Ad

Ad

3 July 2014

ລົດບັນທຸກໝາກໄມ້ເສຍຫລັກຕຳ ລົດກະບະຮຸນໄດຢ່າງແຮງໂຊກດີບໍ່ມີຜູ້ເສຍຊີວິດ



     ​ເຈົ້າໜ້າ​ທີ່​ຕຳຫລວດ​ຈະລາ ຈອນ​ເມືອງ​ຍົມ​ມະ​ລາດ ​ແຂວງ​ຄຳ​ມ່ວນ ​ໃຫ້​ຮູ້​ວ່າ: ​ໃນ​ເວລາ​ປະ ມານ 13:00 ​ໂມງ ຂອງ​ວັນ​ທີ 30 ມິຖຸນາ 2014 ​ໄດ້​ເກີດ​ອຸປະຕິ​ເຫດ​ລົດ​ບັນທຸກ​ໝາກ​ໄມ້​ ໝາຍ​ເລກ​ທະບຽນ 70-0960 ມຸກດາ​ຫານ ເຊິ່ງ​ແມ່ນ​ທ້າວ ກຽງ​ໄກ ອາຍຸ 60 ປີ ຢູ່​ປະ​ເທດ​​ໄທ ​ເປັນ​ຄົນ​ຂັບ​ລົດ ດັ່ງກ່າວ ຕຳ​ກັບ​ລົດ​ກະບະ​ຮຸນ​ໄດ ໝາຍ​ເລກ​ທະບຽນ ກກ 2047 ຄຳ​ມ່ວນ ຂັບ​ໂດຍ​ທ້າວ ດົ້ງ ອາຍຸ 42 ປີ ຢູ່​ບ້ານ​ໂພນ​ຄຳ ​ເມືອງ​ຍົມ​ມະ​ລາດ ​ແຂວງ​ຄຳ​ມ່ວນ ຢ່າງ​ຮຸນ​ແຮງ ​ເຊິ່ງ​ໄດ້​ເຮັດ​ໃຫ້​ລົດ​ທັງ​ສອງ​ພິກ​ຂວ້ຳລົງ​ຂ້າງ​ທາງ​ໃນ​ເຂດ​ບ້ານ​ນາ​ແດນ ​ເມືອງ​ຍົມ​ມະ​ລາດ, ​ແຕ່​ໂຊກ​ດີ​​ບໍ່​ມີ​ຜູ້​ເສຍ​ຊີວິດ ມີ​ພຽງ​ຄົນ​ຂັບ​ລົດ​ທັງ​ສອງ​ຄັນ​ໄດ້​ຮັບ​ບາດ​ເຈັບ​ເລັກ​ໜ້ອຍ ​ແລະ ໝາກ​ໄມ້​​ໄດ້​ຮັບ​ຄວາມ​ເສຍ​ຫາຍ​​ເປັນ​ມູນ​ຄ່າຫລາຍ​ຮ້ອຍ​ລ້ານ​ກີບ.
     ​ເຈົ້າໜ້າ​ທີ່ ​ໃຫ້​ຮູ້​ວ່າ: ສາ​ເຫດ​ຂອງ​ການ​ເກີດ​ອຸປະຕິ​ເຫດ​ຄັ້ງນີ້​ແມ່ນ​ລົດ​ບັນທຸກ​ໝາກ​ໄມ້​ເສຍ​ຫລັກ ​ເພາະ​ຈຸດ​ເກີດ​ເຫດ​ເປັນ​ເສັ້ນທາງ​ໂຄ້ງຄ້ອຍ ​ແລະ ມີ​ຝົນ ຕົກ​ເຮັດ​ໃຫ້​ທາງ​ໝື່ນ​ຈຶ່ງ​ເກີດ​ອຸປະ ຕິ​ເຫດ​ດັ່ງກ່າວ.
     ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ໃນ​ເວລາ 23:30 ​ໂມງ ຂອງ​ວັນ​ທີ 30 ມິຖຸ ນາ 2014 ​ໄດ້​ເກີດ​ອຸປະຕິ​ເຫດ​ລົດ​ກະບະ​ຮຸນ​ໄດ ໝາຍ​ເລກ​ທະບຽນ ກຄ 3226 ​ເສຍ​ຫລັກ​ເຈີດ​ຕຳ​ກຳ​ແພງ​ຢ່າງ​ຮຸນ​ແຮງ​ໃນ​ເຂດ​ບ້ານ​ດົງ​ນາ​ໂຊກ​ໃຕ້ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນ ຫລວງ​ວຽງ​ຈັນ ສົ່ງ​ຜົນ​ໃຫ້​ຜູ້​ຂັບ​ລົດ​ໄວ​ກາງຄົນ​ເສຍ​ຊີວິດ​ຄາ​ທີ່.

No comments:

Post a Comment