ໄດ້ເປັນເຈົ້າການເຂົ້າຮ່ວມການຮ່າງສົນທິສັນຍາກ່ຽວກັບການ ປ່ຽນແປງດິນຟ້າອາກາດແຕ່ປີ 1990 ເປັນຕົ້ນມາ ແລະ ໄດ້ເຂົ້າ ເປັນພາຄີສົນທິສັນຍາດັ່ງກ່າວໃນປີ 1995 ກໍຄືອານຸສັນຍາກຽວໂຕປີ 2003. ພ້ອມດຽວກັນນີ້, ເພື່ອຮັບມືກັບຜົນກະທົບທີ່ອາດຈະເກີດຂຶ້ນຈາກການປ່ຽນແປງດິນຟ້າອາ ກາດ ແລະ ໄພພິບັດ, ລັດຖະບານ ໄດ້ມີມາດຕະການຈຳນວນໜຶ່ງຄື: ດ້ານນິຕິກຳແມ່ນມີແຜນດຳເນີນ ງານແຫ່ງຊາດໃນການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ, ຍຸດທະສາດການປ່ຽນ ແປງດິນຟ້າອາກາດຂອງ ສປປ ລາວ, ແຜນດຳເນີນງານການ ປ່ຽນແປງດິນຟ້າອາ ກາດຂອງ ສ ປປ ລາວ ໂດຍເນື້ອໃນຂອງບັນດາ ນິຕິກຳດັ່ງກ່າວແມ່ນໄດ້ກວມເອົາ ມາດຕະການປ້ອງກັນ, ຫລຸດ ຜ່ອນຜົນກະທົບຈາກໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດແລ້ວ, ປັດຈຸບັນແມ່ນພວມຮ່າງກົດໝາຍ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ກົດໝາຍວ່າ ດ້ວຍອຸຕຸນິຍົມ-ອຸທົກກະສາດ, ຊຶ່ງ ຄາດວ່າຈະສະເໜີຕໍ່ສະພາແຫ່ງ ຊາດເພື່ອພິຈາລະນາໃນປີ 2017. ນອກຈາກນີ້ໃນຮ່າງແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ໄດ້ລະບຸ ກ່ຽວກັບວຽກງານການປ່ຽນແປງດິນຟ້າອາກາດເປັນວຽກບູລິມະສິດຈຸດສຸມທີ 2 ແລະ ກຳນົດໃນເປົ້າ ໝາຍທີ 3, ຄຽງຄູ່ກັນນັ້ນ, ກໍໄດ້ກຳ ນົດບັນດາຄາດໝາຍຈຸດສຸມຈຳ ນວນໜຶ່ງເປັນຕົ້ນໄດ້ກຳ ນົດຄາດໝາຍສູ້ຊົນໃນການເພີ່ມເນື້ອທີ່ປົກ ຫຸ້ມຂອງປ່າໄມ້ທົ່ວປະເທດໃຫ້ໄດ້ 70% ໃນປີ 2020, ລວມທັງການ ກະກຽມຄວາມພ້ອມຈັດຕັ້ງປະຕິ ບັດວຽກງານຫລຸດຜ່ອນອາຍພິດ ເຮືອນແກ້ວຈາກການເຊື່ອມໂຊມ ແລະ ທຳລາຍປ່າໄມ້.
ສຳລັບດ້ານການຈັດຕັ້ງແມ່ນໄດ້ສ້າງຕັ້ງຄະນະກຳມະການສິ່ງ
ແວດລ້ອມແຫ່ງຊາດ ແລະ ຂັ້ນ ທ້ອງຖິ່ນເພື່ອຊີ້ນຳວຽກງານການ
ປ່ຽນແປງດິນຟ້າອາກາດໄປຄຽງຄູ່ກັບວຽກງານສິ່ງແວດລ້ອມ, ສ້າງ ຕັ້ງຄະນະກຳມະການປ້ອງກັນ
ແລະ ຄວບຄຸມໄພພິບັດແຫ່ງຊາດ ແລະ ຂັ້ນທ້ອງຖິ່ນ, ສືບຕໍ່ປັບປຸງສະ ຖານີອຸຕຸນິຍົມ
ແລະ ອຸທົກກະສາດ ໃນທົ່ວປະເທດ, ກຳລັງສ້າງສູນ ເຕືອນໄພລ່ວງໜ້າແຫ່ງຊາດຊຶ່ງ
ຄາດວ່າຈະສຳເລັດທ້າຍປີ 2016,
ກະກຽມສ້າງຕັ້ງສູນປະຕິບັດງານ ສຸກເສີນແຫ່ງຊາດຊຶ່ງຈະສຳເລັດ
ໃນຂັ້ນພື້ນຖານໃນປີ 2016.
ສຳ ລັບການສຶກສາສ້າງຈິດສຳນຶກ ແລະ ການມີສ່ວນຮ່ວມກໍໄດ້ສຳ
ເລັດການນຳເອົາເນື້ອໃນດ້ານໄພພິບັດ ແລະ ການປ່ຽນແປງດິນຟ້າ ອາກາດເຂົ້າໃນຫລັກ ສູດການສິດ
ສອນຂັ້ນສາມັນສຶກສາ ແລະ ມະ ຫາວິທະຍາໄລ, ພ້ອມດຽວກັນນີ້ຢູ່
ບັນດາວິສາຫະກິດເປັນຕົ້ນຂົງເ ຂດຫັດຖະກຳ, ອຸດສະຫະກຳປຸງ
ແຕ່ງກໍໄດ້ລິເລີ່ມນຳໃຊ້ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມເຂົ້າໃນຂະບວນການຜະລິດຂອງຕົນ, ຂະນະດຽວກັນບັນດາອົງການຈັດຕັ້ງສັງຄົມ
ແລະ ປະຊາຊົນ ກໍໄດ້ເຂົ້າ ຮ່ວມໃນວຽກງານການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຢ່າງ
ຕັ້ງໜ້າ. ສ່ວນດ້ານງົບປະມານລັດ
ຖະບານກໍໄດ້ອອກດຳລັດວ່າດ້ວຍຄັງສະສົມແຫ່ງລັດໃນນັ້ນໄດ້ກຳນົດ 3%
ຈາກງົບປະມານປະຈຳປີເຂົ້າ ຄັງສະສົມ, ຊຶ່ງສ່ວນໜຶ່ງຂອງເງິນ ດັ່ງ ກ່າວແມ່ນນຳໃຊ້ເຂົ້າໃນການ
ຮັບມືສຸກເສີນດ້ານໄພພິບັດ ແລະ ພວມຮ່າງລະບຽບກ່ຽວກັບການ ນຳໃຊ້ບ້ວງເງິນຊ່ວຍເຫລືອຂອງ
ຕ່າງປະເທດໃນໂຄງການຕ່າງໆ ຈຳນວນ 5% ເພື່ອເປັນທຶນໃຫ້ລັດ
ຖະບານສາມາດນຳໃຊ້ເວລາເກີດ ສຸກເສີນ, ນອກຈາກນີ້ກໍກຳລັງກະ
ກຽມສ້າງຕັ້ງກອງທຶນໄພພິບັດ ແຫ່ງຊາດ ແລະ ກະກຽມຄວາມ ພ້ອມໃນການເຂົ້າເຖິງບັນດາ
ແຫລ່ງທຶນສາກົນກ່ຽວກັບການ ປ່ຽນແປງດິນຟ້າອາກາດເປັນຕົ້ນ ກອງທຶນສີຂຽວ ແລະ ອື່ນໆ.
ຮອງນາຍົກລັດຖະມົນຕີ ສົມ ສະຫວາດ ເລັ່ງສະຫວັດ ກ່າວວ່າ:
ສ່ວນບັນຫາການຮັບມືກັບໄພແລ້ງ ແລະ ນ້ຳຖ້ວມ, ລັດຖະບານໄດ້ປຶກ
ສາຫາລືກ່ຽວກັບການກະກຽມຊຸກຍູ້ການຜະລິດລະດູຝົນ ແລະ ການ ຕ້ານແລ້ງ-ຕ້ານຖ້ວມ, ໂດຍສະເພາະກວດກາລະບົບຊົນລະປະທານແຕ່ຫົວທີ
ແລະ ສ້ອມແປງອັນ ທີເປ່ເພ,
ກະກຽມຈັກສູບນ້ຳ, ກວດກາຄືນເຂດການຜະລິດທີ່ເຄີຍຖືກນ້ຳຖ້ວມ
ຫລື ມີຄວາມສ່ຽງທີ່ຖືກຖ້ວມທຸກປີ, ຊ່ວຍແນະນຳປະຊາຊົນວາງແຜນ ການຜະລິດ, ການກະກຽມຢາປ້ອງກັນ
ແລະ ປິ່ນປົວພະຍາດສັດ,
ພ້ອມທັງແນວພັນສັດ, ຈັດຫາທຶນທັງຈາກງົບ ປະມານ, ການລະດົມຂົນຂວາຍ
ແລະ ຍາດແຍ່ງການຊ່ວຍເຫລືອຈາກອົງການຈັດຕັ້ງສັງຄົມທັງພາຍໃນ ແລະ ຕ່າງ ປະເທດ, ພິຈາລະນາຜ່ອນຜັນການຊຳລະພາສີ-ອາກອນຕ່າງໆ, ນະໂຍບາຍຫລຸດຜ່ອນລາຄາກະແສໄຟຟ້າ, ຄວບຄຸມ
ແລະ ກວດກາລາຄານຳເຂົ້າສີນຄ້າກະສິກຳ, ຊຸກຍູ້ບັນດາສູນບໍລິການເຕັກນິກກະສິກຳ
ແລະ ປ່າໄມ້, ຊຸກຍູ້ດ້ານງົບປະ ມານ ແລະ ວິຊາການເພື່ອເປັນການສົ່ງເສີມການຜະລິດຂອງປະຊາຊົນໃຫ້ມີປະສິທິພາບ
ແລະ ປະສິດທິຜົນດີກວ່າເກົ່າ.
No comments:
Post a Comment