Ad

Ad

13 May 2014

ເຂົ້າຄຸກ​ 3 ຄັ້ງ ຍ້ອນ​ຢ​າ​ເສບ​ຕິດ



     ທ້າວ ບຸດ​ດາ ຫລື ​ເປ​ດ ອາຍຸ 47 ປີ ຢູ່​ບ້ານ​ສີ​ມຸງຄຸນ ​ເມືອງ​ປາກ​ຊັນ ​ແຂວງ​ບໍລິ​ຄຳ​ໄຊ ຕ້ອງ​ກັບ​ຄືນຮັບ​ໂທດ​ເຂົ້າ​ໄປ​ນອນ​ຄຸກອີກ​ເປັນຄັ້ງທີ 3, ພາຍຫລັງ​ຖືກ​ເຈົ້າໜ້າ​ທີ່​ແຂວງ​ບໍລິ​ຄຳ​ໄຊ​ກັກ​ຕົວ​ມາ​ດຳ​ເນີນ​ຄະດີ​ໃນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດ ພ້ອມ​ຂອງ​ກາງ​ຢາ​ບ້າ 4 ພັນ​ກວ່າ​ເມັດ ​ເມື່ອ​ວັນ​ທີ 5 ພຶດສະພາ​ຜ່ານ​ມາ.
     ​ເຈົ້າໜ້າ​ທີ່​ໃຫ້​ຮູ້​ວ່າ: ທ້າວ ບຸດ​ດາ ມີ​ພຶດຕິ​ກຳ​ເຄື່ອນ​ໄຫວ​ຄ້າຂາ​ຍຢາ​ເສບ​ຕິດ​ພາຍ​ໃນ​ເມືອງ​ບໍລິ​ຄັນ ​ແລະ ​ເມືອງ​ປາກ​ຊັນ​ເປັນ​ເວລາ​ດົນ​​ແລ້ວ ​​ແລະ ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້​ໃນ​ຂະນະ​ໄປ​ສົ່ງ​ຢາ​ໃຫ້​ລູກ​ຄ້າ​ຢູ່​ເຂດ​ເມືອງ​ປາກ​ຊັນ ແລະ ຜ່ານ​ການ​ສອບ​ສວນ, ຜູ້ ກ່ຽວ​​ເຄີຍ​ຕ້ອງ​ໂທດ​ມາ​ແລ້ວ​ສອງ​ຄັ້ງ​ໃນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດ​ເຊັ່ນ​ດຽວ​ກັນ ຄືຄັ້ງທີໜຶ່ງ ສານ​ຕັດສິນ​ຈຳ​ຄຸກ 1 ປີ, ຄັ້ງທີ​ສອງຈຳ​ຄຸກ 2 ປີ 7 ​ເດືອນ, ​ແຕ່​ບໍ່​ເຂັດ​ຫລາບຍັງ​ພົວພັນ​ກັບ​ຢາ​ເສບ​ຕິດອີກ ຈຶ່ງ​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ​​ເປັນຄັ້ງທີ 3 ​ແລະ ຄາດ​ວ່າຄັ້ງນີ້ ຈະ​ຖືກ​ລົງ​ໂທດ​ຫລາຍ​ຂຶ້ນ​ເພື່ອ​ເຂັດ​ຫລາບ.

No comments:

Post a Comment