Ad

Ad

2 January 2014

ນາຍົກເນັ້ນໃຫ້ການນຳແຂວງໄຊສົມບູນ ສຸມໃສ່ການພັດທະນາທ້ອງຖິ່ນຕົນໃຫ້ມີໃບໜ້າໃໝ່.



   ໃນວັນທີ 31 ທັນວາ 2013, ຢູ່ເມືອງໄຊສົມບູນ, ໄດ້ມີພິທີປະກາດການສ້າງຕັ້ງ ແຂວງໄຊສົມບູນຢ່າງເປັນທາງ ການໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະ, ມີພະນັກງານ ລັດຖະກອນ, ພະນັກງານບຳນານ, ວິລະຊົນ, ນັກຮົບແຂ່ງຂັນຕະຫລອດຮອດ ພໍ່ແມ່ປະຊາ ຊົນພາຍໃນເຂົ້າຮ່ວມ.
    ທ່ານ ດຣ ສົມບັດ ເຢຍລີເຮີ ຄະນະຮັບພິຊອບພັດທະນາເມືອງຮົ່ມ ແລະ ເມືອງໄຊ ສົມບູນ, ຫົວໜ້າຄະນະຮັບ ຜິດຊອບຄົ້ນຄວ້າສ້າງຕັ້ງແຂວງໃໝ່, ເລຂາພັກແຂວງ ເຈົ້າແຂວງໆ ໄຊສົມບູນ ໄດ້ລາຍງານສະພາບການການກໍ່ສ້າງ ຮາກຖານການເມືອງ, ລຶບລ້າງຄວາມທຸກຍາກວ່າ: ພາຍຫລັງທີ່ມີ ການຊີ້ນຳຂອງກົມການເມືອງສູນກາງພັກ, ຄະນະ ຮັບຜິດຊອບພັດທະນາເມືອງຮົ່ມ ແລະ ເມືອງໄຊສົມບູນໄດ້ພ້ອມກັບພະ
ນັກງານຂະແໜງການອ້ອມຂ້າງສູນກາງ ແລະ ແຂວງວຽງຈັນຫັນລົງກໍ່ສ້າງຮາກຖານທົ່ວສອງເມືອງເພ່ືອປະເມີນຜົນສອງປີເຄິ່ງ (ກາງສະໄໝ) ໃນການປະຕິ ບັດດຳລັດ 201/ນຍ ວ່າດ້ວຍມາດຕະຖານຄວາມທຸກຍາດ ແລະ ພັດທະນາ ຊຶ່ງມາຮອດປັດ ຈຸບັນເຫັນວ່າໄດ້ຮັບຜົນ ສໍາເລັດໃນຫຼາຍດ້ານເປັນຕົ້ນ ອັດຕາສ່ວນຄອບຄົວທຸຍາກຫຼຸດລົງ 5,34% ຍັງເຫຼືອ 18,34%, ຄອບ ຄົວພັດທະນາ ມີທັງໝົດ 4.246 ຄອບຄົວ ເທົ່າກັບ 54,42%, ບ້ານທຸກຍາກຍັງເຫຼືອ 13 ບ້ານ ກວມ 22,41%, ການສ້າງ ບ້ານ ພັດທະນາ, ການສ້າງບ້ານໃຫຍ່ໃຫ້ການເປັນຕົວເມືອງນ້ອຍໃນຊົນນະບົດ,ການເຮັດທົດລອງສາມສ້າງ ແລະ ການສົ່ງ ພະ ນັກງານລົງສູ່ຮາກຖານ ກໍໄດ້ຮັບການປັບປຸງ ແລະ ພັດທະນານັບມື້ດີຂຶ້ນ ແລະ ໃນພິທີດັ່ງກ່າວ ທ່ານ ຈັນສີ ໂພສີ ຄຳ ເລຂາທິ ການສູນກາງພັກ, ຫົວຫນ້າຄະນະຈັດຕັ້ງສູນກາງພັກກໍໄດ້ຜ່ານມະຕິຕົກລົງແຕ່ງຕັ້ງຄະນະບໍລິຫານແຂວງ ໄຊສົມບູນໃຫມ່ ໂດຍແຕ່ງຕັ້ງ ທ່ານ ດຣ ສົມບັດ ເຢຍລີເຮີ ເປັນເລຂາພັກແຂວງ ເຈົ້າແຂວງໆໄຊສົມບູນ, ທ່ານ ພອຍຄຳ ຮຸ່ງບຸນຍວງດ ທ່ານ ລວາວປ່າວ ຊົງນະວົງໄຊ ເປັນຮອງ. 
          ໃນໂອກາດດັ່ງກ່າວທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານກ່າວວ່າ : ຕ້ອງຊາບຊຶມຢ່າງເລິກເຊິ່ງໃນໜ້າທີ່ການເມືອງຂອງຕົນເຮັດທຸກສິ່ງທຸກຢ່າງເພື່ອເຮັດໃຫ້ແຂວງນີ້ມີຄວາມເຂັ້ມແຂວງຮອບດ້ານ, ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ, ນໍາເອົາແຂວງໄຊສົມບູນພົ້ນຈາກຄວາມດ້ອຍພັດທະນາ, ສ້າງສັງຄົມໃຫ້ເປັນສັງຄົມປອງດອງ, ສາມັກຄີ, ສີວິໄລ ແລະ ຍຸຕິທໍາ, ຕ້ອງໄດ້ເຊີດຊູຄວາມຮັບຜິດຊອບການເມືອງ ຂອງຕົນໃຫ້ສູງ, ເຮັດທຸກສິ່ງທຸກຢ່າງເພື່ອໃຫ້ສໍາເລັດໜ້າທີ່ການຈັດຕັ້ງ ແລະ ປະຊາຊົນມອບໃຫ້, ຕ້ອງສືບຕໍ່ເຝິກຝົນ ຫຼໍ່ຫຼອມຕົນເອງ, ຕັ້ງໜ້າຮໍ່າຮຽນແນວທາງການເມືອງໃຫ້ສູງຂຶ້ນເລື້ອຍໆ, ເປັນແບບຢ່າງໃນການດໍາລົງຊີວິດ, ມີທັດ ສະນະມະຫາຊົນ ແລະ ມີແບບແຜນວິທີເຮັດວຽກທີ່ແທດເຖິງຕົວຈິງ; ຮີບດ່ວນຄົ້ນຄວ້າ ແລະ ວາງລະບຽບແບບ ແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກແຂວງ, ເມືອງ, ເຮັດວຽກມີແຜນການ, ມີໂຄງການ, ມີແຜນດໍາເນີນ ງານປະຈໍາ, ມີການມອບຮັບຜິດຊອບໃຫ້ຈະແຈ້ງ, ມີລະບອບປະຊຸມສະຫຼຸບຖອດຖອນບົດຮຽນເປັນປົກກະຕິແຕ່ ລະວຽກ; ສືບຕໍ່ສ້າງຕັ້ງກົງຈັກການຈັດຕັ້ງອ້ອມຂ້າງແຂວງຕາມທິດ 3 ສ້າງ: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ; ດໍາເນີນການຊັບຊ້ອນຈັດ ວາງບ່ອນເຮັດວຽກໃຫ້ຫ້ອງວ່າການແຂວງ, ອົງການອ້ອມຂ້າງແຂວງ, ຫ້ອງການປົກຄອງເມືອງ ໃນສະເພາະໜ້ານີ້ ແມ່ນໃຫ້ຊັບຊ້ອນ ແລະ ນໍາໃຊ້ອາຄານຕ່າງໆທີ່ມີໃນປັດຈຸບັນແລ້ວຈຶ່ງຂຶ້ນແຜນປຸກສ້າງສິ່ງທີ່ຈໍາເປັນ, ຕ້ອງໄດ້ຄົ້ນ ຄວ້າບ່ອນຢູ່, ພັກເຊົາໃຫ້ພະນັກງານ, ສ້າງເງື່ອນໄຂບ່ອນເຮັດວຽກໃຫ້ພະນັກງານເຂົ້າສູ່ຄວາມສະຫງົບໂດຍໄວ; ຮີບ ດ່ວນປັບປຸງບູລະນະແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນສະເພາະໜ້າ ແລະ ຍາວນານ; ເພີ່ມທະວີ ການນໍາພາຂອງຄະນະພັກທຸກຂັ້ນຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມສະຫງົບຢ່າງໜັກແໜ້ນ, ໃນສະເພາະໜ້ານີ້ແມ່ນໃຫ້ສຸມໃສ່ສ້າງຂະບວນການ 3 ສ້າງ,ປະຕິບັດໂຄງການປັບປຸງ ແລະ ກໍ່ສ້າງ ປກສ ບ້ານ ແລະກຸ່ມບ້ານ, ກໍ່ສ້າງກອງຫຼອນ, ການຄຸ້ມຄອງສໍາມະ ໂນຄົວ, ຄຸ້ມຄອງຄົນເຂົ້າ-ອອກເມືອງ ແລະ ຈັດສັນພົນລະເມືອງທີ່ຍັງເລື່ອນລອຍມາຕັ້ງຖິ່ນຖານຄົງທີ່, ມີອາຊີບທີ່ ໝັ້ນທ່ຽງ, ສຸມໃສ່ແກ້ໄຂບັນດາໜໍ່ແໜງຄວາມບໍ່ສະຫງົບໃຫ້ໄດ້ຢ່າງຂາດຕົວ; ເພີ່ມທະວີຄວາມສາມັກຄີຂອງທົ່ວ ພັກ, ທົ່ວກໍາລັງປະກອບອາວຸດ, ທົ່ວປວງຊົນໃຫ້ແໜ້ນແຟ້ນ, ກ່ອນອື່ນໝົດແມ່ນຄວາມສາມັກຄີພາຍໃນຄະນະພັກ, ຄະນະປະຈໍາພັກແຂວງ, ເມືອງ, ຕ້ອງມີທັດສະນະທີ່ຖືກຕ້ອງວ່າ: ຈະເປັນຄົນມາຈາກແຂວງໃດ, ເຜົ່າໃດມາຢູ່ແຂວງ ໄຊສົມບູນຕ້ອງສ້າງຄວາມສາມັກຄີໃຫ້ແໜ້ນແຟ້ນ,ທຸກໆຄົນລ້ວນແລ້ວແຕ່ມີໜ້າທີ່ອັນດຽວກັນແມ່ນພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງນີ້ໃຫ້ທຽບທັນກັບແຂວງອື່ນໆ, ຕ້ານທຸກປະກົດການ, ແນວຄິດທ້ອງຖິ່ນ, ກຸ່ມກ້ອນ, ຕ້ານການປຶກສາຫາລືກະທໍາສິ່ງທີ່ຈະເປັນການທໍາລາຍມ້າງເພຄວາມສາມັກຄີ, ການກະທໍາທີ່ຜິດລະບຽບ ຂອງພັກ ແລະ ກົດໝາຍຂອງລັດ, ຕ້ອງພົວພັນຢ່າງສະນິດແໜ້ນກັບປະຊາຊົນລາວບັນດາເຜົ່າ, ປຶກສາຫາລືນໍາປະ ຊາຊົນ, ອີງໃສ່ປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ, ສືບຕໍ່ສຶກສາອົບຮົມຄວາມຕື່ນຕົວການເມືອງ, ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ, ສະຕິເປັນເຈົ້າປະເທດຊາດ,ເປັນເຈົ້າຕົນເອງໃຫ້ດີກວ່າເກົ່າ, ແກ້ໄຂປະຊາຊົນຈໍານວນໜຶ່ງທີ່ຍັງຖືກການຕົວະຢົວະຫຼອກລວງຂອງກຸ່ມຄົນບໍ່ດີ,ປົດປ່ອຍແນວຄິດບໍ່ກ້າເວົ້າຄວາມຈິງ, ແນວຄິດກຸ່ມກ້ອນ, ທ້ອງຖິ່ນ, ສ້າງຄວາມປອງດອງ, ສາມັກຄີເອື້ອເຟື້ອເພື່ອແຜ່ປະຊາຊົນລາວບັນດາເຜົ່າ, ເອົາ ໃຈໃສ່ຕໍ່ການສ້າງພັກ, ພະນັກງານ, ສືບຕໍ່ປັບປຸງບັນດາການຈັດຕັ້ງໃນລະບົບການເມືອງຢູ່ຮາກຖານ, ຍົກລະດັບ ຄວາມສາມາດນໍາພາຂອງໜ່ວຍພັກ ແລະ ການຄຸ້ມຄອງບໍລິຫານຂອງອົງການປົກຄອງບ້ານ, ປັບປຸງອົງການແນວ ລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫານຊົນແນ່ໃສ່ໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ເພື່ອເຕົ້າໂຮມມະຫາຊົນຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ຮັບປະກັນຜົນປະໂຫຍດຂອງສະມາ ຊິກໃນອົງການຈັດຕັ້ງັດ່ງກ່າວ, ເອົາໃຈໃສ່ສ້າງພະນັກງານຂັ້ນບ້ານນັບທັງດ້ານຈໍານວນ ແລະ ຄຸນນະພາບ.

No comments:

Post a Comment