ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ:
ເມື່ອບໍ່ດົນມານີ້, ກຳລັງເຈົ້າໜ້າທີ່ຕົນໄດ້ລົງແກ້ໄຂສະພາບມົ້ວສຸມ ແລະ
ຄ້າຂາຍຢາເສບຕິດຢູ່ເຂດບ້ານນາໄຮ່ ເມືອງຫາດຊາຍຟອງ ນະ ຄອນຫລວງວຽງຈັນ ແລະ
ໄດ້ກັກຕົວຜູ້ຕ້ອງຫາ ຄືທ້າວ ເປີ້ນ ອາຍຸ 28 ປີ ພ້ອມຂອງກາງຢາບ້າ 373 ເມັດ,
ປືນ 1 ກະບອກ ແລະ ລູກປືນຈຳ ນວນໜຶ່ງ ຈຶ່ງໄດ້ຍຶດໄວ້ເປັນຫລັກຖານ ເພື່ອດຳເນີນຄະດີຕາມກົດໝາຍ
ເຊິ່ງຜູ້ຕ້ອງຫາລາຍນີ້ແມ່ນນອນຢູ່ໃນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ ຍ້ອນມີພຶດຕິກຳເຄື່ອນໄຫວມົ້ວ
ສຸມ ແລະ ຄ້າຂາຍຢາເສບຕິດໃຫ້ກັບຊາວໜຸ່ມໃນເຂດເມືອງຫາດຊາຍຟອງ ແລະ ເມືອງໃກ້ຄຽງໃນນະຄອນຫລວງວຽງຈັນ
ແລະ ເຄີຍຕ້ອງໂທດມາແລ້ວໜຶ່ງຄັ້ງເປັນເວລາ 6 ເດືອນ, ແຕ່ບໍ່ເຄັດຫລາບພາຍຫລັງພົ້ນໂທດອອກມາກໍກັບຄືນເຄື່ອນໄຫວໃນສິ່ງບໍ່ດີດັ່ງກ່າວອີກ
ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະ ບຽບກົດໝາຍ.

No comments:
Post a Comment