Ad

Ad

30 June 2014

ມອບ-ຮັບ ​ແລະ ​ເປີດ​ນຳ​ໃຊ້​ໂຄງການ​ກໍ່ສ້າງ​ສະ​ຖາ​ບັນ​ເສດຖະກິດ-ການ​ເງິນ​ດົງ​ຄຳ​ຊ້າງ​ຂອງ ຂວັນ​ຈາກ ສສ ຫວຽດນາມ



     ພິທີ​ມອບ-ຮັບ ​ແລະ ​ເປີດ​ນຳ​ໃຊ້​ໂຄງການ​ກໍ່ສ້າງ​ສະ​ຖາ​ບັນ​ເສດຖະກິດ-ການ​ເງິນ​ດົງ​ຄຳ​ຊ້າງ ທີ່​ນະຄອນຫລວງ​ວຽງ​ຈັນ ຂອງ ຂວັນ​ຈາກ​ລັດຖະບານ​ຫວຽດ ນາມ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 26 ມິຖຸ ນາ​ຜ່ານ​ມານີ້ ທີ່​ສະ​ຖາ​ບັນ​ດັ່ງ ກ່າວ ​ໂດຍ​ການ​ໃຫ້​ກຽດ​ເຂົ້າ ຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ເລັ່ງສະຫວັດ ຮອງ​ນາຍົກລັດ ຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​​ເສດ ຖະກິດ​ແຫ່ງ ສປປ ລາວ. ພ້ອມ​ນັ້ນ ກໍ​ມີ​ທ່ານ ລຽນ ທິ​ແກ້ວ ລັດ ຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ລາວ ​ແລະ ທ່ານ ດິງຕຽນ​ຢຸງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ສສ ຫວຽດນາມ.
     ຜູ້​ຮັບຜິດຊອບ​ໂຄງການ​ກໍ່ສ້າງ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ສະ​ຖາ​ບັນ​ແຫ່ງ​ນີ້ມີ​ເນື້ອທີ່​ກວ້າງ 15 ເຮັກຕາ, ​ໄດ້​ກໍ່ສ້າງ​ກຸ່ມ​ອາຄານ​ຮຽນ​ສູງ 3 ຊັ້ນທີ່​ສາມາດ​ບັນຈຸ​ນັກຮຽນ​ໄດ້​ປະມານ 1.500 ຄົນ, ກຸ່ມ​ອາຄານ​ສູງ 3 ຊັ້ນ ສາມາດ​ບັນຈຸ​ນັກ​ຮຽນ​ໄດ້​ປະມານ 600 ຄົນ, ມີ​ສະ​ໂມ​ສອນ​ໃຫຍ່. ພ້ອມ​ນັ້ນ ຍັງ​ມີ​ຫ້ອງ​ຮຽນ​ສູງ​ສອງ​ຊັ້ນສຳລັບ​ນັກຮຽນ​ທົ່ວ​ໄປ, ຫ້ອງ​ຮຽນ 2 ຫ້ອງ​ສຳລັບ​ຂະ​ແໜງ​ການ, ຫ້ອງ​ສຳລັບ​ປາຖະກະຖາ​ບັນຈຸ​ໄດ້ 150 ບ່ອນ​ນັ່ງ, ກຸ່ມ​ຫໍ ສະໝຸດ​ສູງ​ສອງ​ຊັ້ນ ສາມາດ​ບັນ ຈຸ​ໄດ້​ເກືອບ 300 ບ່ອນ​ນັ່ງ,
ກຸ່ມ​ຫໍ​ພັກ​ສຳລັບ​ພະນັກງານ​ເຂົ້າຍົກ​ລະດັບ​ສູງ​ສາມ​ຊັ້ນ ລວມມີ 29 ຫ້ອງ​ນອນ​ທີ່​ສາມາດ​ຮອງ​ຮັບ​ພະນັກງານ​ອົບຮົມ​ໄດ້​ປະ ມານ 100 ຄົນ. ນອກ​ນັ້ນ ຍັງ​ມີ​ສິ່ງ​ອຳ ນວຍ​ຄວາມ​ສະດວກ​ອື່ນໆ​ສຳລັບ​ການ​ສຶກສາ​ຮ່ຳຮຽນ​ໃນ​ສະ​ຖາ​ບັນ​ດັ່ງກ່າວ ​ໂດຍ​ແມ່ນ​ບໍລິສັດ​ຫຸ້ນ​ສ່ວນ​ກໍ່ສ້າງ​ບໍລິການ ​ແລະ ການ​ຄ້າ 68 ​ເປັນ​ຜູ້​ຮັບ​ເໝົາ​ກໍ່ ສ້າງ ​ໂດຍ​ທຶນ​ຊ່ວຍ​ເຫລືອ​ລ້າ​ຈາກ ສສ ຫວຽດນາມ ​ເປັນ​ໄລ ຍະ​ສອງ.
    ຕາງໜ້າ​ໃຫ້​ລັດຖະບານ​ລາວ, ທ່ານ ລຽນ ທິ​ແກ້ວ ​ໄດ້​ຂຶ້ນກ່າວ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ຂອງຂວັນ​ອັນ​ລ້ຳຄ່າ​ດັ່ງກ່າວ​ຂອງ​ລັດຖະບານ ແລະ ປະຊາຊົນ​ຫວຽດນາມ​ມອບ​ໃຫ້ ​ແລະ ຝ່າຍ​ລາວ​ຈະ​ອອກ​ແຮງ​ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ ຊ່ວຍ​ໃຫ້ການ​ພັດທະນາ​ຂົງ​ເຂດ​ວຽກ​ງານ​ເສດຖະກິດ-ການ​ເງິນ​ລາວ​ໃຫ້​ນັບ​ມື້​ເຂັ້ມ​ແຂງ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ, ປະກອບ ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ມູນ​ເຊື້ອຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ ດ້ານ​ລະຫວ່າງ​ສອງ​ປະ​ເທດ ລາວ-ຫວຽດນາມ ນັບ​ມື້​ແຕກ​ດອກ​ອອກ​ຜົນ​ງອກ​ງາມ​ຍິ່ງໆ​ຂຶ້ນ.

No comments:

Post a Comment