ເມື່ອທ້າຍອາທິດຜ່ານມານີ້, ບໍລິສັດ ຊີເອເອັມຊີອີ
(CAMCE) ໄດ້ຈັດພິທີວາງສີລາລືກໂຄງ ການກໍ່ສ້າງໂຮງແຮມຫລູແຫ່ງໜຶ່ງຢູ່ເມືອງຫລວງພະບາງ
ມີຊື່ວ່າ: ອາ ນານທະນາ ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫລວງພະບາງ,
ທ່ານ ກ່ວນຫົວປິ່ນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ, ທ່ານ ຈ້າວລີຈື້ ຜູ້ຈັດການໃຫຍ່ບໍລິສັດ
CAMCE ເຂົ້າຮ່ວມນຳອີກ.
ຕາງໜ້າບໍລິສັດຜູ້ລົງທຶນ ກ່າວວ່າ: ໂຮງແຮມແຫ່ງນີ້ປະ
ກອບມີຕຶກອາຄານໃຫຍ່ 1 ຫລັງ, ມີຫ້ອງພັກ 101 ຫ້ອງ, 1 ຫ້ອງປະຊຸມ, ສູນບໍລິການສຸຂະພາບ
ແລະ ເຮືອນວິນລາ 13 ຫລັງ ທີ່ມີສະລອຍນ້ຳ, ມີເນື້ອທີ່ 6,3 ເຮັກຕາ ຈະກໍ່ສ້າງໃນໄລຍະເວ
ລາ 24 ເດືອນໃຫ້ສຳເລັດ ໃນມູນຄ່າ 40 ລ້ານໂດລາສະຫະລັດ ໂດຍຮູບແບບຂອງໂຮງແຮມແມ່ນໄດ້ຮັບອະນຸຍາດຈາກລັດ
ຖະບານ ແລະ ອົງການຢູແນສໂກແລ້ວ ເຊິ່ງມີລັກສະນະບົ່ງບອກເຖິງເອກະ
ລັກວັດທະນະທຳຂອງລາວ
ແລະ ຈະກາຍເປັນໂຮງແຮມທີ່ມີຄວາມຫລູຫລາໂດດເດັ່ນແຫ່ງໜຶ່ງຢູ່ເມືອງຫລວງພະບາງທີ່ຈະສາ
ມາດດຶງດູດ ແລະ ຮອງຮັບນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫລວງພະບາງຫລາຍຂຶ້ນ,
ພ້ອມຈະປະກອບສ່ວນສ້າງວຽກເຮັດງານທຳ ແລະ ຊຸກຍູ້ການພັດທະ ນາເສດຖະກິດ-ສັງຄົມຂອງທ້ອງຖິ່ນໄດ້ດີຂຶ້ນ.
ສຳລັບບໍລິສັດ CAMCE ແມ່ນບໍລິສັດຈາກ ສປ ຈີນ,
ໄດ້ເຂົ້າມາດຳເນີນທຸລະກິດຢູ່ ສປປ ລາວ ໃນປີ 1997. ໃນໄລຍະຜ່ານມາ, ບໍລິສັດໄດ້ຮັບເໝົາກໍ່ສ້າງສະໜາມບິນຫລວງພະບາງ,
ສະໜາມບິນສາກົນວັດໄຕນະຄອນຫລວງວຽງຈັນ, ສະໜາມບິນຊຽງຂວາງ, ໂຄງການດອນຈັນ, ກໍ່ສ້າງເຮືອນພັກອາເຊັມວິນລາ
50 ຫລັງ, ກໍ່ສ້າງສູນການຄ້າຊ໋ອບປິງພລາຊາ ຢູ່ນະຄອນ ຫລວງວຽງຈັນ ແລະ ອື່ນໆອີກ.

No comments:
Post a Comment