ວາລະສານວາວ (Wow) ຈະຈັດງານຍ່າງສະແດງຜົນງານ ການອອກແບບເຄື່ອງ ນຸ່ງ ( Wow Fashion Week 2014) ຂຶ້ນໃນລະຫວ່າງວັນທີ
4-5 ກໍລະກົດທີ່ຈະເຖິງນີ້, ຢູ່ໂຮງແຮມ ດອນຈັນພາເລດ, ນະຄອນ ຫລວງວຽງຈັນ, ໂດຍໄດ້ ນຳເອົາສີລະປິນ,
ນັກສະແດງທີ່ມີຊື່ ສຽງຂອງປະເທດລາວ ແລະ ໄທ ເຊັ່ນ: ຈາກປະເທດໄທປະກອບ ມີ: ທ້າວ ອ໋ອມ ອັກຄະ
ພົນ, ທ້າວ ໂບດ ທາລາ, ນາງ ຢາດທິບ ລາດຊະປານ, ນາງ ກິ໊ບ ອໍລະລີນ ແລະ ນາງ ປຸກລຸກ ຝົນທິບ
ແລະ ປະ ເທດລາວມີ ນາງ ລູກນ້ຳ (Miss Lao), ນາງ ວີນາ, ນາງ ອາລີ ແລະ ທ້າວ ວິດລີ ມາ ຮ່ວມນຸ່ງເຄື່ອງທີ່ຖືກອອກແບບມາຢ່າງສວຍງາມ ແລະ ມີຄວາມ ທັນສະໄໝ ຈາກ ນັກອອກແບບເຄື່ອງນຸ່ງລະດັບແຖວໜ້າຈາກສອງປະເທດລາວ-ໄທ.
ນອກຈາກນີ້ ພາຍໃນງານຈະການສຳມະນາກ່ຽວກັບຄວາມງາມຈາກ ຜູ້ຊ່ຽວຊານຂອງສູນວຸດທິສັກ ຄລີນິກ
ແລະ ກິດຈະກຳ ມ່ວນຊື່ນຫລາຍລາຍການ.

No comments:
Post a Comment