ກະຊວງກະສິກຳ ແລະ ປ່າ ໄມ້ໃຫ້ຮູ້ວ່າ: ພາຍຫຼັງກະກຽມ
ໃຫ້ແກ່ການປູກ ເຂົ້ານາປີມາແຕ່ ກາງເດືອນພຶດສະພາ
ແລະ ໄດ້ ເລີ່ມລົງມືປັກດຳ, ຮອດປັດຈຸ ບັນ ທົ່ວປະເທດສາມາດປັກດຳ ເຂົ້ານາປີໄດ້ແລ້ວ
26 ພັນກວ່າ ເຮັກຕາ, ໃນນີ້ປັກດຳ ໄດ້ຫຼາຍກວ່າໝູ່ແມ່ນບັນດາແຂວງພາກ ກາງມີ 18 ພັນກວ່່າເຮັກຕາ,
ພາກເໜືອ 5 ພັນກວ່າເຮັກຕາ ແລະ ພາກໃຕ້ 3 ພັນ ກວ່າເຮັກ ຕາ, ທຽບໃສ່ປີຜ່ານມາເຫັນວ່າ ການປູກເຂົ້ານາປີປີນີ້ແມ່ນຍັງຢູ່
ໃນເກນປົກປົກກະຕິ ແລະ ການ ປູກເຂົ້າໄຮ່ຄົງທີ່ ຮອດປັດຈຸບັນສາມາດປູກໄດ້ແລ້ວ 52 ພັນກວ່າເຮັກຕາ,
ເທົ່າກັບ 53 % ຂອງ ແຜນການ, ນອກຈາກການ ປູກເຂົ້າແລ້ວການປູກພືດລະ ດູຝົນກໍພວມດຳເນີນໄປຢ່າງເປັນຂະບວນຟົດຟື້ນ
ແລະ ທາງຂະ ແໜງການກະສິກຳ-ປ່າໄມ້ກໍໄດ້ເອົາໃຈໃສ່ສະໜອງອຸປະກອນ ການຜະລິດໃຫ້ແກ່ຊາວກະສິກອນຢູ່ຫຼາຍທ້ອງຖິ່ນ,
ພ້ອມທັງໄດ້ຈັດສົ່ງພະນັກງານວິຊາ ການຂອງຕົນລົງຊ່ວຍແນະນຳການຜະລິດໃຫ້ຖືກຕ້ອງຕາມຫຼັກວິທະຍາສາດ,
ວິທະຍາການໃໝ່,
ເພື່ອເພີ່ມສະມັດຕະພາບຜົນຜະ ລິດໃຫ້ສູງຂຶ້ນ, ພ້ອມໄດ້ ເຕືອນໃຫ້ແຕ່ລະແຂວງ,
ເອົາໃຈໃສ່ຕໍ່ ບັນຫາສິ່ງທ້າທາຍທີ່ອາດຈະ ເກີດຂຶ້ນໃນການຜະລິດລະດູຝົນນີ້ເປັນຕົ້ນໃຫ້ກຽມຄວາມພ້ອມໃນການຕ້ານແລ້ງ,
ຕ້ານຖ້ວນ ເຊິ່ງປະເທດເຮົາເຄີຍປະສົບກັບ ບັນຫາດັ່ງກ່າວ ແລະ ສ້າງ ຄວາມເສຍຫາຍໃຫ້ແກ່ການຜະ
ລິດເຂົ້ານາປີຂອງຊາວກະສິກ ກອນມາແລ້ວນັບເປັນຈຳນວນບໍ່ໜ້ອຍ.

No comments:
Post a Comment