ທ່ານ ດຣ. ຕາເລບ ຣີຟາຍ (Dr. TALEB RIFAI) ເລຂາທິການໃຫຍ່ອົງ ການທ່ອງທ່ຽວໂລກພ້ອມຄະນະໄດ້ເດີນ
ທາງມາຢ້ຽມຢາມ ສປປ ລາວ ແຕ່ວັນ ທີ 26-30 ຕຸລານີ້ ເພື່ອສະໜັບສະ ໜູນການພັດທະນາການທ່ອງທ່ຽວຢູ່ລາວໃຫ້
ຫລາຍຂຶ້ນ ແລະ ໃນຕອນບ່າຍຂອງວັນທີ 29 ຕຸລານີ້, ທ່ານເລຂາທິການໃຫຍ່ ໄດ້ເຂົ້າຢ້ຽມຂ່ຳນັບ
ແລະ ມອບໃບກຽດຕິຄຸນ ໃຫ້ທ່ານ ທອງສິງ ທຳ ມະວົງ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຢູ່ຫ້ອງວ່າການລັດ
ຖະບານ ນະຄອນຫລວງວຽງຈັນ ເພື່ອສະໜັບສະໜູນ ແລະ ຊຸກຍູ້ ໃຫ້ລັດຖະບານລາວຖືສຳຄັນໃນການສົ່ງເສີມ ການທ່ອງທ່ຽວໃຫ້ຫລາຍຂຶ້ນເພາະວ່າການ
ທ່ອງທ່ຽວສາມາດສ້າງລາຍຮັບໃຫ້ແກ່ປະເທດກໍຄືປະຊາຊົນບັນດາເຜົ່າ.
ໃນຕອນເຊົ້າມື້ດຽວກັນ, ເລຂາທິການໃຫຍ່ອົງການທ່ອງທ່ຽວໂລກ
ພ້ອມຄະນະກໍໄດ້ເຂົ້າຢ້ຽມຢາມພົບປະກັບທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ ໂດຍທ່ານລັດຖະ ມົນຕີໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການຢ້ຽມຢາມລາວເປັນເທື່ອທຳອິດຂອງທ່ານ
ດຣ. ຕາເລບ ຣີຟາຍ
ອັນເປັນການປະກອບສ່ວນເຂົ້າໃນການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວຂອງລາວໃຫ້ມີການຂະຫຍາຍຕົວດີຂຶ້ນເຊິ່ງໄລ
ຍະຜ່ານມາ, ສປປ ລາວ ກໍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກອົງການທ່ອງທ່ຽວໂລກ ເປັນຕົ້ນການພັດທະນາຊັບ
ພະຍາກອນມະນຸດ, ການໂຄສະນາເຜີຍແຜ່ການທ່ອງທ່ຽວລາວໃຫ້ຊາວໂລກໄດ້ຮັບຮູ້ເຊິ່ງໃນປີນີ້ກໍມີນັກທ່ອງທ່ຽວຕ່າງປະ
ເທດເຂົ້າມາທ່ຽວໃນ ສປປ ລາວ ເພີ່ມຂຶ້ນ ແລະ ສ້າງລາຍຮັບໄດ້ຫລາຍກວ່າເກົ່າ.
ຄະນະຜູ້ແທນອົງການທ່ອງທ່ຽວໂລກ ຍັງໄດ້ທ່ຽວຊົມຕະຫລາດນັດຫັດຖະກຳລາວ
ຄັ້ງທີ 12 ຢູ່ສູນການຄ້າລາວ-ໄອ ເຕັກ, ຕະຫລາດກາງຄືນສວນເຈົ້າອານຸວົງ, ພະທາດຫລວງ, ວັດສີສະເກດ,
ຫໍພະແກ້ວ ແລະ ສະຖານທີ່ບູຮານໃນນະຄອນ ຫລວງວຽງຈັນ ແລະ ກ່ອນມາເຖິງນະຄອນຫລວງວຽງຈັນ ທ່ານໄດ້ແວ່ຢ້ຽມຊົມສະຖານທີ່ທ່ອງທ່ຽວຫລາຍແຫ່ງຢູ່ເມືອງ
ມໍລະດົກໂລກຫລວງພະບາງເປັນຕົ້ນວັດຊຽງທອງ, ຖ້ຳຕິ່ງ, ບ້ານຫັດຖະກຳ, ຕາດກວາງຊີ ແລະ ອື່ນໆ.
No comments:
Post a Comment