ປັດຈຸບັນປະກົດການຫຍໍ້ທໍ້ໃນສັງຄົມ, ບໍ່ວ່າຈະຢູ່ໃນນະຄອນຫຼວງວຽງຈັນ
ແລະ ເຂດແຂວງຕ່າງໆ, ໄດ້ມີແຜ່ຫລາຍ, ໂດຍສ່ວນໃຫຍ່ມາຈາກໄວໜຸ່ມຜູ້ທີ່ຮູ້ເທົ່າບໍ່ເຖິງການ,
ຫຼົງໄຫຼ, ມົວເມົາກັບສິ່ງເພີດເພີນ, ເຮັດໃຫ້ເຂົາຫຼົງໄຫຼໄປກັບສິ່ງບໍ່ດີດັ່ງ ກ່າວ, ກາຍເປັນຄົນເສຍທາດຂາດຄຸນ,
ຂີ້ລັກມັກຊົກ, ມົວເມົາກັບສິ່ງເສບຕິດ, ເຮັດໃຫ້ບ້ານເມືອງບໍ່ມີຄວາມສະຫງົບ, ສັງຄົມ ມີຄວາມຫຍໍ້ທໍ້
ແລະ ສິ່ງໜຶ່ງກໍເນື່ອງມາຈາກພໍ່ແມ່ຜູ້ປົກຄອງຈຳນວນໜຶ່ງຖືເບົາ, ຂາດຄວາມເອົາໃຈໃສເບິ່ງແຍງດູແລລູກຫຼານ
ຂອງຕົນ, ບໍ່ໃຫ້ຄວາມຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ, ລວມໄປເຖິງຄູອາຈານ ຢູ່ໂຮງຮຽນ, ໃນເມື່ອເກີດກໍລະນີບໍ່
ດີຂຶ້ນຊ້ຳພັດມັກຖິ້ມຄວາມຜິດໃຫ້ຄູ-ອາຈານ, ໂດຍບໍ່ຄຳນຶ່ງເຖິງການກະທຳຂອງລູກຫຼານຂອງຕົນ,
ບໍ່ສະເພາະແຕ່ເທົ່ານັ້ນພັດ ຍັງເຂົ້າຂ້າງລູກຫຼານຂອງຕົນຊ້ຳ, ຈົນເຮັດໃຫ້ເຂົາເຈົ້າກາຍເປັນຄົນເສເພ,
ຮ້າຍແຮງໄປກວ່ານັ້ນແມ່ນເວລາລູກຫຼານຂອງຕົນກະ ທຳຄວາມຜິດ, ຖືກເຈົ້າໜ້າທີ່ຈັບໄດ້ໄລ່ທັນ,
ແຕ່ຜູ້ປົກຄອງຊ້ຳພັດເຊື້ອງອຳການກະທຳຜິດຂອງລູກຫຼານຕົນ, ສຸດທ້າຍເຮັດໃຫ້
ເຂົາເຈົ້າຕົກເປັນເຫຍື້ອຂອງສັງຄົມຢ່າງບໍ່ຮູ້ສຶກຕົວ,
ດັ່ງນັ້ນສິ່ງສຳຄັນພໍ່ແມ່ຜູ້ປົກຄອງ, ຕ້ອງເອົາໃຈໃສ່, ໃຫ້ການຮ່ວມມືຢ່າງໃກ້ ຊິດກັບຄູ-ອາຈານ,
ພ້ອມກັບອຳນາດການປົກຄອງ, ບວກກັບການເອົາໃຈໃສ່ຄຸ້ມຄອງເບິ່ງແຍງຂອງຄອບຄົວ, ພໍ່ແມ່ສ້າງອະນາ
ຄົດລູກຫຼານ,ໃຫ້ມີຄວາມສົດໃສ່, ຫ່າງໄກຈາກສິ່ງທີ່ບໍ່ດີຕ່າງໆ ແລະ ກາຍເປັນໜໍ່ແໜງຂອງຊາດ.
No comments:
Post a Comment