Ad

Ad

2 July 2014

ໂຮງໝໍ​ແມ່ ​ແລະ ​ເດັກກຽມ​ເງື່ອນ​ໄຂຮອງ​ຮັບ​ການ​ເພີ່ມ​ຂຶ້ນຂອງ​ຄວາມ​ຕ້ອງການ



     ອຳນວຍ​ການ​ໂຮງໝໍ​ແມ່ ແລະ ​ເດັກ ​ແຈ້ງ​ໃຫ້​ຮູ້​ວ່າ: ປັດຈຸບັນສະພາບ​ຄົນ​ເຈັບ​ລົ້ນ​ໂຮງໝໍ​ແມ່ນ​ມີ​ຂຶ້ນ​ເປັນ​ປະຈຳ​ເນື່ອງ​ຈາກ​ຄວາມ​ຕ້ອງການ​ຜູ້​ມາ​ໃຊ້​ບໍລິການ​ກໍ​ນັບ​ມື້​ເພີ່ມ​ຂຶ້ນ, ​ໃນ​ຂະນະ​ທີ່​ໂຮງໝໍ​ແມ່ ​ແລະ ​ເດັກ​ທີ່​ພວກ​ເຮົາ​ມີ​ຢູ່​ພັດ​ເປັນ​ໂຮງໝໍ​ຂະໜາດ​ນ້ອຍ ມີ​ພຽງ 70 ຕຽງ​ນອນ​ຄົນ​ເຈັບ​ເທົ່າ​ນັ້ນ ​ແລະ ກໍ​ຕົກ​ຢູ່​ໃນ​ສະພາບ​ເກົ່າ​ແກ່​ຊຸດ​ໂຊມ.
    ຜູ້ອຳນວຍການ ​ໃຫ້​ຮູ້​ວ່າ: ປັດຈຸບັນ ​ໂດຍ​ສະ​ເລ່ຍມື້ໜຶ່ງ​ມີ​ແມ່ຍິງ​ເຂົ້າມາກ​ວດພະ ຍາດ​ບໍ່​ຕ່ຳ​ກວ່າ 300 ຄົນ, ​ໃນ​ນັ້ນມີ​ຜູ້​ມາ​ເກີດ​ລູກ​ຢ່າງ​ໜ້ອຍ 20 ຄົນ​ຕໍ່​ມື້ ແລະ ​ເຂົ້າ ມາ​ປິ່ນປົວ​ພະຍາດ​ອື່ນໆ​ຂອງ​ແມ່ ​ແລະ ​ເດັກ ​ໂດຍ​ສະ​ເລ່ຍ​ເດືອນ​ໜຶ່ງ​ຫລາຍ​ກວ່າ 2.000 ​ເທື່ອ​ຄົນ, ​ແຕ່​ຕຽງ​ນອນ​ຄົນ​ເຈັບ​ພັດ​ຈຳກັດ ຈຶ່ງ​ກໍ່​ໃຫ້​ເກີດ​ສະພາບ​ຄົນ​ເຈັບ​ລົ້ນ​ໂຮງໝໍ​ມີ​ຫລາຍ​ຂຶ້ນ, ​ໃນ​ຂະນະ​ທີ່​ຄົນ​ເຈັບ​ຈຳນວນ​ໜຶ່ງ ທາງ​ໂຮງໝໍ​ແມ່ ແລະ ​ເດັກ ​ໄດ້​ສົ່ງ​ໄປ​ໂຮງໝໍ​ສູນ​ກາງ ​ແລະ ບາງ​ໂຮງໝໍ​ອື່ນ, ​ແຕ່​ຄົນ​ເຈັບ​ຈຳນວນ​ໜຶ່ງ​ບໍ່​ຍອມ ຮັບ ຈຶ່ງ​ໄດ້​ນອນ​ໄປ​ຕາມ​ລະບຽງ​ຂອງ​ໂຮງໝໍ ​ເບິ່ງ​ແລ້ວ​ບໍ່​ຄ່ອຍ​ງາມ​ຕາ. ​ແຕ່​ເຖິງ​ຢ່າງ​ໃດ, ທາງ​ໂຮງໝໍ​ກ​ໄດ້​ໃຫ້ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫລືອ​ເບິ່ງ​ແຍງ​ປິ່ນປົວ​ໃຫ້​ເຂົາ​ເຈົ້າ​ໄດ້​ເປັນ​ຢ່າງ​ດີ.

     ທ່ານ​ ຮສຈ. ດຣ. ບົວ​ວັນ ​ແສງ​ສະຖິດ ອຳນວຍ​ການ​ໂຮງ ໝໍ​ດັ່ງກ່າວ ​ເປີດ​ເຜີຍ​ວ່າ: ​ເພື່ອ​ແກ້​ໄຂ​ສະພາບ​ນີ້​​ໃນ​ໄລຍະ​ຍາວ ທາງ​ໂຮງໝໍ​ກໍ​ຄື​ລັດຖະບານ ​ໄດ້​ລົງ ທຶນ​ສ້າງ​ໂຮງໝໍ​ແມ່ ​ແລະ ​ເດັກ​ຂຶ້ນຕື່ມ​ອີກ​ແຫ່ງ​ໜຶ່ງ ​ເປັນ​ໂຮງໝໍ​ໃຫຍ່ ​ແລະ ທັນ​ສະ​ໄໝ ຄາດ​ວ່າ​ຈະ​ເປີດ​ບໍລິການ​ໃນ​ໄວໆ​ນີ້ ​ເພື່ອ​ສາມາ​ດຮອງ​ຮັບ​ຄວາມ​ຕ້ອງ ການ​ຂອງ​ຜູ້​ມາ​ໃຊ້​ບໍລິການ​ໄດ້​ພຽງພໍ ​ແລະ ສາມາດ​ແກ້​ໄຂ​ສະ ພາບ​ຄົນ​ເຈັບ​ລົ້ນ​ໂຮງໝໍ​ໃຫ້​ຕົກ​ໄປ​ໂດຍ​ໄວ.
     ທ່ານ ຮສຈ. ດຣ.  ບົວ​ວັນ ແສນ​ສະຖິດ ​ເປີດ​ເຜີຍ​ໃຫ້​ຮູ້​ອີກ​ວ່າ: ນອກຈາກ​ການ​ຮອງ​ຮັບ​ຜູ້​ມາ​ປະສູດ​ລູກ​ແລ້ວ, ​ໂຮງໝໍ​ແຫ່ງ​ນີ້ຍັງ​ສາມາດ​ຜ່າຕັດ​ກ້ອນ​ເບົ້າມົດ​ລູກ​ຢ່າງ​ມີ​ຜົນສຳ​ເລັດ ​ໂດຍ​ສະ​ເລ່ຍ​ເດືອນ​ໜຶ່ງ​ຈະ​ມີ​ປະມານ 18 ກໍລະນີ​ ​ເຂົ້າມາ​ຜ່າຕັດ ​ແລະ ກໍລະນີ​ພິ​ເສດ​ສຸດ​ໃນ​ອາທິດ​ຜ່ານ​ມານີ້ ທີ​ມງານ​ແພດ​ຂອງ​ຕົນ​ຍັງ​ຊ່ວຍ​ຜ່າຕັດ​ກ້ອນ​ເບົ້າລູກ​ຂະໜາດ​ໃຫຍ່ມີນ້ຳໜັກຫລາຍ​ເຖິງ 2 ກິ​ໂລກຣາມ ​ໄດ້​ຮັບ​ຜົນສຳ​ເລັດ​ເປັນ​ກໍລະນີ​ພິ​ເສດ ໃຊ້​ເວລາ​ຜ່າຕັດ​ດົນ​ເຖິງ 4 ຊົ່ວ​ໂມງ ທຽບ​ໃສ່​ປົກກະຕິ​ໃຊ້​ເວລາ​ພຽງ 1 ຊົ່ວ​ໂມງ​ເທົ່າ​ນັ້ນ. ປັດຈຸບັນຍິງ​ຄົນ​ນັ້ນ​ໄດ້​ອອກ​ໂຮງໝໍ ​ແລະ ມີ​ສຸຂະພາບ​ແຂງ​ແຮງ​ດີ.

No comments:

Post a Comment