Ad

Ad

13 May 2014

ຍ້ອນ​ຫຍັງ​ຈຶ່ງ​ຖື​ເອົາ​ການ​ພັດທະນາ​ພະລັງງານ​ຈາກ​ນ້ຳ​ເປັນ​ທ່າ​ແຮງ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ທີ່​ຍືນ​ຍົງ ?



    ພາຍຫລັງ​ໄດ້​ມີ​ວິ​ໄສທັດ​ວ່າ: “ສ້າງ ສປປ ລາວ ​ໃຫ້​ເປັນ​ໝໍ້​ໄຟ​ແຫ່ງ​ອາ​ຊຽນ”, ລັດຖະບານ​ໄດ້​ກຳນົດ​ເອົາ​ການ​ພັດທະນາ​ພະ ລັງງານ​ຈາກ​ນ້ຳ​ເປັນ​ທ່າ​ແຮງ​ດ້ານ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ທີ່​ຍືນ​ຍົງ ​ເນື່ອງ​ຈາກ​ປະ​ເທດ​ລາວ​ມີ​ຫ້ວຍ​ນ້ຳລຳ​ເຊ​ຫລາຍ​ສາຍ ​ແລະ ອຸດົມສົມບູນ​ໄປ​ດ້ວຍ​ຊັບພະຍາກອນ​ປ່າ​ໄມ້ ແລະ ອັນ​ສຳຄັນ ປະ​ເທດ​ລາວ​ຕັ້ງຢູ່ໃຈກາງ​ຂອງ​ປະ​ເທດ​ອະນຸ​ພາກພື້ນທີ່​ມີ​ຄວາມ​ຕ້ອງການ​ພະລັງງານ​ໄຟຟ້າ​ສູງ​ເຊັ່ນ: ​ໄທ, ຫວຽດນາມ, ສປ ຈີນ ຈຶ່ງ​ເປັນ​ທ່າ​ແຮງ​ໃຫ້​ແກ່​ການ​ພັດທະນາ​ພະລັງງານ​ໄຟຟ້າ ​ເພື່ອ​ສົ່ງ​ອອກ ຄຽງ​ຄູ່​ກັບ​ການ​ສະໜອງ​ພາຍ​ໃນ​​ໃຫ້ທົ່ວ​ເຖິງ​ເທື່ອ​ລະ​ກ້າວ.
     ກົມ​ທຸລະ​ກິດ​ພະລັງງານ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ໃຫ້​ຮູ້​ວ່າ: ການ​ພັດທະນາ​ພະລັງ ງານ​ຈາກ​ນ້ຳ​ແມ່ນ​ທາງ​ເລືອກ​ທີ່​ດີ​ສຸດ​ຂອງ​ປະ​ເທດ​ເຮົາ ​ເນື່ອງ​ຈາກ​ວ່າ​ນ້ຳມັນ, ອາຍ​ແກັສ, ລົມ, ​ແສງຕາ​ເວັນ​ຍັງ​ບໍ່​ສາມາດ​ຂຸດ​ຄົ້ນ ​ແລະ ບໍ່​ເປັນ​​ທຸລະ​ກິດ​ສະໜອງ​ໃຫ້​ພາກ​ອຸດສາຫະກຳ​ໄດ້ ​ເຊິ່ງມີ​ພຽງ​ຖ່ານ​ຫີນ ​ແຕ່​ກໍ​ຍັງ​ຢູ່​ໃນ​ໄລ ຍະ​ເລີ່​ມຕົ້ນ. ປັດຈຸບັນພະລັງ ງານ​​ໄຟຟ້ານ້ຳຕົກ​ທີ່​ໄດ້​ສຳຫຼວດ ແລ້ວ​ທົ່ວ​ປະ​ເທດ​ມີ​ປະມານ 18.000-26.000 ​ເມ​ກາ​ວັດ, ​ໃນ​ນັ້ນ ​​​ເຂື່ອນ​ໄຟຟ້າ​ຈຳນວນ​ໜຶ່ງ​ກໍ​ໄດ້​ກໍ່ສ້າງ​ສຳ​ເລັດ​ແລ້ວ ​ແລະ ລັດຖະບານ​ໄດ້​ລົງ​ນາມ​ສົ່ງ​ອອກ​ໃຫ້​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ປະມານ 12.000 ​ເມ​ກາ​ວັດ ​ໃນ​ປີ 2020.

     ກົມ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ລັດຖະບານ​ໄດ້​ພະຍາຍາມ​ປັບປຸງ​ນິຕິ​ກຳ, ລະ ບຽບ​ການ​ຕ່າງໆ ​ເພື່ອ​ຍາດ​ແຍ່ງ​ດຶງ​ດູດ​​ເອົາ​ນັກ​ລົງທຶນ​ເຂົ້າມາ​ພັດ ທະນາ​ໃນ​ຂະ​ແໜງ​ພະລັງງານ ເປັນຕົ້ນປັບປຸງ​ກົດໝາຍ​ສົ່ງ​ເສີມ​ການ​ລົງທຶນ, ກົດໝາຍ​ວ່າ​ດ້ວຍ​ໄຟຟ້າ ​ແລະ ກົດໝາຍ​ອື່ນໆ​ທີ່​ກ່ຽວຂ້ອງ​ກັບ​ການ​ຮອງ​ຮັບ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ​ເພື່ອ​ຍາດ​ແຍ່ງ​ເອົາ​ການ​ຮ່ວມ​ມື-ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ​ຫລາຍ​ຮູບ​ແບບ​ເຊັ່ນ: ການ​ຊ່ວຍ​ເຫລືອ​ດ້ານ​ວິຊາ​ການ (TA), ສະໜັບສະໜູນ​ດ້ານ​ການ​ເງິນ ​ແລະ ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ເພາະວ່າ​ການ​ລົງທຶນ​ໃນ​ຂະ​ແໜງ​ໄຟຟ້າ​ນີ້​ແມ່ນ​ໃຊ້​ທຶນຮອນ​ຫລວງ ຫລາຍ, ​ແຕ່ງົບ​ປະມານ​ລັດ​ບໍ່​ພຽງພໍ, ​ເອກະ​ຊົນ​ລາວ​ກໍ​ບໍ່​ທັນ​ແຂງ​ແຮງດ້ານ​ວິຊາ​ການ ​ແລະ ທຶນຮອນ. ດັ່ງນັ້ນ ຈຶ່ງ​ອາ​ໄສ​ການ​ເຂົ້າມາ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງ ປະ​ເທດ.

No comments:

Post a Comment