Ad

Ad

1 July 2014

ປີຜ່ານມາ​ລາວ​ສາມາດ​ຍາດ​ແຍ່ງລົງ​ທຶນພາກ​ເອກະ​ຊົນ​ໄດ້ 2,500 ຕື້​ໂດ​ລາ​ສະ​ຫາ​ລັດ



      ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ຕະຫຼອດ ໄລຍະໜຶ່ງປີຜ່ານມາຂະແໜງ ການຂອງຕົນໄດ້ສຸມໃສ່ຈັດຕັ້ງ ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ​ແລະ ສາມາດຍາດ ແຍ່ງການລົງທຶນພາກເອກະຊົນ ທັງພາກໃນ ແລະ ຕ່າງປະ ເທດ ໄດ້ເຖິງ 48 ໂຄງການ, ມູນຄ່າ 2.565 ຕື້ໂດລາ ແລະ ສາມາດລະ ດົມທຶນ ODA ໄດ້ຫຼາຍ​ກວ່າ 777 ລ້ານໂດລາ ເທົ່າກັບ 100 % ຂອງແຜນການທີ່​ວາງ​ໄວ້, ຜົນສຳເລັດ ດັ່ງກ່າວແມ່ນໄດ້ມາ ຈາກຄວາມ​ພະຍາຍາມ ແລະ ຄວາມຮັບຜິດ ຊອບສູງຂອງ​ພະ ນັກງານ​ໄດ້ຮັບ, ແຕ່ຄຽງຄູ່ກັບ ຜົນສຳເລັດດັ່ງກ່າວ, ຍັງມີບາງ ຂໍ້ຄົງຄ້າງທີ່ຂະ​ແໜງການຈະ ຕ້ອງໄດ້​ເອົາ​ໃຈ​ໃສ່ແກ້ໄຂເຊັ່ນ: ການຈຳກັດປະກົດການຫຍໍ້ທໍ້ໃນຂົງເຂດການລົງທຶນຂອງລັດ ແລະ  ຕ່າງປະເທດບາງ​ໂຄງ ການຍັງບໍ່ທັນປະ ຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ, ການບໍລິການດ້ານການລົງທຶນ ແລະ ການຮ່ວມມືບາງດ້ານ ຍັງຊັກຊ້າແກ່ຍາວ, ການກວດກາຢູ່ພາກສະໝາມກໍຍັງບໍ່ທັນ ເຮັດໄດ້ດີເທົ່າທີ່ຄວນ, ພະນັກງານຈຳນວນໜຶ່ງຍັງຂາດຄວາມຮັບຜິດຊອບຕໍ່ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ, ແບບແຜນເຮັດວຽກ, ກົນໄກການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ເຖິງວ່າຈະໄດ້ຮັບການ ປັບປຸງໃຫ້ດີຂຶ້ນແຕ່ກໍຍັງບໍ່ທັນຄ່ອງຕົວດີ ເທົ່າທີ່ຄວນ ແລະ ການຫັນເປັນທັນສະໄໝກໍຍັງຊັກຊ້າ, ຊຶ່ງສິ່ງດັ່ງກ່າວແມ່ນຂະ​ແໜງການທີ່ ກ່ຽວຂ້ອງຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂເພື່ອເຮັດໃຫ້ວຽກງານ​ເຕີບ​ໃຫຍ່​ຂະ​ຫຍາ​ຍ​ໂຕ​ສູງ​ຂຶ້ນ.

No comments:

Post a Comment