ໂດຍ : ວິເສດ ສະແຫວງສຶກສາ
ເຊື່ອວ່າເພື່ອນຄໍລຳ “ບັນຫາຈານແຍ່” ບາງຄົນຄົງໄດ້ອ່ານ
2 ບົດຂອງຈານແຍ່ກ່ຽວ ກັບປະທານ ໄກສອນ ພົມວິຫານ ທີ່ເຄົາລົບຂອງປວງຊົນລາວທັງຊາດເຊິ່ງອອກໃນຄໍລຳ ນີ້ປະຈຳວັນທີ
13 ແລະ 20 ເດືອນທັນວາຜ່ານມາຖືໄດ້ວ່າເປັນບົດຫັກມູມ ຈາກເລື່ອງ ແຍ່ໆມາເປັນບົດຄວາມທຳມະດາເຊິ່ງອາດເປັນເລື່ອງແປກສຳລັບບາງທ່ານ.
ເມື່ອອ່ານຄືນທັງສອງບົດທີ່ກ່າວມານັ້ນ, ຈານແຍ່ກໍເລີຍຄິດປວດຢາກຂຽນເພີ່ມເພື່ອ ແລກປ່ຽນກັບບັນດາເພື່ອນຮ່ວມ
ປາກກາທີ່ມີແຜນຂຽນບົດ ຫລື ຂຽນປຶ້ມຊີວະປະ ຫວັດຂອງຜູ້ນຳລາວຂັ້ນຕ່າງໆວ່າພວກເຮົາຄວນຂຽນແບບ ໃດຈຶ່ງຈະສາມາດສ່ອງແສງ ໄດ້ທັງສອງດ້ານໄປພ້ອມໆກັນ ຄືດ້ານທີໜຶ່ງແມ່ນກ່ຽວກັບວິລະກຳ, ການເສຍສະລະທີ່ບໍ່ ມີຂອບເຂດຂອງຜູ້ນຳລາວທຸກໆ ຂັ້ນ ບໍ່ວ່າຈະເປັນຂັ້ນສູນກາງ, ແຂວງລົງໄປເຖິງບ້ານ ແລະ ດ້ານທີສອງທີ່ຈານແຍ່ຢາກລົງເລິກສຳລັບບົດນີ້
ກໍຄືກ່ຽວກັບຊີວິດສ່ວນຕົວທີ່ເປັນແບບຢ່າງຂອງພວກເພິ່ນເຊັ່ນ: ການໃຊ້ຊີ ວິດແບບທຳມະດາໃນຄອບຄົວ,
ທັດສະນະຄະຕິຂອງພວກເພິ່ນກ່ຽວກັບຄວາມຮັກ, ຄວາມສົມຫວັງ-ຜິດຫວັງ, ທັດສະນະ ຂອງ
ພວກເພິ່ນຕໍ່ວັດທະນະທຳ,
ການກິນ, ນຸ່ງຖືຕະຫລອດຮອດການເຊື່ອຖືຂອງເພິ່ນ, ການສ້າງອະນາຄົດສ່ວນຕົວ ແລະ ທີ່ສຸດຂອງ ທີ່ສຸດນັ້ນ
ກໍຄືການວາງຕົວຂອງພວກເພິ່ນໃນກາລະເທສະທີ່ແຕກຕ່າງກັນ. ເຊື່ອວ່າເພື່ອນນັກຂຽນ-ນັກປະພັນຫລາຍທ່ານຄົງເຫັນຄືດຽວກັບຈານແຍ່ວ່າ.
ບົດຂຽນກ່ຽວກັບຊີວິດ ແລະ ການເຄື່ອນໄຫວຂອງ ຜູ້ນຳເຮົານັ້ນສ່ວນຫລາຍມັກຈະລົງເລິກແຕ່ບັນຫາ
ລວມເຊັ່ນ: ການຕໍ່ສູ້ຂອງພວກເພິ່ນທາງການເມືອງ ແລະ ການທະຫານ, ແຕ່ພວກເຮົາຍັງຂາດບົດກ່ຽວກັບພາກສ່ວນທີ່ເປັນຊີວິດສ່ວນຕົວຂອງເພິ່ນແທ້ໆ.
ພວກເຮົາເຄີຍອ່ານເລື່ອງຕະປິດຕະປີ່, ທຳມະດາ-ທຳມະດາ
ຂອງທ່ານ ເລນິນ, ທ່ານປະທານ ໂຮ່ຈີມິງ, ທ່ານ ມະຫາຕະ ມະຄານ ທີ (ອິນເດຍ) ແລະ ຜູ້ອື່ນໆ ທີ່ເວົ້າ
ເຖິງຊີວິດສ່ວນຕົວຂອງເພິ່ນ ເຊັ່ນ ຄວາມຮັກ, ການຮຽນ, ການພົວພັນຂອງພວກ ເພິ່ນກັບກຳມະກອນ,
ຊາວນາ, ນັກປະພັນ ຕະ ຫລອດຮອດເນື້ອໃນຈົດໝາຍ ຂອງພວກເພິ່ນເຖິງຄົນຮັກ, ເຖິງ ພໍ່ແມ່ ແລະ ເພື່ອນຮ່ວມສູ້ຮົບ.
ຈານແຍ່ວ່າເລື່ອງທຳມະດາເຫລົ່ານີ້ແມ່ນເມັດຊາຍເມັດ ນ້ອຍໆ ຫລື ດິນຈີ່ຫລາຍກ້ອນຄູນກັນຂຶ້ນເປັນເສົາ
ຄ້ຳໃຫ້ຜູ້ນຳຂອງພວກເຮົາຢື້ເຖິງໄຊຊະນະຂັ້ນສຸດທ້າຍ. ຈານແຍ່ວ່າຫລາຍທ່ານຄົງໄດ້ອ່ານເລື່ອງທ່ານ
ເລນິນ ພົບປະກັບນັກ ປະພັນ ມາກຊິມ ກອກ ກີ, ທ່ານ ເລນິນ ພົບກັບເດັກນ້ອຍ ແລະ ກຳມະກອນ.
ບັນດາຜູ້ນຳຂອງພວກເຮົາບໍ່ມີ ໃຜດອກລົ່ນລົງມາແຕ່ທ້ອງຟ້າ,
ທັງໝົດໄດ້ເຕີບໃຫຍ່ມາຈາກພື້ນ ຖານປະຊາຊົນທຳມະດາ, ຜ່ານ ການເຝິກຝົນຫລໍ່ຫລອມຈາກຂະ ບວນການປະຕິວັດແຕ່ນ້ອຍຫາ
ໃຫຍ່, ຈາກບົດຮຽນແຫ່ງຄວາມ ປະລາໄຊ, ເຈັບປວດ ສູ່ໄຊຊະນະ. ຍ້ອນແນວນີ້ ພວກເຮົາເຫລົ່ານັກ ປະພັນບໍ່ຄວນເບິ່ງແຕ່ດ້ານດຽວ,
ດ້ານລວມໆຂອງພວກເພິ່ນ, ແຕ່ ຄວນເຈາະ ເລິກຊີວິດທຳມະດາ ໃນຖານະທີ່ພວກເພິ່ນເປັນປະຊາ ຊົນຄົນລາວຜູ້ໜຶ່ງ.
ຈານແຍ່ຢາກ ໃຫ້ບັນດາທ່ານ ລອງໄປອ່ານບົດ “ຖ້ວຍເຝີຕົກແຕກ” ຂອງທ່ານ ຄຳເຟືອນ ຕຸນາລົມ ລອງເບິ່ງ
ແລ້ວຈະເຫັນວ່າມີບາງຄັ້ງເລື່ອງທຳມະດາ-ທຳມະດາໜຶ່ງ, ແຕ່ພັດ ສາມາດສ່ອງແສງໃຫ້ເຫັນຄວາມຈິງ
ທີ່ຍິ່ງໃຫຍ່ໃນເປີງສົງຄາມ, ຄວາມຈິງທີ່ພົວພັນກັບສາຍພົວພັນມິດຕະພາບແບບແກະບໍ່ ອອກລະຫວ່າງນັກຮົບພະນັກງານລາວ
ແລະ ຫວຽດນາມ. ຢ່າລືມວ່າເລື່ອງທຳມະດານັ້ນລະມັກຈະກາຍເປັນເລື່ອງໃຫຍ່, ເລື່ອງ ທີ່ຈຳບໍ່ລືມຕະຫລອດໄປ.
No comments:
Post a Comment