Ad

Ad

13 May 2014

ໂຮງຫມໍລາວ-ສະວິດ ມອບເງິນ 10 ພັນໂດລາ ຊ່ວຍສ້ອມແປງໂຮງຮຽນປະຖົມບ້ານກົ້ວ ເມືອງສັງທອງ



        ວັນທີ 12 ພຶດສະພານີ້, ທ່ານ ດຣ. ລາວເປີ້ ຫົວໜ້າໂຄງການໂຮງໝໍ ລາວ- ສະວິດ ພ້ອມຄະນະຈາກໂຮງໝໍແມ່ ແລະ ເດັກ ໄດ້ເດີນທາງໄປມອບເງິນຈຳນວນ 10 ໂດລາ ຫຼື ປະມານ 80 ລ້ານ ກີບ ເພື່ອປະກອບສ່ວນສ້ອມແປງໂຮງຮຽນປະຖົມ ຊຸມແພ ບ້ານກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ເຊິ່ງພິທີມອບຮັບໄດ້ມີຂຶ້ນ ລະຫວ່າງທ່ານຫົວໜ້າໂຄງການໂຮງໝໍ ລາວ-ສະວິດ ແລະ ຮັບໂດຍທ່ານ     ບຸນນຳ ສີສຸທຳມະວົງ ຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງສັງທອງ, ທ່ານ ຊົມພູ ແກ້ວ ປັນຍາຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ດຣ. ຄຳເສດ ຈິດຕະນະວັນ ຮອງອຳນວຍ ການໂຮງໜໍແມ່ ແລະ ເດັກ, ພ້ອມຄູອາຈານ, ນັກຮຽນ ແລະ ປະຊາຊົນບ້ານກົ້ວເຂົ້າ ຮ່ວມເປັນຈຳນວນຫຼາຍ.

       ອຳນວຍການໂຮງຮຽນດັ່ງ ກ່າວລາຍງານວ່າ: ໂຮງຮຽນປະ ຖົມຊຸມແພ ບ້ານກົ້ວ ໄດ້ຮັບການ ສ້າງຕັ້ງຂຶ້ນໃນສົກປີ 2013-2014 ໂດຍທຶນການຊ່ວຍເຫຼືອລ້າຈາກ ໂຄງການໂຄກນາໂກ ປະເທດ ສະວິດປະຈຳລາວ ເປັນຈຳນວນ  30 ພັນໂດລາ ສະຫາລັດ (ປະມານ 240 ລ້ານກີບ) ເຊິ່ງໂຮງຮຽນ ແຫ່ງນີ້ເປັນອາຄານຊັ້ນດຽວມີ 3 ຫ້ອງຮຽນ, 1 ຫ້ອງການ ແລະ 1 ຫ້ອງ ສະໝຸດ, ແຕ່ກໍຍັງບໍ່ສາມາດ ເປີດສອນໄດ້ ເນື່ອງຈາກສ້າງບໍ່ ທັນສຳເລັດ ຍັງບໍ່ທັນມີເພດານ, ໂຕະຕັ່ງ, ອຸປະກອນການຮຽນ- ການສອນ, ໄຟຟ້າ, ນ້ຳໃຊ້, ຮົ້ວ ແລະ ຫົນທາງ ເປັນຕົ້ນ. ດັ່ງນັ້ນ ພາຍຫຼັງທີ່ໄດ້ຮັບການຊ່ວຍເຫຼືອ ຄັ້ງນີ້ ພວກເຮົາຈະສືບຕໍ່ ສ້ອມແປງໃຫ້ສຳເລັດພ້ອມເປີດສອນ ໃນວັນທີ 1 ກັນຍາທີ່ຈະມາເຖິງນີ້. ໂຄງການໂຮງໝໍ ລາວ-ສະວິດ ເຂົ້າມາຊ່ວຍເຫຼີອ ສປປ ລາວເປັນເວລາ 10 ກວ່າປີແລ້ວ ເປັນຕົ້ນຊ່ວຍເຫຼືອທາງດ້ານອຸປະກອນການແພດໃຫ້ແກ່ບັນດາໂຮງໝໍເມືອງ, ແຂວງ ຄືໂຮງ ໝໍເມືອງຄຳ ແຂວງຊຽງຂວາງ, ໂຮງໝໍແຂວງຫົວພັນ, ຈຳປາສັກ  ແລະ ອື່ນໆ.

No comments:

Post a Comment