ກະຊວງແຜນການ ແລະ ການລົງທືນໃຫ້ຮູ້ວ່າ: ຫຼັງຈາກ
ລັດຖະບານລາວມີນະ ໂຍບານ ສົ່ງເສີມການລົງທຶນໂດຍກົງ ຈາກຕ່າງປະເທດແຕ່ປີ 1988 ເປັນຕົ້ນມາ,
ຖືວ່າເປັນສິ່ງຈູງໃຈ ໃຫ້ນັກລົງທຶນເຂົ້າມາລົງທຶນໃນ ລາວນັບມື້ເພີ່ມຂຶ້ນ, ມັນ ສະ ແດງໃຫ້ເຫັນຕົວເລກການລົງທຶນໃນ
ຂະແໜງການຕ່າງໆໄດ້ເພີ່ມຂຶ້ນ ເປັນລຳດັບ, ຊຶ່ງສະເພາະແຕ່ການລົງທຶນ ຂອງຍີ່ປຸ່ນ ແຕ່ປີ
1990 - 2012 ມີທັງໝົດ 99 ໂຄງ ການ, ລວມມີມູນຄ່າຫຼາຍກວ່າ 378 ລ້ານໂດລາ ແລະ ຈັດເປັນ ອັນດັບ
6 ຂອງ ບັນດາປະເທດທີ່ມາລົງທຶນຢູ່ລາວ, ສົມທຽບໃສ່ການເພີ່ມທຶນຂອງການລົງທຶນ ລະຫວ່າງປີ
2012 - 2013 ການລົງທຶນຂອງ ຍີ່ປຸ່ນເພີ່ມຂຶ້ນຈາກ 28 ລ້ານໂດລາ ມາເປັນ 406 ລ້ານໂດລາ, ເພີ່ມຂຶ້ນເຖິງ
14,7 ເທື່ອ, ເມື່ອທຽບໃສ່ການເພີ່ມຂຶ້ນ ຂອງ ການຊ່ວຍເຫຼືອ ODA ຂອງຍີ່ປຸ່ນ ແລະ ການລົງທຶນໃນໄລຍະດັ່ງກ່າວເຫັນວ່າເພີ່ມຂຶ້ນຫຼາຍກວ່າ
ODA ສະເລ່ຍປະມານ 60
ລ້ານໂດລາສະຫາລັດຕໍ່ປີ, ຊຶ່ງບໍ່ສະເພາະແຕ່ປະເທດຍີ່ປຸ່ນເທົ່ານັ້ນ,
ປະເທດອື່ນໆກໍເຊັ່ນດຽວກັນ, ປັດຈຸບັນລາວກຳລັງ ປັບ ປຸງສະພາບແວດລ້ອມ, ເພື່ອຮອງຮັບການດຳເນີນທຸລະກິດດ້ານການຄ້າ,
ການລົງທຶນ ແລະ ການບໍລິການໃຫ້ນັບມື້ດີຂຶ້ນ ແລະ ຄາດ ວ່ານອະນາຄາດການລົງທຶນໃນລາວຈະເພີ່ມຂຶ້ນອີກຫຼາຍເທົ່າ.

No comments:
Post a Comment