Ad

Ad

2 January 2014

ກຸ່ມບໍລິສັດດາວເຮືອງມອບອາຄານເກີດລູກຫຼັງໃໝ່ໃຫ້ໂຮງໝໍແຂວງຈຳປາສັກ



         ໃນວັນທີ 30 ທັນວາ 2013, ໄດ້ມີພິທີມອບຮັບອາຄານເກີດລູກຫຼັງໃໝ່ໃຫ້ ແກ່ໂຮງໝໍແຂວງຈຳປາສັກພ້ອມ ທັງເປີດນຳ ໃຊ້ເປັນທາງການໂດຍການເຂົ້າຮ່ວມ ຂອງທ່ານ ດຣ ບຸນຖອງ ດີວິໄຊ ຮອງເຈົ້າແຂວງໆຈຳປາສັກຜູ້ຊີ້ນຳ ວຽກງານວັດທະນະ ທຳ​ສັງຄົມ, ທ່ານ ດຣ ບຸນໜັກ ໄຊຊະນະສົງຄາມ ຮອງຫົວໜ້າກົມປິ່ນປົວກະຊວງ ສາທາລະນະ ສຸກ, ທ່ານ ດຣ ແກ້ວ ໂສສຸພັນ ຜູ້ອຳນວຍການໂຮງໝໍແຂວງຈຳປາສັກ ພ້ອມດ້ວຍ ທ່ານ ດຣ ຮ່າວ ລິດດັງ ຕາງໜ້າ ປະທານ ກຸ່ມບໍລິສັດດາວເຮືອງພ້ອມ ຄອບຄົວ ແລະ ພະນັກງານວິຊາການຈາກໂຮງໝໍແຂວງແລະສື່ມວນຊົນເຂົ້າຮ່ວມ.
           ທ່ານ ນາງບຸນເຮືອງ ລິດດັງ ຕາງໜ້າ ປະທານກຸ່ມບໍລິສັດ ດາວເຮືອງ ແລະ ຄອບຄົວລິດດັງ ໃນນາມຜູ້ໃຫ້ ທຶນໃນການກໍ່ ສ້າງອາຄານດັ່ງກ່າວໄດ້ກ່າວວ່າ: ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ​ລັດກ່ຽວກັບການ ພັດທະນາດ້ານສາທາລະນະ
ສຸກເພື່ອເປັນການຍົກລະດັບດ້ານການຮັກສາສຸຂະພາບຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມປອດໄພສູງໄດ້ມາດຕະຖານສາກົນເທື່ອລະກ້າວຂ້າພະເຈົ້າພ້ອມດ້ວຍຄອບຄົວລິດດັງແລະກຸ່ມບໍລິສັດດາວ ເຮືອງຈິ່ງໄດ້ພະຍາຍາມສະສົມ ແລະ ສະຫຼະທຶນຮອນຂອງຕົນປະກອບສ່ວນກໍ່ສ້າງຕຶກອາຄານເກີດລູກຫຼັງໃໝ່ນີ້ ເພື່ອໄວ້ເປັນອະ ນຸສອນໃຫ້ແກ່ຄົນລຸ້ນຫຼັງສືບຕ່ໍໄປ.
       ອາຄານດັ່ງກ່າວເປັນອາຄານຍົກພື້ນມີຄວາມຍາວ28ແມັດ,ກວ້າງ9ແມັດເປັນຕຶກໃຊ້ບໍລິການເກີດລູກໃໝ່ຄົບ ວົງຈອນຄື: ມີຫ້ອງຖ້າຄອດບັນຈຸ 6 ຕຽງ, ຫ້ອງອອກລູກມີ 6 ໂຕະ, ຫ້ອງເດັກແດງເກີດໄໝ່, ຫ້ອງເຮັດວຽກຂອງ ພະຍາບານ ແລະ ທ່ານ ໝໍໂດຍໄດ້ສ້ອມແປງຫ້ອງປາດເກົ່າພ້ອມປະກອບເຄື່ອງມືແພດຈຳນວນໜຶ່ງ, ຕິດຕັ້ງລະບົບ ອົກຊີຜ່ານທໍ່ລວມມູນຄ່າກໍ່ສ້າງ ແລະ ອຸປະກອນພ້ອມເຄື່ອງມືຮັບໃຊ້ທັງໝົດ 1537 ລ້ານກວ່າກີບໂດຍໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນກັນຍາ 2012 ແລະ ສຳເລັດໃນເດືອນກັນຍາ 2013 ພ້ອມເປີດນຳໃຊ້ໄດ້ ຢ່າງເປັນທາງການແລ້ວ, ການຊ່ວຍເຫຼືອທຶນຮອນການກໍ່ສ້າງ ໃນຄັ້ງນີ້ ກ່ອນຈະເກີດຂຶ້ນເປັນໂຄງການໄດ້ກໍຍ້ອນ ທ່ານ ດຣ ຮ່າວລິດດັງຜູ້ທີ່ເຄີຍຮັບໃຊ້ພໍ່ແມ່ປະຊາຊົນໃນອາຊີບທ່ານໝໍປະຈຳໂຮງ ໝໍ ແຂວງຈຳປາສັກນີ້ມາເປັນເວລາຫຼາຍ 10 ປີມາແລ້ວໃນອະດີດເຊິ່ງທ່ານມີຄວາມພໍໃຈ ແລະ ມີຄວາມສຸກທີ່ສຸດຫາກໄດ້ເຂົ້າ ມາ ຊ່ວຍເຫຼືອໃນດ້ານຕ່າງໆຢູ່ ໂຮງໝໍແຂວງຈຳປາສັກເພາະທີ່ແຫ່ງນີ້ມັນເໝືອນບ້ານ, ເໝືອນຫ້ອງການແຫ່ງນຶ່ງແລະແຫ່ງດຽວ ທີ່ ທ່ານຮັກ ແລະ ພູມ ໃຈໃນອາຊີບໝໍທີ່ເຄີຍບໍລິການຮັບໃຊ້ປະຊາຊົນບັນດາເຜົ່າໃນອະດີດຜ່ານມາ, ດັ່ງນັ້ນເມື່ອທ່ານມີໂອກາດ ໂດຍໄດ້ ຮັບການເອົາໃຈໃສ່ ແລະ ການໃຫ້ຄວາມຮ່ວມມືຂອງກຸ່ມບໍລິສັດດາວເຮືອງເຊິ່ງເປັນທຸລະກິດຄອບຄົວລີດດັງໂຄງ
ການຊ່ວຍເຫຼືອ ແລະ ປະກອບສ່ວນໃນຄັ້ງນີ້ຈິ່ງໄດ້ເກີດຂຶ້ນຕາມເຈດຕະນາລົມແລະຈຸດປະສົງອັນແຮງກ້າຂອງທ່ານ
ໂດຍໄດ້ຮັບການເບິ່ງແຍງ ແລະ ເອົາໃຈໃສ່ຈາກອຳນາດການປົກຄອງພັກ​ລັດໂດຍສະເພາະກໍຄືອຳນາດການປົກຄອງ
ແຂວງຈຳປາສັກເປັນຕົ້ນ.

No comments:

Post a Comment