Ad

Ad

2 July 2014

4 ປັດໄຈທີ່ພົ້ນເດ່ັນ​ໃນ​ການພັດທະນາກະສິກຳ​ຂອງ​ລາວ



     ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນການພັດທະນາກະສິກຳ ແລະ ປ່າໄມ້ຢູປະເທດເຮົາແມ່ນກຳລັງຂະ ຫຍາຍຕົວ, ຊຶ່ງມີ 4 ປັດໄຈທີ່ພົ້ນເດັ່ນ ຄື: (1) ຫຼາຍຫົວໜ່ວຍທຸລະກິດໄດ້ ຫັນປ່ຽນຈິນຕະນາການ  ຈາກຮູບແບບການຜະ ລິດເກົ່າ, ໄປສູ່ການຜະລິດແບບເປັນກຸ່ມ, ຫຼາຍກຸ່ມມີຄວາມເຂັ້ມແຂງຂຶ້ນຕື່ມ ແລະ ສາມາດກ້າວ ໄປສ້າງຕັ້ງເປັນສະມາຄົມທີ່ ເປັນໜໍ່ແໜງຂອງການສ້າງຕັ້ງເປັນສະຫະກອນແບບໃໝ່ໃນອະນາຄົດ ແລະ ທີ່ພົ້ນເດັ່ນກວ່າໝູ່ແມ່ນສະມາຄົມຜູ້ຜະລິດກາເຟ ເຂດພູພຽງບໍລິເວນ, ປະກອບມີ 45 ກຸ່ມຜູ້ຜະລິດ ແລະ ສອງສະມາຄົມຜູ້ສົ່ງອອກກາເຟລາວ, (2) ໄດ້ກຳນົດຈຸດສຸມຜະລິດ ເຂົ້າເພື່ອຄ້ຳປະກັນລະບຽງອາຫານແຫ່ງຊາດຮອດປີ 2020, ຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ພ້ອມທັງກຳນົດເຂດຈຸດ ສຸມທົດລອງປະຕູນ້ຳໃຕ້ ເຂື່ອນນ້ຳເທີນເນື້ອທີ່ 4000 ເຮັກ ຕາ ແລະ ຈຸດສຸມທົດລອງ ເມືອງ ຈຳພອນແຂວງສະຫວັນນະເຂດ ເນື່ອທີ່ 2000 ເຮັກຕາ, ອ່າງເກັບນ້ຳຫ້ວຍທວດ 400 ເຮັກຕາ, ອ່າງເກັບນ້ຳຍອດບັກ 400 ເຮັກ ຕາ ແລະ ຊົນລະປະທານ​ໂພນມ່ວງ 1200 ເຮັກຕາ, (3) ຂະບວນ ການປູກພືດຜັກທີ່ພົ້ນເດັ່ນແມ່ນໂຄງການປູກພືດຜັກອິນຊີທີ່ເປັນທ່າອ່ຽງຄວາມ
ຕ້ອງການຂອງສັງຄົມ, ປັດຈຸບັນມີກຸ່ມຜະລິດ ກະສິກອນອິນຊີຂະຫຍາຍອອກສູ່ 8 ແຂວງມີ 59 ກຸ່ມ, ກວມເອົາ 1.760 ຄອບຄົວ ແລະ ປັດໄຈທີ (4) ແມ່ນຂະບວນປູກໂມ, ໝາກເຜັດເພື່ອສົ່ງ​ອອກເຂດພາກເໜືອ,​ເພື່ອ​ສົ່ງ​ອອກ ​ສປ ຈີນ ແລະ ໄດ້ ເປີດການຄ້າຂາຍລະຫວ່າງ​ສອງ​ຝ່າຍຢ່າງເປັນທາງການ, ອັນ​ໄດ້​ກາຍເປັນບາດກ້າວໃໝ່ໃນການສົ່ງອອກ ແລະ ສືບຕໍ່ຂະຫຍາຍ ພືດຊະນິດອື່ນອີກ.

No comments:

Post a Comment