Ad

Ad

3 July 2014

ສະພາການຄ້າອາເມລິກາສົ່ງເສີມການພົວພັນດ້ານທຸລະກິດໃນລາວ



   ໃນວັນທີ 25 ມິຖຸນາຜ່ານ ມານີ້ ທີ່ໂຮງແຮມພລາຊາ ອັນ ທີນີ ບາງກອກ ປະເທດ ໄທ ໄດ້ມີງານລ້ຽງອາຫານທ່ຽງປະຈຳ ເດືອນຂອງສະພາການຄ້າອາເມລິກາ (AM CHAM) ເພື່ອສົ່ງເສີມວຽກງານທາງ ດ້ານການຄ້າ ແລະ ການລົງ ທຶນຂອງສະຫະ ລັດອາເມລິກາ ໃນ ສປປ ລາວ ໂດຍມີທ່ານ ແດນຽວ ເອ.ຄລູນ ເອກອັກຄະ ລັດຖະ ທູດວິສາມັນ ຜູ້ມີອຳ ນາດເຕັມແຫ່ງສະຫະ ລັດອາເມລິກາປະຈຳລາວ, ທ່ານ ອຸເດດ ສຸວັນນະວົງ, ຮອງປະທານສະພາການຄ້າລາວ, ທ່ານ ຄຣິສ ແມນເລ ປະທານ ສະພາ ການຄ້າອາເມລິກາປະຈຳ ສປປ ລາວ ແລະ ບັນດາ ນັກທຸລະກິດເຂົ້າຮ່ວມຫລາຍ ກວ່າ 100 ທ່ານ. ທ່ານ ເອກອັກຄະ ລັດຖະທູດ ຄລູນ ໄດ້ຊີໃຫ້ເຫັນເຖິງຄວາມເຕີບໃຫຍ່ ຂອງໂອກາດທາງການຄ້າທີ່ ສປປ ລາວ ມີໃຫ້ແກ່ທຸລະກິດອາເມລິກາ ພ້ອມທັງ ເນັ້ນເຖິງການເຕີບໃຫຍ່ຂອງເສດຖະ ກິດໃນລະດັບທີ່ສູງຢ່າງຕໍ່ເນື່ອງ ແລະ ການເພີ່ມຂຶ້ນ ຂອງລາຍຮັບຕໍ່ບຸກຄົນໃນ ປະເທດລາວ, ເຊັ່ນດຽວກັນກັບ ຄວາມພະຍາຍາມຂອງລັດຖະບານລາວໃນການປະຕິຮູບ ທາງດ້ານເສດຖະກິດ, ການປັບປຸງ ລະບຽບກົດໝາຍ ແລະ ການເຊື່ອມໂຍງເຂົ້າໃນເສດ ຖະກິດພາກພື້ນ ແລະ ໂລກ.

      ສປປ ລາວ ໄດ້ເຂົ້າເປັນສະມາຊິກການຄ້າໂລກ ໃນປີ 2013, ການຂ້າມຜ່ານ ຫລື ປະຕິຮູບຫລາຍກວ່າ 90 ກົດໝາຍ ໃນທົດສະວັດທີ່ຜ່ານມາ. ໃນປີ 2015 ປະເທດລາວຈະກ້າວ ເຂົ້າສູ່ປະຊາຄົມສດຖະກິດອາ ຊຽນທີ່ເປັນການເປີດກວ້າງ ເສດ ຖະກິດເພື່ອການຄ້າ ແລະ ການລົງທຶນສຳລັບຕ່າງຊາດ. ສະມາຄົມການຄ້າອາເມລິກາ ປະຈຳລາວໄດ້ຖືກສ້າງຕັ້ງຂຶ້ນໃນປີ 2012 ແລະ ເປີດກວ້າງ ໃຫ້ສະມາຊິກໃນການເຮັດທຸ ລະກິດ ຫລື ສ່ວນບຸກຄົນ.

No comments:

Post a Comment