ໃນວັນທີ 30 ມິຖຸນານີ້, ຢູ່ກະ ຊວງແຜນການ ແລະ
ການລົງ ທຶນ, ສູນສະຖິຕິແຫ່ງຊາດໄດ້ມີພິທີສະເຫລີມສະ ຫລອງວັນສະຖິຕິແຫ່ງຊາດ (ວັນທີ 30 ມິຖຸນາ),
ໃນ ໂອກາດນີ້ ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າກົມສະ ຖິຕິ-ສັງຄົມ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ
ແລະ ການ ຈັດຕັ້ງປະຕິບັດຂອງສູນສະຖິຕິແຫ່ງຊາດໂດຍໄດ້ສົມທົບ ກັບການຈັດຕັ້ງ ສະຖິຕິທຸກຂັ້ນທັງລະບົບສາຍຕັ້ງ
ແລະ ສາຍຂວາງ ພ້ອມກັນຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດ ການພັດທະນາລະບົບ
ສະຖິຕິແຫ່ງຊາດ 2010-2020 ໂດຍຫັນເປັນແຜນດຳເນີນງານປະຈຳປີລະ ອຽດ ເຮັດໃຫ້ການ ຈັດຕັ້ງປະ ຕິບັດວຽກງານສະຖິຕິມີ
ຜົນສຳເລັດເປັນກ້າວໆເປັນຕົ້ນ ແມ່ນປັບປຸງດ້ານການຈັດຕັ້ງລະບົບ ສາຍ ຕັ້ງຢູ່ຂັ້ນສູນກາງ ແລະ
ແຂວງ ສຳເລັດໂດຍພື້ນຖານ ແລະປັດຈຸບັນກຳລັງຂຸ້ນຂ້ຽວປັບປຸງດ້ານການຈັດຕັ້ງຂັ້ນເມືອງ ແລະ
ລະ ບົບສາຍຂວາງ, ທ່ານ ນາງ ພອນ ສະຫລີ ກ່າວຕື່ມວ່າ: ສຳລັບການຈັດຕັ້ງວຽກງານວິ ຊາສະເພາະໄດ້ສຳເລັດການປະ
ກາດຜົນ ເບື້ອງຕົ້ນການສຳຫລວດເສດຖະ ກິດຄັ້ງທີ II, ການສຳຫລວດການຊົມໃຊ້ ແລະ ໃຊ້ຈ່າຍຄົວເຮືອນຄັ້ງທີ
V, ປະຕິ ບັດການ ປັບປຸງວຽກງານການ ບັນຊີແຫ່ງ ຊາດ ແລະ ການຄິດ ໄລ່ລວມຍອດຜະລິດຕະພັນພາຍໃນເພື່ອສະໜອງໃຫ້ແກ່ການ
ວາງແຜນ
ພັດທະນາເສດຖະກິດ-ສັງ ຄົມ ພ້ອມທັງໄດ້ມີການປຶກ ສາຫາລື, ຖອດຖອນບົດຮຽນ ແລະ ແຜນດຳເນີນງານໃນຕໍ່
ໜ້າຮ່ວມ ກັບບັນດາແຂວງ ແລະ ຂະແໜງ ການທີ່ກ່ຽວຂ້ອງ, ສຳເລັດການສ້າງວາລະສານປະຈຳປີ 2013 ກຳລັງນຳເຂົ້າຈັດພິມ,
ປັດຈຸ ບັນກຳລັງຂຸ້ນຂ້ຽວສ້າງ ວາລະສານ 40 ປີ, ການປັບປຸງສະຖິຕິຂັ້ນບ້ານກໍຄືວຽກງານແກ້ໄຂຄວາມທຸກຍາກໄດ້ມີການ ສົມທົບ ກັບພາກສ່ວນກ່ຽວຂ້ອງໃນ
ການຈັດ ຕັ້ງປະຕິບັດໂດຍສະ ເພາະແມ່ນເນັ້ນໃສ່ບ້ານທົດລອງສາມສ້າງ, ເອົາໃຈໃສ່ການຍົກລະ ດັບຄວາມຮູ້ຄວາມສາມາດ
ຂອງພະນັກ ງານທັງຂັ້ນສູນກາງ ແລະ ທ້ອງຖິ່ນໂດຍການຈັດຊຸດ ເຝິກອົບຮົມ, ສຳມະນາດ້ານສະ ຖິຕິໃນແຕ່ລະຂະແໜງ
ແລະ ທ້ອງຖິ່ນ, ການເຂົ້າຮ່ວມກອງປະຊຸມ, ເຝິກອົບຮົມທັງພາຍໃນ ແລະ ຕ່າງປະເທດເພື່ອເຮັດໃຫ້ ການພັດທະນາວຽກງານສະຖິຕິໄດ້ຮັບ
ການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມີປະສິດທິພາບ.
No comments:
Post a Comment