ປັດຈຸບັນ, ການຄ້າໂສເພນີຂອງຊາວຕ່າງດ້າວພວມເກີດ
ແຜ່ຫລາຍໃນ ປະເທດເຮົາໂດຍສະເພາະຢູ່ນະຄອນຫລວງ ວຽງຈັນ, ສ່ວນຫລາຍຍິງສາວທີ່ຂາຍບໍລິ ການດັ່ງກ່າວຈະແຝງຕົນຢູ່ໃ
ຮ້ານກາເຟ ຫລື ຮ້ານອາຫານທີ່ຄົນຕ່າງດ້າວເປັນເຈົ້າ ຂອງ ເຊິ່ງ ເມື່ອອາທິດຜ່ານມາຢູ່ເມືອງໄຊທານີ, ເຈົ້າໜ້າທີ່ສະເພາະກິດໄດ້ລົງກວດ ສະຖານບໍລິການກິນດື່ມ, ຮ້ານກາເຟຂອງຊາວ ຕ່າງດ້າວ
10 ຮ້ານ ພົບສາວບໍລິການ 26 ຄົນ ທັງໝົດແມ່ນຖືໜັງສືເດີນທາງໃນນາມນັກທ່ອງທ່ຽວ ອາຍຸສະເລ່ຍ 17-20 ປີ ແລະ ມີບາງຮ້ານເຄີຍຖືກເຈົ້າໜ້າທີ່ສຶກສາອົບຮົມມາແລ້ວຫລາຍເທື່ອເພື່ອໃຫ້ ຢຸດການໃຫ້ບໍລິການສາວໂສເພນີ
ເຊິ່ງເປັນການ ກະທຳຜິດກົດໝາຍ ແລະ ຜິດຕໍ່ຮີດຄອງປະເພນີຂອງລາວ ແລະ ສ້າງຄວາມ ບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມໂດຍເຈົ້າໜ້າທີ່ໄດ້ນຳເຈົ້າຂອງຮ້ານ ແລະ ຍິງສາວບໍລິການທັງໝົດມາສຶກສາອົບຮົມເພື່ອ ບໍ່ໃຫ້ມີການກະທຳຄືດັ່ງກ່າວອີກຕໍ່ໄປ.
No comments:
Post a Comment