ເຈົ້າໜ້າທີ່ຫ້ອງຕຳຫຼວດນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:
ໃນວັນທີ 21 ຕຸລານີ້ ໄດ້ເກີດເຫດການປຸ້ນຊັບປະເພດລົດຈັກ ຂອງພົນລະເມືອງ ຢູ່ໜ້າໂຮງຮຽນສັບພະວິຊາ
ເຊິ່ງກຸ່ມໂຈນດັ່ງກ່າວໄດ້ອ້າງຕົນເອງວ່າເປັນເຈົ້າໜ້າທີ່ຕຳຫຼວດໂດຍການໃຊ້ ວາຈາຈອບອອຍຜູ້ຂັບຂີ່ລົດໃຫ້ເຊື່ອຟັງຕໍ່ຄຳຫຼອກລວງຂອງພວກຄົນບໍ່ດີດັ່ງກ່າວ.
ຜູ້ຖືກເຄາະຮ້າຍ ແຈ້ງວ່າ: ເວລາປະມານ 4
ໂມງ ເຊົ້າຂອງວັນທີ 21 ຕຸລານີ້, ລູກຊາຍຊື່ທ້າວ ວອນ ອາຍຸ 21 ປີ ໄດ້ ຂີ່ລົດກັບມາຈາກການໄປສົ່ງໝູ່ຢູ່ບ້ານທົ່ງກາງ
ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພໍຂີ່ມາຮອດເຂດ ບ້ານໂສກປ່າຫຼວງ ນ້ຳມັນລົດໝົດ, ໃນເວລານັ້ນໄດ້ມີຜູ້ຊາຍ
3 ຄົນ ນຳໃຊ້ລົດ ຈັກ 2 ຄັນ ໄດ້ຈອດລົດລົງຖາມຜູ້ກ່ຽວວ່າລົດຈັກເປັນຫຍັງ? ແລ້ວ ໄດ້ຕອບວ່າໝົດນ້ຳມັນ,
ຊາຍທັງ 3 ຈຶ່ງໄດ້ດູດເອົານ້ຳມັນລົດມາໃຫ້ ແລ້ວບອກວ່າພວກເຮົາເປັນເຈົ້າໜ້າທີ່ຕຳຫຼວດ ແລະ
ໄດ້ບອກຂັບລົດເຂົ້າໄປຫ້ອງການໂດຍຄົນຮ້າຍເປັນຜູ້ຂັບພໍໄປຮອດໜ້າໂຮງຮຽນສັບພະວິຊາ ພວກໂຈນ ໄດ້ຈອດລົດແລ້ວຈົກ
ເອົາງ້າວມາຈີ້ເອົາລົດດັ່ງກ່າວຫຼົບໜີ.
ເຈົ້າໜ້າທີ່ຫ້ອງຕຳຫຼວດ ໃຫ້ຮູ້ວ່າ: ນັບແຕ່ວັນທີ
23 ຫາ 29 ຕຸລານີ້ ຢູ່ນະຄອນຫຼວງວຽງຈັນ ມີສະພາບຫຍໍ້ທໍ້ເກີດ ຂຶ້ນ 60 ກວ່າເລື່ອງ, ພົ້ນເດັ່ນແມ່ນສະພາບປຸ້ນຈີ້-ຊີງຊັບ
ແລະ ລັກຊັບພົນລະເມືອງເກີດຂຶ້ນ 30 ກວ່າເລື່ອງ ໃນນັ້ນມີລົດ ໃຫຍ່ຖືກລັກ 1 ຄັນ, ລົດ ຈັກ
11 ຄັນ.
ປັດຈຸບັນ, ເຈົ້າໜ້າທີ່ ໄດ້ເພີ່ມທະວີຕິດຕາມນຳຈັບພວກຄົນຮ້າຍມາດຳເນີນຄະດີຕາມລະບຽບກົດໝາຍເຊິ່ງ
ໃນຂະນະ ດຽວກັນ, ທ່ານພົນຈັດຕະວາ ດຣ ບຸນຊູ ນາມມະຈັກ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ
ຍັງໄດ້ໃຫ້ຂໍ້ແນະ ນຳເຈົ້າໜ້າທີ່ຕຳຫຼວດໃຫ້ສຸມໃສ່ການຕິດຕາມລາດຕະເວນເພື່ອສະກັດກັ້ນ ການເຄື່ອນໄຫວລັກລອບປຸ້ນຈີ້-ຊີງຊັບຂອງພົນລະ
ເມືອງ ໂດຍສະເພາະແມ່ນໃຫ້ເລັ່ງໃສ່ຕິດຕາມຢ່າງໃກ້ຊິດຈຳພວກທີ່ນອນໃນເປົ້າໝາຍເພື່ອມ້າງກຸ່ມຄົນບໍ່ດີດັ່ງກ່າວໃຫ້ໝົດໄປ.
No comments:
Post a Comment