ໃນວັນທີ 30 ມິຖຸນາ 2014, ທີ່ຫ້ອງວ່າການປົກຄອງເມືອງ
ຫລວງພະບາງໄດ້ມີພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິ ຫານງານພັກເມືອງ, ເຈົ້າເມືອງໆຫລວງພະບາງ
ແລະ ຫົວໜ້າອົງ ການພັດທະນາ ແລະ ບໍລິຫານຕົວເມືອງຫລວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ດຣ.
ຄຳແພງ ໄຊສົມແພງ ກໍາມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫລວງ ພະບາງ, ມີ ບັນດາການນຳຂອງພະແນກ
ການອ້ອມຂ້າງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ.
ໃນພິທີ, ທ່ານວົງສະຫັວນ ເທບພະຈັນກຳມະການປະຈຳພັກແຂວງ,
ເລຂາຄະນະບໍລິ ຫານງານພັກເມືອງ, ເຈົ້າເມືອງໆ ຫລວງພະບາງ ແລະ ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງຫລວງພະບາງ
ຜູ້ເກົ່າໄດ້ລາຍງານວຽກງານໃນໄລຍະ ທີ່ຕົນປະຕິບັດໜ້າທີ່ໃນໄລຍະ 4 ປີຜ່ານມາ ແລະ ມອບໜ້າທີ່ໃຫ້ທ່ານ
ສຸກັນ ບຸນຍົງ ກຳມະການພັກແຂວງ, ອະດີດເລຂາ ຄະນະບໍລິຫານງານພັກເມືອງນ້ຳບາກເປັນເລຂາຄະນະບໍລິຫານງານພັກເມືອງ,
ເຈົ້າເມືອງ ແລະ ປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງຫລວງພະບາງຄົນໃໝ່.
ຈາກນັ້ນ, ທ່ານ ດຣ.ຄຳແພງ ໄຊສົມແພງ ໄດ້ໃຫ້ກຽດໂອ້ລົມ
ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງມາຮັບ ໜ້າໃໝ່ຈະຕ້ອງອອກແຮງຢ່າງຮອບດ້ານເພື່ອເສີມຂະຫຍາຍມູນເຊື້ອຜົນງານດ້ານດີທີ່ຄະເລຂາຜູ້ເກົ່າໄດ້ປະຕິບັດມາພ້ອມກັນນັ້ນຈະ
ຕ້ອງແກ້ໄຂດ້ານອ່ອນຂໍ້ຄົງຄ້າງໃຫ້ຄ່ອຍໆໝົດໄປເທື່ອລະກ້າວ ແລະ ຕ້ອງສຸມໃສ່ຊີ້ນຳນຳພາ ວຽກງານຮອບດ້ານຢ່າງແຂງ
ແຮງເຮັດໃຫ້ເມືອງຫລວງພະບາງນັບມື້ມີການຂະຫຍາຍຕົວດີຂຶ້ນ.
No comments:
Post a Comment