ເຈົ້າໜ້າທີ່ຕຳຫລວດສືບສວນ-ສອບສວນ ນະຄອນຫລວງວຽງຈັນ
ໃຫ້ຮູ້ວ່າ: ເວ ລາປະມານ 2:00 ໂມງເຊົ້າ ຂອງວັນທີ 2 ກໍລະກົດນີ້ ໄດ້ເກີດເຫດຍິງກັນເສຍຊີ
ວິດໜຶ່ງຄົນຢູ່ໃນລົດກະບະມິດຊູບີຊິ ໝາຍເລກທະບຽນ ກຄ 9933 ກຳແພງນະຄອນ, ຜູ້ເສຍຊີວິດຊື່ທ້າວ
ເພັດສະໝອນ ຫລື ແອ ອາຍຸ 21 ປີ ຢູ່ບ້ານສີວິໄລ ເມືອງໄຊທານີ ນະຄອນຫລວງວຽງຈັນ
ຖືກຍິງດ້ວຍປືນ ສັ້ນ 1 ນັດ ເຂົ້າບໍລິເວນງ່ອນທະລຸປາກ ແລະ ຜ່ານການສອບສວນໝູ່ອີກຄົນໜຶ່ງທີ່ນັ່ງໃນລົດຂອງຜູ້ຕາຍຮູ້ວ່າ:
ກ່ອນເກີດເຫດ ພວກຕົນໄດ້ອອກຈາກຮ້ານບັນເທີງແຫ່ງໜຶ່ງຢູ່ບ້ານຮ່ອງໄກ່ແກ້ວ
ເມືອງຈັນທະບູລີ ແລະ ໄດ້ພາກັນມາແວ່ກິນເຂົ້າປຽກຢູ່ເຂດບ້ານໂພນສະຫວ່າງ ໂດຍຕົນບໍ່ໄດ້ລົງໄປກິນ
ເນື່ອງຈາກມີອາການເມົາຈຶ່ງມີແຕ່ໝູ່ລົງໄປກິນ ແລະ ເວ ລາກັບມາຂຶ້ນລົດຈະກັບບ້ານ
ຈຶ່ງມີຄົນຮ້າຍຂີ່ລົດມາແລ້ວໃຊ້ປືນຍິງໝູ່ຂອງຕົນເສຍຊີວິດ. ປັດຈຸ ບັນເຈົ້າໜ້າທີ່ກຳລັງສືບສວນ-
ສອບສວນເພື່ອນຳຈັບຕົວຄົນຮ້າຍມາດຳເນີນຄະດີໃຫ້ໄດ້ໂດຍໄວ.

No comments:
Post a Comment