ທ່ານ ຮອງນາຍົກລັດຖະມົນຕີ ອາຊາງ ລາວລີ,ໄດ້ໃຫ້ກຽດ
ໂອ້ລົມຕໍ່ກອງ ປະຊຸມ ເປີດກວ້າງ ຂອງຄະນະກຳມາທິ ການເພື່ອແມ່ ແລະ ເດັກແຫ່ງຊາດ ປະ ຈຳສົກປີ
2012-2013 ໃນວັນທີ 29 ຕຸລານີ້ ວ່າ:ການພັດທະນາແມ່ແລະເດັກ, ແມ່ນ ເປົ້າໝາຍໜຶ່ງຂອງການຈັດ
ຕັ້ງປະຕິບັດເປົ້າໝາຍສະຫັດສະ ວັດໂດຍສະເພາະແມ່ນການໃຫ້ໂອກາດ, ສົ່ງເສີມໃຫ້ແມ່ຍິງ
ແລະ ເດັກນ້ອຍໄດ້ຮັບການພັດທະນາໃນດ້ານຕ່າງໆເປັນຕົ້ນ: ສ້າງກາລະໂອກາດໃຫ້ແມ່ຍິງ
ແລະ ເດັກນ້ອຍສາມາດເຂົ້າເຖິງການບໍລິ ການດ້ານສັງຄົມເຊັ່ນ:ການສຶກສາ, ສາທາລະນະສຸກ
ແລະ ອື່ນໆ.
ທ່ານຮອງນາຍົກລັດຖະມົນຕີ ຊີ້ໃຫ້ເຫັນວ່າ:
ຄວາມຮັບຮູ້, ຄວາມເຂົ້າໃຈຂອງສັງຄົມຕໍ່ສິດສະເໝີພາບຍິງ-ຊາຍ, ສິດທິເດັກ, ຄວາມຮຸນແຮງຕໍ່ເດັກ,
ການໃຊ້ແຮງງານເດັກສ່ວນຫລາຍຍັງບໍ່ຖືກຕ້ອງ ແລະ ມີລັກສະນະຄອງເດີມ ພ້ອມນີ້
ໂອກາດດ້ານການສຶກສາ, ອັດຕາການຕາຍຂອງແມ່, ວຽກງານໂພສະນາການ, ນ້ຳສະອາດ ແລະ
ວຽກງານລະເບີດບໍ່ທັນແຕກຍັງເປັນໄພຂົ່ມຂູ່ຕໍ່ແມ່ຍິງ ແລະ ເດັກນ້ອຍ.
ເວົ້າລວມແລ້ວຂະບວນຍຸຕິທຳເດັກຍັງບໍ່ທັນໄດ້ຮັບການປັບປຸງໃຫ້ໄດ້ມາດຖານລວມທັງວຽກງານໂຄສະນາເຜີຍແຜ່ນິຕິກຳທາງກວ້າງ
ແລະ ທາງເລິກ, ການຝຶກອົບຮົມເຈົ້າໜ້າທີ່ກ່ຽວຂ້ອງຍັງບໍ່ສອດຄ່ອງ ແລະ ກົມ ກຽວກັບສະພາບຄວາມເປັນຈິງ.
ດັ່ງນັ້ນ ເພື່ອແກ້ໄຂຂໍ້ຄົງຄ້າງດັ່ງກ່າວ ຄະນະກຳມາທິການເພື່ອແມ່ ແລະ ເດັກ
ທຸກຂັ້ນນັບແຕ່ສູນກາງ ແລະ ທ້ອງຖິ່ນ ຕ້ອງເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ
ໂດຍສະເພາະຢ່າງຍິ່ງແມ່ນ ກະຊວງສຶກສາທິການ, ສາທາລະນະສຸກ, ສູນກາງສະຫະພັນແມ່ຍິງ,
ສູນກາງຊາວໜຸ່ມ, ສະຖາບັນການສຶກສາ, ສັງຄົມ ແລະຄອບຄົວ ເພື່ອພ້ອມກັນຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາທີ່ກ່ຽວພັນກັບແມ່
ແລະ ເດັກໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້. ສືບຕໍ່ຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ
ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຕິດພັນກັບຂະບວນການສ້າງຄອບຄົວ
ແລະ ບ້ານພັດທະນາ. ສິ່ງສຳຄັນ ແມ່ນສືບຕໍ່ໂຄສະນາ, ເຜີຍແຜ່ຂໍ້ມູນ ຂ່າວສານທີ່ຖືກຕ້ອງ,ຊັດເຈນ
ໃຫ້ສັງຄົມເຂົ້າໃຈຕໍ່ສິດສະເໝີພາບຍິງ-ຊາຍ, ການໃຊ້ຄວາມຮຸນແຮງໃນຄອບຄົວໂດຍສະເພາະແມ່ນຕໍ່ແມ່ຍິງ
ແລະ ເດັກນ້ອຍຄຽງຄູ່ກັບການປະສານງານ, ການຮ່ວມມືກັບຕ່າງປະເທດກ່ຽວກັບສິດທິເດັກເພື່ອກຽມກາລະໂອກາດໃນການເຊື່ອມໂຍງອາຊຽນໃນປີ
2015.
No comments:
Post a Comment