Ad

Ad

31 October 2013

ພັດທະນາສິນຄ້າຫັດຖະກຳລາວໃຫ້ສາມາດສົ່ງອອກສູ່ຕະຫລາດສາກົນ

          ​ໃນ​ງານ​ມະຫະ​ກຳ​ສິນຄ້າ​ຫັດຖະ​ກຳ​ລາວ ​ຄັ້ງ​ທີ 12 ກົມ​ສົ່ງ​ເສີມ ​ແລະ ພັດ ທະນາສິນຄ້າກະຊວງ​ອຸດ​ສາຫະ​ກຳ ແລະ ການ​ຄ້າ ​ໄດ້​ຈັດ​ສຳ​ມະ​ນາ​ພາຍ​ໃຕ້​ຫົວ​ຂໍ້ “ການ​ເຂົ້າ​ຫາ​ຕະຫລາດ ​ສ.ເກົາ ຫລີ ສຳລັບ​ສິນຄ້າ​ຫັດຖະ​ກຳ​ລາວ”  ໃນ​ວັນ​ທີ 30 ຕຸລາ ນີ້ ຢູ່ສູນ​ການ​ຄ້າ​ລາວ-​ໄອ​ເຕັກ, ນະຄອນຫລວງ​ວຽງ​ຈັນ   ​ໂດຍ​ການ​ເປັນ​ປະ ທານ​ຂອງທ່ານ ສົມ​ຫວັງ ນິນ​ທະ​ວົງ​ ຫົວໜ້າ​ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ, ທ່ານ ກີ ບຸນ ມຸນ (Ki bong Moon) ຫົວໜ້າ​ກົມ​ສູນ​ອາ​ຊຽນ-ສ​.ເກົາຫລີ, ມີ​ບັນ ດາສະມາ ຊິກ​ສະມາຄົມ​ຫັດຖະ​ກຳ, ວິທະຍາກອນ​ຈາກ​ປະ​ເທດ ສ.​ເກົາຫລີ ຊາວ​ຊ່າງ​ຫັດ​ຖະ​ກຳ ເຂົ້າ​ຮ່ວມ.
          ການຈັດຊຸດສຳມະນາ ຄັ້ງນີ້ ເພື່ອຊອກ​ຊ່ອງ​ທາງພັດ ທະນາສິນຄ້າ​ຫັດຖະ​ກຳ​ຂອງ​ລາວ​ ໃຫ້​ສາມາດສົ່ງ​ອອກ​ໄປ​ຕະ ຫລາດ​ສາກົນ​ໃຫ້​ເໝາະ​ສົມ​ກັບ​ລັກສະນະ​ການ​ນຳ​ໃຊ້, ​ໃນ​ຊິວິດ​ປະ​ຈຳ​ວັນ ​ແລະ ຮັກສາ​ໄດ້​ທາງ​ດ້ານ​ວັດທະນະ​ທຳ ​ໂດຍ​ສະ​ເພາະ​ເຂົ້າ​ຕະຫລາດ​ປະ​ເທດ ​ສ.ເກົາຫລີ. ນັກ​ສຳ​ມະ​ນາກ​ອນທີ່ເຂົ້າ​ຮ່ວມ ຈະ​ໄດ້​ຮັບ​ຟັງ ​ແລະ ​ຮຽນ​ຮູ້​ຈາກ​ວິ ທະຍາກອນ ສ.​ເກົາຫລີ
​ໃນ​ການ​ປະຍຸກສິນຄ້າ​ຫັດຖະ​ກຳ​ ໃຫ້​ເຂົ້າ​ກັບ​ສະພາບ​ສະ​ໄໝ​ໃໝ່, ການ​ພັດ ທະນາ​ຍຸດ​ທະ​ສາດ​ດ້ານ​ການ​ຕະ ຫລາດ​ ຂອງ​ສິນຄ້າ​ຫັດຖະ​ກຳ​ລາວ ​ແລະ ການ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ແກ່​ສິນຄ້າ​ຫັດຖະ​ກຳລາວ ​ໄປ​ປັບປຸງ​ພັດທະນາ​ຄຸນ​ນະພາ​ບ​ຜະ ລິດ​ຕະພັນ​ຂອງ​ຕົນ​ເອງ ​​​ໃນ​ການ​ກຽມພ້ອມ​ເຊື່ອມ​ໂຍງ​ການ​ເຂົ້າ​ເປັນ​ສະມາຊິກ​ປະຊາ​ຄົມ​ເສດ ຖະກິດ​ອາຊຽນ​ ໃນ​ປີ 2015 ​ແລະ ການ​ຮ່ວມ​ມື​ກັບ​ພາກ​ພື້ນ.
         ທ່ານ ສົມ​ຫວັງ ນິນ​ທະ​ວົງ ກ່າວ​ວ່າ: ພັກ-ລັດຖະບານ​ ​ໄດ້​ຫລິງ​ເຫັນ​ຄວາມ​ສຳຄັນ​​ການ​ສ້າງຄວາມ​​ເຂັ້ມ​ແຂງ​ໃຫ້​ແກ່​ທຸລະ​ກິດ​ພາຍ​ໃນ ​ໃຫ້​ສາມາດ​ດຳ​ເນີນ​ທຸລະ​ກິດ​ໄດ້​ໃນ​ເວທີ​ສາກົ​ນ ພ້ອມ​ນີ້​ ກໍມີ​ການ​ປັບປຸງ ​ແລະ ພັດທະ ນາ​ຄຸນ​ນະພາ​ບຂອງ​ສິນຄ້າ​ໃຫ້​ແທດ​ເໝາະ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ສົ່ງ​ອອກ ​ແລະ ຊອກ​ຫາ​ຕະຫລາດ​ໃຫ້​ແກ່​ຫົວ ໜ່ວຍ​ທຸລະ​ກິດ​ລາວ ​ດ້ວຍ​ຮູບ​ການ​ຕ່າງໆ. ພ້ອມ​ນີ້​ ກໍ​ຍັງ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ ໃຫ້​ແກ່​ຜູ້​ປະກອບ​ການ​ພາກ​ເອກະ​ຊົນ​ຂອງ​ລາວ ​ທີ່​ເຮັດ​ການ​ຜະລິດ​ຫັດຖະ​ກຳ​ ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ກັບ​ຕະຫລາດ​ ຂອງ ສ.​ເກົາຫລີ ​ແລະ ພັດທະນາ​ສິນຄ້າ​ຂອງ​ຕົນ​ໃຫ້​ສາມາດ​ທຽບ​ເທົ່າ​ກັບ​ສາກົນ​ໃນ​ອະນາ​ຄົດ.

No comments:

Post a Comment