ວັນທີ 30 ມິຖຸນາ 2014, ສຳ ນັກງານອົງການສະຫະປະຊາຊາດ
ຢູ່ນະຄອນຫລວງວຽງຈັນ ໄດ້ມີການຄັດເລືອກຮູບແຕ້ມກ່ຽວກັບເປົ້າໝາຍສະຫັດສະວັດດ້ານການພັດທະນາຢູ່
ສປປ ລາວ ຂອງນ້ອງນັກຮຽນຊັ້ນປະ ຖົມ ແລະ ມັດທະຍົມໃນທົ່ວປະເທດ ໂດຍຄະນະກຳມະການ
ເຊິ່ງ ປະກອບດ້ວຍທ່ານຫົວໜ້າຫ້ອງ ການຜູ້ຕາງໜ້າອົງການ ສປຊ ປະຈຳ ສປປ ລາວ, ທ່ານຮອງຫົວໜ້າສະມາຄົມນັກຂ່າວແຫ່ງ
ສປປ ລາວ, ທ່ານຫົວໜ້າພະແນກເສດຖະກິດ-ສັງຄົມ ສປຊ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ,
ອາຈານຈາກສະຖາບັນວິຈິດສິນ ແລະ ພະນັກ ງານຈາກກົມອົງການຈັດຕັ້ງສາ ກົນກະຊວງການຕ່າງປະເທດ.
ຜ່ານການຄັດເລືອກຮູບແຕ້ມໃນແຕ່ລະປະເພດ,
ສຳລັບຊັ້ນປະ ຖົມ ຜູ້ຊະນະເລີດໄດ້ແກ່ທ້າວ ເຈມບອນ ຈະເລີນສຸກ ອາຍຸ 11 ປີ ຈາກໂຮງຮຽນປະຖົມຫ້ອມສະ
ຫວັນ ໃນຜົນງານການແຕ້ມທີ່ສ່ອງແສງເຖິງການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນປັດ
ຈຸບັນ, ອັນດັບທີ 2 ໄດ້ແກ່ທ້າວ ພຸດທະສິນ ແສງດາລາ ອາຍຸ 11 ປີ ຈາກໂຮງຮຽນນາໆຊາດແສງດາລາ
ແລະ ອັນດັບທີ 3 ມີສອງຄົນໄດ້ແກ່ທ້າວ ອານຸລັກ ພົມມະຈັກ ອາຍຸ 10 ປີ ຈາກໂຮງຮຽນ
SOS (ແຂວງຊຽງຂວາງ) ແລະ ນາງ ໂບຄຳ ສີລຳພັນ ອາຍຸ 9 ປີ ຈາກໂຮງຮຽນປະຖົມໂພນສະອາດ
(ແຂວງຊຽງຂວາງ). ສຳລັບຊັ້ນ ມັດທະຍົມ ຜູ້ຊະນະເລີດໄດ້ແກ່ນາງ ເພັດຕາ
ເວັນ ບົວລີສີສະຫວັດ
ອາຍຸ 17 ປີ ຈາກມັດທະຍົມສົມບູນວຽງຈັນ ເຈົ້າຂອງຮູບແຕ້ມກ່ຽວກັບກິດຈະກຳການບັນ
ລຸເປົ້າໝາຍສະຫັດສະວັດດ້ານການພັດທະນາຢູ່ ສປປ ລາວ, ອັນດັບທີ 2 ໄດ້ແກ່ນາງ
ເຂັມມະນີ ອິນທະໄຊ ອາຍຸ 16 ປີ ຈາກໂຮງຮຽນມັດທະຍົມຕອນປາຍຈັນທະບູລີ ແລະ ອັນດັບທີ
3 ໄດ້ແກ່ທ້າວ ພອນປະເສີດ ແສງມະນີວົງ ອາຍຸ 15 ປີ ຈາກໂຮງຮຽນມັດທະຍົມສົມບູນເພຍວັດ.
ການແຂ່ງຂັນຮູບແຕ້ມຄັ້ງນີ້ແມ່ນເນັ້ນໃຫ້ເຫັນເປົ້າໝາຍສຳ
ຄັນໃນການພັດທະນາຢູ່ ສປປ ລາວ ໂດຍສະເພາະເປົ້າໝາຍສະຫັດສະວັດດ້ານການພັດທະນາ
ເພື່ອແນໃສ່ການດຶງດູດຄວາມສົນໃຈຂອງນ້ອງນັກຮຽນ ທັງລະດັບປະຖົມ ແລະ ມັດທະ
ຍົມຕໍ່ກັບວຽກງານພັດທະນາຢູ່ ສປປ ລາວ ເປັນຕົ້ນບັນຫາຄວາມທຸກຍາກ, ການໂພຊະນາການ,
ການເສຍຊີວິດຂອງແມ່ຍິງ ແລະ ເດັກ ນ້ອຍ, ການສຶກສາ, ຄວາມສະເໝີພາບຍິງ-ຊາຍ, ສາທາລະນະສຸກ,
ສິ່ງແວດລ້ອມ ແລະ ບັນຫາລະເບີດທີ່ຍັງບໍ່ທັນແຕກ (UXOs).
ພິທີມອບລາງວັນໃຫ້ແກ່ຜູ້ຊະນະເລີດທັງສອງປະເພດຈາກການແຂ່ງຂັນຮູບແຕ້ມຄັ້ງນີ້ແມ່ນຈະໄດ້ຈັດຂຶ້ນໃນວັນທີ
8 ກໍລະ ກົດ ທີ່ສຳນັກງານອົງການສະຫະປະຊາຊາດ ແລະ ພິເສດທາງໂຮງຮຽນທີ່ນ້ອງນັກຮຽນສັງກັດຢູ່ກໍຈະໄດ້ຮັບລາງວັນເຊັ່ນດຽວກັນ
ເພື່ອເອົາໄປນຳໃຊ້ເຂົ້າໃນກິດຈະກຳການສຶກສາພາຍໃນໂຮງຮຽນດັ່ງກ່າວ.
No comments:
Post a Comment