Ad

Ad

1 July 2014

ການລົງທຶນຈາກຕ່າງປະເທດເຂົ້າເຂດເສດຖະກິດພິເສດສະຫວັນ-ເຊໂນຫລາຍຂຶ້ນ



      ເມື່ອທ້າຍອາທິດຜ່ານມານີ້, ຢູ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງ ຈັນ, ໄດ້ມີ ພິທີລົງນາມຂອງຫລາຍຫົວ ໜ່ວຍທຸລະກິດຈາກຕ່າງປະເທດ ເຂົ້າລົງທຶນ ຢູ່ເຂດເມືອງໃໝ່ສະ ຫວັນຊີຕີ (Savan City) ທີ່ນອນໃນເຂດເສດຖະກິດ ພິເສດ ສະຫວັນ-ເຊໂນ ແຂວງສະຫວັນນະ ເຂດ ຊຶ່ງປະກອບມີ:ສັນຍາກໍ່ສ້າງລີສອດ, ໂຮງ ແຮມ, ສະຖານບັນເທິງຄົບວົງຈອນ, ທະນາຄານ, ຮ້ານຄ້າປອດພາສີ, ສູນການຄ້າ ຄົບວົງຈອນ ແລະ ປ້ຳນ້ຳມັນຂອງບໍລິສັດ ອາຊຽນ ຢູນຽນ (ASEANUNI ON), ລົງນາມສັນຍາກໍ່ສ້າງທະນາຄານສາກົນລາວ-ມາເລເຊຍ ໂດຍແມ່ນການລົງທຶນຂອງບໍລິສັດ ຄູນລາສີ ການຄ້າຂາອອກ-ຂາເຂົ້າ ກັບສະຖາບັນການເງິນ ເຈັນສະຕາຣຮົງກົງ, ລົງນາມກໍ່ສ້າງອາພາດ ເມັນ 250 ຫ້ອງ ແລະ ສູນວາງ ສະແດງ, ສູນບໍລິການຜະ ລິດຕະພັນຫັດຖະກຳລະຫວ່າງບໍລິສັດສະຫວັນຊີຕີ ແລະ ບໍລິສັດ ອາດີ ລານ ຈຳກັດ ແລະ ລົງນາມ ກໍ່ ສ້າງໂຮງຮຽນນາໆ ຊາດຂອງກຸ່ມສະຖາບັນການສຶກສາຄີລາພັດ.

     ທ່ານຫົວໜ້າຮັບພິຊອບເຂດ ເສດຖະກິດພິເສດສະຫວັນ-ເຊໂນ ໃຫ້ຮູ້ວ່າ: ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແມ່ນ ເຂດຈັດສັນການລົງທຶນທີ່ລັດຖະບານໄດ້ເອົາໃຈໃສ່ພິເສດ ແລະ ເປັນເຂດເສດຖະກິດທີ່ມີການເຄື່ອນໄຫວ ຄືບໜ້າດີກວ່າເຂດ ອື່ນໆ. ປັດຈຸບັນ, ມີ 40 ບໍລິສັດ, ໄດ້ເຂົ້າມາ ລົງທຶນໃນເຂດດັ່ງກ່າວແລ້ວ, ໃນນັ້ນ 14 ບໍລິສັດແມ່ນເປັນຂອງ ນັກລົງທຶນລາວ, ຍີ່ປຸ່ນ ແລະ ໄທ 7 ບໍລິສັດ, ມາເລເຊຍ ແລະ ຝຣັ່ງ 4 ບໍລິສັດ, ໂຮນລັງ 2 ບໍລິສັດ,    ສ ເກົາຫລີ ແລະ ຮົງກົງ 1 ບໍລິສັດ ແລະ ສະເພາະການລົງທຶນຂອງຍີ່ປຸ່ນກວມມູນຄ່າຫລາຍກວ່າໝູ່ປະມານ 20 ລ້ານກວ່າໂດລາ ສະຫະລັດ ໂດຍແມ່ນການຜະລິດຊິ້ນ ສ່ວນເຄື່ອງອີເລັກໂຕຼນິກ ແລະ ອາໄຫລ່ລົດເປັນຕົ້ນ.
      ເຂົ້າຮ່ວມພິທີເຊັນລົງນາມ ດັ່ງກ່າວມີທ່ານ ໄຊສົມພອນ ພົມ ວິຫານຮອງປະທານສະພາແຫ່ງຊາດ, ທ່ານ ສາດສະດາຈານ ດຣ ບໍ່ວຽງຄຳ ວົງດາລາ ລັດຖະມົນ ຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

No comments:

Post a Comment