Ad

Ad

1 July 2014

ອຸຕຸແຈ້ງທົ່ວທຸກພາກຂອງປະ ເທດຍັງຈະມີຝົນຕົກລົມແຮງ



    ກົມ​ອຸ​ຕຸ​ນິຍົມ ​ແລະ ອຸ​ທົກ ກະສາ​ດ ​ໄດ້​ແຈ້ງ​ວ່າ: ຮ່ອງ ຄວາມກົດດັນອາກາດຕ່ຳມີກຳ ລັງປານກາງຍັງສືບຕໍ່ປົກຄຸມຢູ່ ທົ່ວ ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງລັກສະ ນະເຊັ່ນນີ້ ຍັງຈະເຮັດໃຫ້ມີຝົນ ຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານ ກາງຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້ພ້ອມມີລົມພັດ ແຮງເປັນບາງໂອກາດ. ສຳລັບ ສະພາບ​ອາກາດນັບ​ແຕ່ວັນ​ທີ 1-3 ກໍລະກົດ2014, ຢູ່​ຫລາຍ​ແ​ຂວງ​ມີ​ເມກ​ປົກ​ຄຸມ​ເປັນ​ບາງ ສ່ວນ​ ​ແລະ ມີຝົນຟ້າຄະນອງໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດ ແຮງເປັນບາງໂອກາດ.
    ນະຄອນຫລວງວຽງຈັນ ມີ​ເມກ​ປົກ​ຄຸມ​ເປັນບາງ​ສ່ວນ​, ອາ ກາດຮ້ອນເລັກນ້ອຍໃນຕອນ ກາງເວັນ,  ອຸນຫະພູມຕ່ຳສຸດ 24-25 ອົງສາ, ສູງສຸດ 34 ອົງ ສາ, ​ໃນ​ວັນ​ທີ 1 ກໍລະກົດ ຈະ​ມີ​ຝົນຕົກຟ້າ​ຄະນອງເປັນບໍລິເວນ ກວ້າງ, ໃນ​ວັນ​ທີ 2 ກໍລະກົດ ຈະ​ມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ​ປົກ​ຄຸມ​ເປັນສ່ວນ​ຫລາຍ, ໃນ​ວັນ​ທີ 3 ກໍລະກົດ ​ຈະ​ມີ​ຝົນຟ້າ​ຄະນອງ ຢູ່ທົ່ວໄປພ້ອມມີລົມພັດ ແຮງເປັນບາງໂອກາດ.

     ແຂວງຊຽງຂວາງ ມີ​​ເມກປົກ​ຄຸມເປັນບາງສ່ວນ, ອຸນຫະພູມ ຕ່ຳສຸດ 19-21 ອົງສາ, ສູງສຸດ 27-29 ອົງສາ, ໃນວັນທີ 1 ກໍລະກົດ ຈະມີຝົກຕົກ​ໃນ​ລະດັບ​ຄ່ອຍ ກະຈາຍຢູ່ທົ່ວໄປ, ວັນທີ 2 ກໍລະ ກົດ ຈະມີຝົນຝອຍ​ບາງ​ພື້ນ​ທີ່, ໃນ ວັນທີ 3 ກໍລະ ກົດ ຈະມີຝົນຕົກ​ໃນ​ລະດັບ​ຄ່ອຍກະຈາຍທົ່ວບໍລິເວນ.
     ແຂວງຫລວງນ້ຳທາອຸນຫະພູມ ຕ່ຳສຸດ 22-23 ອົງສາ, ສູງສຸດ 30-31 ອົງສາ, ໃນ​ວັນ​ທີ 1 ກໍລະ ກົດຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ເປັນ ບໍລິ​ເວນກວ້າງ, ໃນ​ວັນ​ທີ 2-3 ກໍລະກົດຈະ​ມີ​ຝົນຝອຍ​ເປັນ​ບາງ​ສ່ວນ​.
    ແຂວງ​ຫລວງ​ພະ​ບາງ ອາກາດ​ຈະ​ຮ້ອນ​ເອົ້າ​ເລັກນ້ອຍ, ອຸນຫະພູມຕ່ຳ​ສຸດ 24-25 ອົງສາ, ສູງ​ສຸດ 33-34 ອົງສາ, ໃນ​ວັນ​ທີ 1 ກໍລະກົດຈະ​ມີຝົນຕົກ​ໃນ​ລະດັບ​ຄ່ອຍກະຈາຍຢູ່ທົ່ວໄປ,​ ໃນ​ວັນ​ທີ 2-3 ກໍລະກົດຈະ​ມີຝົນຝອຍຢູ່ບາງ​ບໍລິ​ເວນ​.
        ແຂວງສະຫວັນ​ນະ​ເຂດ ມີ ເມກປົກຄຸມເປັນບາງສ່ວນ, ອຸນ ຫະພູມຕ່ຳ​ສຸດ 24-25 ອົງສາ, ສູງ​ສຸດ 31-32 ອົງສາ, ໃນ​ວັນ​ທີ 1 ກໍລະກົດຈະ​ມີຝົນຕົກຟ້າຄະນອງ ເກືອບທົ່ວໄປ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນພ້ອມມີລົມພັດ ແຮງເປັນບາງໂອ ກາດ,​ ໃນ​ວັນ​ທີ 2-3 ກໍລະກົດຈະ​ມີ​ຝົນຕົກ​ໃນ​ລະດັບ​ຄ່ອຍຢູ່ບາງ​ພື້ນ​ທີ່.
    ​ແຂວງ​ຈຳປາ​ສັກ ຈະ​ມີ​ເມກ​ປົກ​ຄຸມເປັນສ່ວນຫລາຍ, ອຸນຫະ ພູມຕ່ຳ​ສຸດ 24-25 ອົງສາ, ສູງ​ສຸດ 28-29 ອົງສາ, ໃນ​ວັນ​ທີ 1 ກໍລະ ກົດຈະ​ມີຝົນຕົກຟ້າ​ຄະ​ນອງ​ທົ່ວ ໄປ ແລະ ມີລົມພັດແຮງເປັນບາງ ໂອກາດ, ໃນວັນທີ 2-3 ກໍລະກົດ ຈະມີຝົນ​ຕົກ​ໃນ​ລະດັບ​ຄ່ອຍກະ ຈາຍທົ່ວບໍລິເວນ.    

No comments:

Post a Comment