ສປປ ລາວ ແມ່ນໜຶ່ງໃນບັນດາປະເທດດ້ອຍພັດທະນາ, ພັກ-ລັດຖະບານໄດ້ສຸມໃສ່ທຸກຄວາມພະຍາຍາມໃນການຊອກຫາແຫຼ່ງທຶນເພື່ອມາຊ່ວຍເຫຼືອຈາກປະເທດເພື່ອນມິດ
ແລະ ອົງການຈັດຕັ້ງສາກົນອື່ນໆ ໃນການແກ້ໄຂຄວາມ ທຸກຍາກຂອງປະຊາຊົນດ້ວຍຮູບການຕ່າງໆ,
ໃນນີ້ສິ່ງທີ່ພາກພູມໃຈ ແລະ ພົ້ນເດັ່ນຂອງຕ່າງປະເທດ ແລະ ອົງການຈັດ ຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານໄດ້ໃຫ້ການສະໜັບສະໜູນທຶນຮອນເປັນຈຳນວນຫຼວງຫຼາຍຜ່ານບັນດາແຂວງ,
ເມືອງ ແລະ ຮາກຖານການຜະລິດຂັ້ນບ້ານເພື່ອພັດທະນາພື້ນຖານໂຄງລ່າງເຊັ່ນ:
ໂຮງໝໍ, ໂຮງຮຽນ, ນ້ຳສະອາດ ແລະ ສະ ຖານທີ່ສາທາລະນະອື່ນໆ, ແຕ່ໃນນີ້ສິ່ງທີ່ໜ້າເປັນຫ່ວງເວລາທຶນດັ່ງກ່າວລົງໄປຮອດຮາກຖານຂັ້ນບ້ານ,
ທາງຜູ້ໃຫ້ທຶນໄດ້ໃຫ້ບໍລິສັດຮັບເໝົາມາດຳເນີນການແຕ່ເມື່ອເຮັດສຳເລັດກໍຍັງມີບັນຫາຄົງຄ້າງທີ່ປະຊາຊົນມີສ່ວນຮ່ວມບໍ່ໄດ້ຮັບການຕອບສະໜອງເຮັດໃຫ້ໂຄງການຖືກລ່າຊ້າແກ່ຍາວ
ອັນໄດ້ສ້າງແນວຄິດຫຍໍ້ທໍ້ຕໍ່ກັບຜູ້ໃຫ້ທຶນເປັນຈຳນວນບໍ່ໜ້ອຍ. ຕໍ່ກັບບັນຫານີ້ໄດ້ເກີດມີຢ່າງແຜ່ຫຼາຍຢູ່ຕາມທ້ອງຖິ່ນຕ່າງໆຂອງປະເທດ,
ເປັນຕົ້ນອົງການໃດໜຶ່ງເຕັມໃຈໃຫ້ການຊ່ວຍເຫຼືອ ສ້າງສຸກສາລາ, ໂຮງຮຽນ, ນ້ຳປາດານ
ແລະ ສະຖານທີ່ສາທາລະນະຕ່າງໆໂດຍປະຊາຊົນແຕ່ລະບ້ານຈະຕ້ອງມີສ່ວນຮ່ວມທາງດ້ານແຮງງານ,
ສົບທົບໄມ້ປຸກສ້າງ, ວົງກົບ, ບານປະຕູປ່ອງຢ້ຽມ ແລະ ວັດຖຸທ້ອງຖິ່ນທີ່ມີຢູ່,
ແຕ່ສິ່ງດັ່ງກ່າວສ່ວນໃຫຍ່ແມ່ນບໍ່ໄດ້ຮັບການເອົາໃຈໃສ່ຈາກເຈົ້າບ້ານເທົ່າທີ່ຄວນ,
ແຕ່ລະວຽກທີ່ບ້ານຮັບຜິດຊອບມັກຖືກເມີນເສີຍ, ເມື່ອຮອດກຳນົດເຈົ້າຂອງທຶນລົງຕິດຕາມກວດກາ
ຄວາມຄືບໜ້າຂອງໂຄງການກໍ່ສ້າງແຕ່ບໍລິສັດຜູ້ຮັບເໝົາຕ້ອງຕົກຢູ່ໃນ
ທ່າຮັບ, ຄວາມຮັບຜິດຊອບຂອງປະຊາຊົນໃນນີ້ ສ່ວນໃຫຍ່ແມ່ນອຸປະກອນປະເພດທີ່ເຮັດດ້ວຍໄມ້ແຕ່ຜູ້ມີສ່ວນຮ່ວມ
ບໍ່ສາມາດສະໜອງໃຫ້ທັນກັບຄວາມຕ້ອງການ, ເຮັດໃຫ້ໂຄງການກໍ່ສ້າງມີຄວາມຊັກຊ້າແກ່ຍາວນັບເປັນເວລາຫຼາຍເດືອນ
ຫຼື ບາງແຫ່ງເປັນປີ, ເຊິ່ງຕໍ່ກັບບັນຫານີ້ ມີຫຼາຍ ໂຄງການທີ່ຜູ້ໃຫ້ທຶນຊ່ວຍເຫຼືອມັກຈະນຳມາເວົ້າ ແລະ ບໍ່ພໍໃຈຕໍ່ກັບສະ ພາບດັ່ງກ່າວ. ດັ່ງນັນ ເຫັນວ່າຂະແໜງ
ການທີ່ກ່ຽວ ຂ້ອງຄວນທົບທວນຄືນ ແລະຖືເປັນບົດຮຽນສຳຄັນໃນການຮັບ ເອົາ ທຶນຈາກຕ່າງປະເທດ ຫຼືອົງການຈັດຕັ້ງຕ່າງໆມາພັດທະ ນາພື້ນຖານໂຄງລ່າງຢູ່ຂັນຮາກຖານຫ່າງໄກສອກຫຼີກ
ເພື່ອເຮັດ ແນວໃດໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນມີ ຄວາມຮັບຮູ້ຕໍ່ການຊ່ວຍເຫຼືອຂອງເຂົາເຈົ້າ
ໂດຍໃຫ້ປະຊາຊົນ ພ້ອມຮັບເອົາການຊ່ວຍເຫຼືອດ້ວຍຄວາມພໍໃຈ ແລະມີຄວາມກະຕືລືລົ້ນເປັນເຈົ້າການໃນການມີສ່ວນຮ່ວມເພື່ອພັດທະ
ນາທ້ອງຖິ່ນຂອງຕົນໃຫ້ມີຄວາມກ້າວໜ້າເຂັ້ມແຂງ.
No comments:
Post a Comment