ທ້າວ ອຳຄາ ອາຍຸ 17 ປີ ແລະ ທ້າວ ເພັດສະໝອນ
ອາຍຸ 18 ປີ ທັງສອງຢູ່ບ້ານຈະເລີນໄຊ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ຖືກເຈົ້າໜ້າທີ່
ປກສ ເມືອງນາຊາຍທອງ ຈັບຕົວມາດຳເນີນຄະ ດີ ເມື່ອທ້າຍເດືອນມິຖຸນາ 2014, ພາຍຫລັງທັງສອງ
ແລະ ໝູ່ອີກຄົນໜຶ່ງຊື່ທ້າວ ລີ້ ໄດ້ຮ່ວມກັນປຸ້ນຊັບຍິງຄົນໜຶ່ງຢູ່ເສັ້ນທາງເຂດບ້ານດົງບອງ
ເມືອງໄຊທານີ ໃນເວລາ 15:30 ໂມງ ຂອງວັນທີ 20 ມິຖຸນາ 2014 ດ້ວຍການຂົ່ມຂູ່ ແລະ
ທຳຮ້າຍຮ່າງກາຍຍິງທີ່ຕົກເປັນເຫຍື່ອຈົນໝົດສະຕິແລ້ວໄດ້ກວດຄົ້ນເອົາຊັບສິນ
ຄືສາຍຄໍຄຳ 5 ບາດ ແລະ ສາຍແຂນຄຳ 1 ເສັ້ນ ແລະ ມື້ຕໍ່ມາ ຈຶ່ງໄດ້ເອົາຄຳໄປຂາຍແລ້ວເອົາເງິນມາແບ່ງກັນ
ແລະ ຕົກມາຮອດວັນທີ 24 ມິຖຸນາ 2014 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ,
ສ່ວນທ້າວ ລີ້ ເຈົ້າໜ້າທີ່ພວມເລັ່ງຕິດ ຕາມນຳຈັບຕົວມາດຳເນີນຄະດີໃຫ້ໄດ້ໂດຍໄວ.

No comments:
Post a Comment