Ad

Ad

30 June 2014

ສຳເລັດການຍົກລະດັບຄວາມຮູ້ໃຫ້ນັກຂ່າວ6ແຂວງພາກກາງ-ພາກໃຕ້



        ຊຸດອົບຮົມນັກຂ່າວ 6 ແຂວງພາກກາງ ແລະ ພາກໃຕ້ ໄດ້ສຳເລັດລົງໃນວັນທີ 26 ມິຖຸ ນານີ້ ຢູ່ສະໂມສອນໃຫຍ່ແຂວງ ສາລະວັນພາຍຫລັງດຳເນີນມາ ເປັນເວລາ 4 ວັນ. ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະ ມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ທັງເປັນປະທານ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ສີສຸວັນ ວົງຈອມສີ ຮອງເຈົ້າແຂວງໆສາລະວັນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີບັນດາຫົວໜ້າ ພະແນກ ແລະ ພາກສ່ວນທີ່ກ່ຽວ ຂ້ອງພ້ອມດ້ວຍສຳມະນາກອນ ຈາກ 6 ແຂວງຄື: ຄຳມ່ວນ, ຈຳ ປາສັກ, ສະຫວັນນະເຂດ, ອັດ ຕະປື, ເຊກອງ ແລະ ສາລະວັນ, ນັກຂ່າວຈາກຫ້ອງການ ຖວທ ເມືອງໃນ 8 ຕົວເມືອງ ແລະ ພະ ແນກຕ່າງໆອອ້ມຂ້າງແຂວງ ສາລະວັນ ແລະ ນັກຂ່າວຈາກເມືອງ 3 ສ້າງຂອງ 6 ແຂວງເຂົ້າຮ່ວມ 70 ກວ່າຄົນ.

       ການຈັດອົບຮົມຄັ້ງນີ້ ກໍເພື່ອ ເພີ່ມຄວາມຮູ້ໃໝ່ໃຫ້ນັກຂ່າວໃນການຂຽນຂ່າວໃຫ້ແທດເໝາະ ກັບສະພາບຄວາມເປັນຈິງ ເພື່ອແນໃສ່ເປົ້າໝາຍສະຫັດສະວັດ ດ້ານການພັດທະນາ ແລະ ລຶບລ້າງຄວາມທຸກຍາກເຊິ່ງເລັງໃສ່ນັກຂ່າວທີ່ເຮັດ ວຽກໃນຂັ້ນ ເມືອງໂດຍສະເພາະເມືອງ 3 ສ້າງ ແລະ ວິທະຍຸຊຸມຊົນໃຫ້ມີຄວາມຮູ້ພື້ນ ຖານກ່ຽວກັບການຂຽນຂ່າວ ແລະ ຂຽນບົດໃຫ້ດີ ຂຶ້ນກວ່າເກົ່າ. ໃນຊຸດອົບຮົມຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ກົດໝາຍສື່ມວນຊົນ, ຈັນຍາບັນຂອງນັກຂ່າວ, ການກະກຽມຄຳຖາມ ຕ່າງໆກ່ອນໄປສຳພາດຂ່າວເພື່ອມາຂຽນຂ່າວ.
      ໃນພິທີປິດຊຸດອົບຮົມຄັ້ງນີ້, ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາ ລາໄດ້ເນັ້ນໃຫ້ສື່ມວນຊົນລາວ ຈົ່ງເອົາໃຈໃສ່ດ້ານຄຳສັບ ພາສາລາວໃຫ້ຖືກຕ້ອງຊັດເຈນເພື່ອ ເປັນແບບຢ່າງໃນການໃຊ້ພາສາລາວຂອງຄົນໃນສັງຄົມ ແລະ ສາມາດຖ່າຍທອດໄດ້ອາລົມ ຈິດຂອງຄົນໃນຊາດ. ພ້ອມນີ້ ນັກຂ່າວຕ້ອງລົງເລິກເຖິງຮາກຖານປະຊາຊົນເພື່ອສະທ້ອນບັນຫາຄວາມເປັນຈິງຂອງຄົນໃນ ຮາກຖານໄດ້ຢ່າງຖຶກຕ້ອງ ແລະ ເລິກເຊິ່ງ. ຕ້ອງພັດທະນາຕົນເອງໃຫ້ ມີຄວາມກ້າວໜ້າດ້ານສີມືການຂີດຂຽນເຮັດໃຫ້ບົດ-ຂ່າວ ມີຄຸນນະພາບ ແລະ ແຫລມຄົມ ສົມກັບ ເປັນກະບອກສຽງຂອງພັກ-ລັດ.






No comments:

Post a Comment