Ad

Ad

17 March 2015

ເອົາ​ແຕ່​ສະບາຍ ​ຄວາມ​ຮູ້​ບໍ່​ໄດ້​ຫລາຍັ ( ຄໍ​ລຳ ບັນຫາ​ຈາ​ນ​ແຍ່ )



​ໂດຍ : ວິ​ເສດ​ ສະ​ແຫວ​ງສຶກສາ
      ຫວ່າງບໍ່ພໍເທົ່າໃດວັນຜ່ານມານີ້, ຂ່າວໜຶ່ງທີ່ກິນໃຈຈານແຍ່ທີ່ສຸດ ນັ້ນຄືຂ່າວ ກ່ຽວກັບການທົດລອງຮຽນພາສາອັງກິດທາງ “ອອນລາຍ” ໂດຍໃຊ້ເຄືອຂ່າຍ ອິນເຕີເນັດ, ບໍ່ຈຳເປັນເປືອງເຈັ້ຍ ເປືອງສໍ ຫລື ຂຽນໃສ່ກະດານໃຫ້ຝຸ່ນສໍເຂົ້າຕາ. ທີ່ດີໃຈ ແລະ ຕື່ນເຕັ້ນແຮງກໍເພາະມັນເປັນຂ່າວທີ່ຊ່ວຍໃຫ້ຈານແຍ່ຫວນຄືນ ອະດີດເມື່ອເລີ່ມຮຽນພາ ສາອັງກິດ ໂດຍເລີ່ມຈາກເອ, ບີ, ຊີ, ດີ (ABCD) ຢູ່ກ້ອງຕະລ່າງກຸຕິວັດອົງຕື້ມະຫາວິຫານ. ຄູສອນຜູ້ທຳອິດ (ຫລື ບັນພະຈານ) ກໍແມ່ນຊາຍຜ້າເຫລືອງນັ້ນເອງ (ໝາຍເຖິງຄູບາ). ໃນເປີງນັ້ນເວົ້າໄດ້ວ່າພາສາອັງກິດເລີ່ມກໍ່ຕົວຂຶ້ນຢູ່ວັດກ່ອນໝູ່ ເພາະຢູ່ທາງໂລກນັ້ນພາສາຝຣັ່ງເສດເປັນເຈົ້າ ຄອງສະໜາມ. ບ່ອນທີ່ສອນພາສາອັງກິດເປັນຕຸເປັນເຕົາແທ້ໆກໍມີພຽງຢິບມືດຽວ ຄືໃນລະບົບໂຮງຮຽນ “ຟ້າງຸ່ມ”, ພະແນກພາ ສາອັງກິດ, ດົງໂດກ, ໂຮງຮຽນລາວ-ອາເມ ລິກາ (ຢູ່ສຳນັກງານຂ່າວສານປະເທດລາວໃນປັດຈຸບັນ). ນອກນັ້ນກໍມີໂຮງຮຽນ ນາໆຊາດ, ໂຮງຮຽນຕາມແຜນການໂກລົມໂບ.

     ຈານແຍ່ຍັງຈຳໄດ້ວ່າປຶ້ມຮຽນພາສາອັງກິດທີ່ນິຍົມກັນແຜ່ຫລາຍເປີງນັ້ນແມ່ນປຶ້ມ Essential ປຶ້ມ “900” ຫລື ນາຍ ຮັນເດຼດ. ການຮຽນການສອນເວລານັ້ນຖືເອົາການຈົດແຕ້ມ ແລະ ທ່ອງຂຶ້ນໃຈເປັນຕົ້ນຕໍ, ສ່ວນປຶ້ມກໍຢືມກັນມືຕໍ່ມື, ຢູ່ນຳຜູ້ນີ້ ມືໜຶ່ງ ຢູ່ນຳຜູ້ອື່ນມືຕໍ່ໄປ. ຈາກວັດອົງຕື້, ຈານແຍ່ບັງເອີນຂີ້ແມ່ນປ່ອງ, ໄດ້ບ່ອນຮຽນຢູ່ພະແນກພາສາອັງກິດທີ່ດົງໂດກໃນປີ 1968. ສະພາບການຮຽນການສອນດີຂຶ້ນ, ແຕ່ຍັງອາໄສສໍ ແລະ ກະດານເປັນໃຫຍ່, ບົດຮຽນບາງບົດຄູອາຈານພິມແກວ່ງ ໂຣນຽວມາຢາຍ, ປຶ້ມແບບຮຽນຈຳນວນໜຶ່ງກໍຍັງໄດ້ປ່ຽນຜ້ຽນກັນ. ມາປຽບກັບຍຸກນີ້ ປັດທີໂທ ! ຈັ່ງແມ່ນຊາດມັນໄກກັນ ປານຟ້າກັບດິນ. ຈານແຍ່ ແລະ ພັກພວກຕອນນັ້ນຖືເອົາການຂຽນ, ການຈົດກ່າຍເປັນຕົ້ນຕໍ ແຕ່ກໍປະຫລາດສະພາບຂາດເຂີນ ຕຳລາຮຽນພັດໄດ້ຊ່ວຍໃຫ້ພວກເຮົາມີຄວາມມານະອົດທົນຄົ້ນຄວ້າ. ຄາຖາໃຈປ່ອງທີ່ທຸກຄົນປະຕິບັດເວລານັ້ນກໍ ແມ່ນ ສຸຈິ ປຸລິ ແປວ່າ: ຟັງຄິດຖາມ ແລະ ຂຽນ. ການໃຊ້ມືຂຽນໃນຕົວມັນກໍເປັນການເພີ່ມທັກສະສີມື, ຊ່ວຍໃຫ້ເກີດຄວາມຊົງຈຳ ຮູ້ ຄວາມແຕກຕ່າງຂອງຮູບຮ່າງໂຕອັກສອນພາສາອັງກິດແລ້ວ ບັນທຶກລົງປະສາດມືສົ່ງຕໍ່ໄປ ເກັບມ້ຽນຢູ່ສະໝອງຕ່າງກັບປັດ ຈຸບັນການພິມໂຕອັກສອນທຸກໂຕແມ່ນບີບ ຫລື ຕີເອົາ ຈົນບໍ່ຮູ້ຄວາມແຕກຕ່າງ. ເວົ້າຄວາມຊື່ເມື່ອສົມທຽບກັບເຄື່ອງໄມ້ເຄື່ອງ ມືການສິດສອນຮ່ຳຮຽນພາສາຕ່າງປະເທດ ຫລື ວິຊາອື່ນໆໃນຍຸກນີ້ແລ້ວ, ຄົນຮຽນພາສາອັງກິດຄວນຈະເກັ່ງກວ່າຄົນຮຸ້ນ ຈານ ແຍ່ປະມານ 100 ເທື່ອ ແຕ່ມັນພັດບໍ່ເປັນຈັງວ່າ ເພາະຫລາຍຄົນກາຍເປັນຊ່ຽວຊານການໃຊ້ເຄື່ອງມື (ຄອມ, ມືຖື, ໄອແພດ, ເຟດບຸກ) ຫລາຍກວ່າຈະເປັນຊ່ຽວຊານພາສາທີ່ຮຽນ. ຄວາມສະດວກສະບາຍຖ້າໃຊ້ບໍ່ຖືກທິດກໍຈະກາຍເປັນຢາເສບຕິດລ້າໆ, ອີຫຍັງເລີຍຫວ່າງເປົ່າ, ຊິຂຽນຊິຈົດຈຳຫຍັງກໍຕ້ອງອາໄສເຄື່ອງມື, ສະກົດຄຳສັບຊິຜິດ ຫລື ຖືກກໍຕ້ອງອາໄສຄອມຊ່ວຍ. ຈານ ແຍ່ເອງອາດຈະເປັນຄົນໂຊກບໍ່ດີປານໃດ ເພາະບໍ່ທັນມີໂອກາດໄດ້ພົບກັບຄົນຍຸກໄຮເທັກທີ່ເກັ່ງພາສາອັງກິດສົມກັບແຫລ່ງ ຄວາມຮູ້ທີ່ອຸດົມສົມບູນຈາກແປດທິດ. ເມື່ອເປັນຈັ່ງຊີ້, ຈານແຍ່ວ່າເອົາແນວນີ້ດີບໍ່ ຄືຢ່າໃຊ້ເຄື່ອງມືແທນ ມືທຸກຢ່າງ ຫລື ແທນການທ່ອງກັບປາກ, ແທນໃຊ້ສະໝອງຄິດ. ຄອມ, ມືຖື, ໄອແພດນັ້ນຄວນເອົາໄວ້ຊອກຂໍ້ມູນ, ຊອກແຫລ່ງຄວາມຮູ້, ສ່ວນທັກສະນັ້ນຕ້ອງຊອກດ້ວຍມືຕົນເອງ. ເວົ້າແນວນີ້ ອາດມີຄົນຄິດວ່າຈານແຍ່ເປັນຄົນຍຸກໄດໂນເສົາ ເຊິ່ງກໍອາດຖືກ ແຕ່ ບໍ່ຖືກໝົດ. ການຮຽນພາສານັ້ນຍິ່ງໄດ້ມີໂອກາດໃຊ້ປະສາດສຳຜັດຫລາຍເທົ່າໃດຄວາມຈົດຈຳ ແລະ ທັກສະກໍຍິ່ງມີພະລັງ ສູງຂຶ້ນ. ບໍ່ເຊື່ອກໍລອງເຮັດເບິ່ງ.

No comments:

Post a Comment