Ad

Ad

1 July 2014

ລາວ-ໄທເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ



     ໃນກອງປະຊຸມການສ້າງເຄືອ ຂ່າຍເຊື່ອຕໍ່ການທ່ອງທ່ຽວລາວ-ໄທ ທີ່ມີຂຶ້ນເມື່ອບໍ່ດົນມານີ້ ຢູ່ນະ ຄອນຫລວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ຈະເລີນ ວາ ລິນທະລາສັກ ລັດຖະມົນຕີຊ່ວຍ ວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານເອກະອັກຄະຣາຊະທູດແຫ່ງຣາຊະອານາຈັກໄທປະຈຳນະ ຄອນຫລວງວຽງຈັນ ແລະ ທ່ານ ນາງ ຈຳນົງ ຈຸນນະປີຍະ ຜູ້ອຳ ນວຍການພາກພື້ນອາຊີໃຕ້ ແລະ ປາຊີຟິກໃຕ້.
     ກອງປະຊຸມດັ່ງກ່າວ ມີ ຄວາມໝາຍສຳຄັນສຳລັບການພົວພັນຮ່ວມມືພາກທຸລະກິດການທ່ອງທ່ຽວຂອງສອງປະເທດໃນ ໄລຍະໃໝ່,ໄລຍະແຫ່ງການກະ ກຽມເຂົ້າສູ່ປະຊາຄົມອາຊຽນເຊິ່ງຈະເປັນບາດກ້າວນຳໄປສູ່ ການພົວພັນຮ່ວມມືທີ່ສາມາດຈັດ ຕັ້ງປະຕິບັດນຳກັນ ແລະ ນຳຜົນປະໂຫຍດມາສູ່ສອງປະເທດໄດ້ ເປັນຢ່າງດີ. ຂະແໜງທ່ອງທ່ຽວ ລາວ-ໄທໄດ້ມີການຮ່ວມ ມືມາຫລາຍສິບປີແລ້ວ ແລະ ມີຫລາຍ ຂອດການຮ່ວມມືເປັນຕົ້ນການ ຮ່ວມມື 2 ຝ່າຍ, ການຮ່ວມມື 3 ຫລ່ຽມຄຳ, ການ ຮ່ວມມື 3 ຫລ່ຽມມໍລະກົດ, ການຮ່ວມມື ບັນດາປະເທດແມ່ນ້ຳຂອງ ແລະ ແມ່ນນ້ຳອີຣາວະດີ (ແອັກແມັກ), ການຮ່ວມ ມືບັນດາປະເທດແມ່ ນ້ຳຂອງ ແລະ ອື່ນໆ. ສະເພາະ ການຮ່ວມມື 2 ຝ່າຍໃນປີ 2013 ກະຊວງຖະແຫລງຂ່າວ, ວັດທະນະ
ທຳ ແລະ ທ່ອງທ່ຽວລາວ ໄດ້ ຮ່ວມກັບການທ່ອງທ່ຽວແຫ່ງປະ ເທດໄທ ຈັດລາຍການທ່ອງທ່ຽວ 2 ຄັ້ງ ໃຫ້ຄະນະນັກທຸລະ ກິດການທ່ອງທ່ຽວ ແລະ ສື່ມວນຊົນຈາກທະວີບເອີຮົບ ແລະ ອາເມຣິ ການເໜືອແນໃສ່ສົ່ງເສີມການ ທ່ອງທ່ຽວເຊື່ອມຕໍ່ລະ ຫວ່າງສອງປະເທດ.
     ປັດຈຸບັນການເຊື່ອມຕໍ່ການ ທ່ອງທ່ຽວລາວ-ໄທ ຍິ່ງມີປັດ ໄຈອຳນວຍຄວາມສະດວກໂດຍສະເພາະການເດີນທາງບໍ່ວ່າຈະ ເປັນທາງບົກກໍຄືທາງອາກາດມີດ່ານສາກົນເຂົ້າ-ອອກ 9 ແຫ່ງ, ມີຂົວມິດຕະພາບລາວ-ໄທ 4 ແຫ່ງ, ມີຖ້ຽວບິນລະຫວ່າງ 2 ປະເທດ 13 ຖ້ຽວຕໍ່ວັນ. ປີ 2013 ມີ ນັກທ່ອງທ່ຽວໄທເຂົ້າມາລາວ ຈຳນວນ 2.059.434 ຄົນ ແລະ ມີຄົນລາວເຂົ້າໄປໄທ 1.332.676 ຄົນ. ຄຽງຄູ່ກັບການສົ່ງເສີມ ການທ່ອງທ່ຽວ 2 ປະເທດ ຍັງ ໄດ້ຮ່ວມກັນສົ່ງເສີມການບໍລິການໆທ່ອງທ່ຽວ ເຊື່ອມຕໍ່ສຳລັບນັກທ່ອງທ່ຽວຈາກປະເທດທີ 3 ດ້ວຍການຈັດລາຍການທ່ອງ ທ່ຽວເຊື່ອມຕໍ່ກັນຢູ່ແຕ່ລະພາກພາຍໃຕ້ຂອບ ການຮ່ວມມື 3 ຫລ່ຽມຄຳຢູ່ພາກເໜືອຂອງລາວ-ໄທ, ຂອບການຮ່ວມມື 3 ຫລ່ຽມ ມໍລະກົດຢູ່ພາກໃຕ້ຂອງລາວ- ພາກອີສານ ເບື້ອງຕາເວັນອອກ ຂອງໄທ ຫລື ພາກກາງຂອງລາວກັບພາກອີສານຕອນເທິງຂອງໄທ.

No comments:

Post a Comment