ນ ມາຈາກການນຳໃຊ້ອຸປະກອນໄຟຟ້າບໍ່ຮັບປະກັນ ແລະ ປະໝາດ, ການໄຕ້ທູບທຽນບູຊາກໍເປັນສ່ວນໜຶ່ງພາໃຫ້ເກີດອັກຄີໄພໄດ້ ງ່າຍ.

        ດັ່ງນັ້ນ, ຈຶ່ງໄດ້ເຕືອນມາຍັງປະຊາຊົນທຸກຊັ້ນຄົນຈົ່ງຖືເປັນບັນຫາສຳຄັນໃນການນຳໃຊ້ຟືນໄຟເພື່ອຫຼີກເວັ້ນການເສຍ ຫາຍທີ່ອາດເກີດຂຶ້ນໂດຍສະເພາະປັດຈຸບັນ, ສະພາບອາກາດແຫ້ງແລ້ງ ແລະ ມັກເກີດອັກຄີໄພໄດ້ງ່າຍ.

No comments:

Post a Comment