ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ປັດຈຸບັດສະພາບແວດ ລ້ອມໂດຍລວມຂອງການດຳເນີນທຸລະກິດຢູ່ ສປປ ລາວ ແມ່ນພວມໄດ້ຮັບຄວາມ ເອົາໃຈໃສ່ປັບປຸງໃຫ້ດີຂຶ້ນເລື້ອຍໆ,
ມັນສະແດງອອກໃຫ້ ເຫັນໃນບົດລາຍງານຂອງ ທະນາ ຄານໂລກ ແລະ ອົງການຮ່ວມມື ການເງິນສາກົນ (
IFC ) ຕໍ່ຜົນ ການສຳ ຫຼວດກ່ຽວກັບຄວາມ ເອື້ອອຳນວຍໃນການດຳເນີນທຸ ລະກິດຢູ່ໃນ 189 ປະເທດ ທົ່ວໂລກ, ຊຶ່ງຜົນສຳຫຼວດອອກມາ ເຫັນວ່າ : ປີ
2014 ປະເທດລາວ ຖືກຈັດຢູ່ໃນ ອັນດັບທີ 159 ຂອງ ປະເທດທີ່ມີຄວາມເອື້ອອຳນວຍ ໃນການດຳເນີນທຸລະກິດຈາກ
ຈຳນວນປະເທດດັ່ງກ່າວ, ຖືວ່າ ດີຂື້ນ 4 ອັນດັບເມື່ອ ທຽບໃສ່ປີ 2013 ແລະ ດີຂຶ້ນ 6 ອັນດັບຖ້າ ທຽບໃສ່ປີ 2012 ແລະ ອັນທີ່ພົ້ນ ເດັ່ນແມ່ນສຳລັບການເລີ່ມຕົ້ນ ດຳເນີນທຸລະ ກິດທີ່ມີຄວາມສະດວກສະບາຍ ແລະ ວ່ອງໄວໃນປີຜ່ານ ມາລາວຖືກຈັດໃຫ້ຢູ່ໃນອັນດັບທີ 81 ດີຂຶ້ນ
12 ອັນ
ດັບຈາກເມື່ອ ກ່ອນຢູ່ອັນດັບທີ 93 ແລະ
ສຳ ລັບຄວາມສະດວກດ້ານພາສີອາກອນ ໃນປີ 2014 ລາວ
ຖືກຈັດໃຫ້ດີຂຶ້ນ 12 ອັນດັບເຊັ່ນ ດຽວກັນເມື່ອທຽບໃສ່ປີ 2013 (ຈາກ ອັນດັບ 131 ມາເປັນ
119 ) ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າການປ່ຽນ ແປງສະພາບ ແວດລ້ອມຂອງການດຳເນີນທຸລະກິດໃນທາງທີ່ດີ,
ສົ່ງຜົນໃຫ້ນັກລົງ ທຶນມີຄວາມເຊື້ອໝັ້ນ ແລະ ສົນໃຈເຮັດທຸ ລະກິດຢູ່ ສປປ ລາວ ນັບມື້ຫຼາຍຂຶ້ນ.

No comments:
Post a Comment