ໃນໂອກາດລະນຶກວັນສາກົນຕ້ານຢາເສບຕິດວັນທີ 26 ມິຖຸນານີ້, ແຂວງສະ ຫວັນນະເຂດ, ໄດ້ຈັດພິທີທຳລາຍຢາເສບ ຕິດຢູ່ສະໜາມກິລາຫລັກ 4, ພາຍຫລັງ ເຈົ້າໜ້າທີ່ຍຶດໄດ້ຈາກຂະບວນ
ການຄ້າຂາຍຢາເສບຕິດໃນໄລ ຍະຜ່ານມາ ເຊິ່ງມີຢາ ບ້າ 92.472 ເມັດ, ຢາໄອສ໌ 30,47 ກະລາມ ກັນຊາ 680 ກິໂລ. ໂດຍມີທ່ານ ໄກສອນ ຄູນລາດສຸວັນນະວົງ
ຮອງເຈົ້າແຂວງໆ ສະຫວັນນະເຂດ ແລະ ຜູ້ຕາງໜ້າ ພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມເປັນຈຳນວນຫລາຍ.
ປັດຈຸບັນ ຢາເສບຕິດໄດ້ ກາຍເປັນໄພຂົ່ມຂູ່ທີ່ມີລັກສະນະຮ້າຍແຮງຂຶ້ນຢູ່ຕາມຕົວເມືອງ
ແລະ ຊົນນະບົດ ເຂດຫ່າງໄກ ສອກຫລີກພາຍໃນທ້ອງຖິ່ນຂອງຕົນໂດຍສະເພາະແມ່ນຢູ່ເຂດ ເມືອງພີນ, ເຊໂປນ,
ທ່າປາງ ທອງ ແລະ ເມືອງນອງ. ພວກຜູ້ ຂາຍຢາເສບຕິດດັ່ງກ່າວໄດ້ຍຸຍົງສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ,
ນັກຮຽນ-ນັກສຶກສາ, ກຳມະ ກອນຜູ້ຫວ່າງງານມານຳໃຊ້ຢາ
ເສບຕິດຢ່າງກວ້າງຂວາງ ໂດຍສະເພາະແມ່ນຢາບ້າເຊິ່ງພວກ
ເຂົາໄດ້ໂຄສະນາຊວນເຊື່ອຕ່າງໆນາໆເພື່ອດຶງດູດຜູ້ຮູ້ເທົ່າບໍ່ເຖິງ ການໃຫ້ຫລົງເຊື່ອ ແລະ ຕິດຢາເສບຕິດໂດຍບໍ່ຮູ້ຕົວ.
ຕໍ່ບັນຫາດັ່ງກ່າວ, ກຳລັງຕຳຫລວດສະກັດກັ້ນ
ແລະ ຕ້ານ ຢາເສບຕິດ ປກສ ທ້ອງຖິ່ນໄດ້ ສົມທົບກັບອຳນາດການ ປົກຄອງຊອກຫາວິທີສະກັດກັ້ນ ແລະ
ແກ້ ໄຂຢ່າງບໍ່ລົດລະກໍຄື: ນັບແຕ່ວັນ ທີ 26 ມິຖຸນາ 2013 ເຖິງວັນທີ 26 ມິຖຸນາ 2014 ເຈົ້າໜ້າທີ່ສາມາດ
ມ້າງຄະດີຄ້າຂາຍຢາເສບຕິດໄດ້ທັງໝົດ 203 ລາຍ, ມີຜູ້ຖືກຫາມາ ດຳເນີນຄະດີໄດ້ 303 ຄົນ, ຍິງ
62 ຄົນ, ໃນນັ້ນ, ມີຄົນຕ່າງປະເທດ 2 ຄົນ, ຍຶດຂອງກາງຢາບ້າ 105.239 ເມັດ, ເຮໂລອິນ 10 ແທ່ງ,
ກັນຊາ 67,8 ກິໂລ, ຢາໄອສ໌ 1,53 ກິໂລ ກັບ 2 ຖົງ ນ້ອຍ ແລະ 21 ຫລອດ, ເງິນ521 ລ້ານກວ່າກີບ,
ເງິນບາດໄທ 1,5 ລ້ານກວ່າບາດ, ເງິນໂດລາ 3.675 ໂດລາ, ອາວຸດເສິກ 4 ກະ ບອກ ພ້ອມລູກກະສຸນ
21 ລູກ.

No comments:
Post a Comment