ທ່ານ ດຣ ອຸ່ນແກ້ວ ວຸທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດທັງເປັນໂຄສົກ ຂອງສະພາ
ແຫ່ງຊາດໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນໃນຕອນບ່າຍວັນທີ 2 ກໍລະ ກົດນີ້ວ່າ: ກອງປະຊຸມສະ ໄໝສາມັນເທື່ອທີ
7 ຂອງສະພາແຫ່ງຊາດຊຸດທີ VII ຈະ ໄດ້ມີຂຶ້ນແຕ່ວັນທີ 7-25 ກໍລະກົດ 2014 ທີ່ສະພາແຫ່ງຊາດ,
ນະຄອນຫລວງວຽງ ຈັນ ໃນວາລະຂອງການດຳເນີນກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງການລາຍງານ ແລະ ປະກອບຄຳຄິດຄຳເຫັນ
ໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະ ນາເສດຖະກິດ-ສັງຄົມ ແລະ ແຜນ ງົບປະມານແຫ່ງລັດສົກປີ
2013- 2014 ແລະ ທິດທາງແຜນການ ສົກປີ 2014-2015, ໃນນັ້ນມີບົດ ລາຍງານກ່ຽວກັບການຈັດຕັ້ງ
ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ບົດລາຍງານກ່ຽວກັບການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດ
ແລະ ບົດລາຍ ງານກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນເງິນ ຕາ,
ບົດລາຍງານກ່ຽວກັບການ
ຈັດສັນ 3 ປ່າ ຄື: ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ, ບົດລາຍງານການເຄື່ອນໄຫວ ວຽກ ງານຂອງອົງການກວດ
ສອບແຫ່ງລັດ ປະຈຳສົກປີ 2013-2014 ແລະ ທິດທາງແຜນ ການເຄື່ອນໄຫວປະຈຳສົກປີ 2014- 2015, ບົດລາຍງານຂອງ
ອົງການໄອຍະການປະຊາຊົນສູງສຸດ ແລະ ບົດລາຍງານຂອງ ສານປະຊາຊົນສູງສຸດກ່ຽວກັບ ການ ເຄື່ອນໄຫວວຽກງານສົກປີ
2013-2014 ແລະ ແຜນວຽກສົກ ປີ 2014-2015, ບົດລາຍງານ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ
ປະຈຳສົກປີ 2013-2014 ແລະ ທິດທາງແຜນ ການປະຈຳສົກປີ2014-2015.
ພ້ອມນີ້ກອງປະຊຸມຍັງຈະໄດ້ພິ ຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍຈຳນວນ
5 ສະບັບ; ໃນນັ້ນມີ ກົດໝາຍສ້າງໃໝ່ 2 ສະບັບ ຄື:ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການຟອກເງິນ,
ການສະໜອງທຶນໃຫ້ແກ່ການກໍການຮ້າຍ ແລະ ກົດໝາຍວ່າດ້ວຍການກວດສອບເອກະ ລາດ. ສ່ວນກົດໝາຍປັບປຸງ3
ສະບັບປະກອບມີກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດ ໝາຍວ່າດ້ວຍມາດຖານ ແລະ ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ.
ທ່ານ ດຣ. ອຸ່ນແກ້ວ ວຸທິ ລາດ ຍັງໃຫ້ຮູ້ອີກວ່າ:
ໃນໄລຍະດຳເນີນກອງປະຊຸມ, ສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດ ຊອບໂທລະສັບສາຍດ່ວນ
ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມນັ້ນ
ສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄດ້ດັ່ງນີ້ີ້: ໂທລະສັບບໍ່ເສຍຄ່າໝາຍເລກ
156, ໂທລະສານໝາຍເລກ: 021 452627, ສົ່ງເປັນຈົດໝາຍທາງໄປສະນີຕູ້ ປນ.662, ສົ່ງອີເມວ:
na_seeion@na.gov.la.

No comments:
Post a Comment