ພາຍໃນທ້ອງອາທິດນີ້, ສຳລັບຫລາຍໆຄົນຄົງບໍ່ມີຂ່າວໃດສະດຸດຕາສະດຸດໃຈສໍ່າກັບຂ່າວການ
ປະກາດລາຍຊື່ຜູ້ຈະລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 8 ເຊິ່ງກຳນົດໃສ່ວັນທິດ ທີ 20 ເດືອນມີນາຊິມານີ້. ທຸກຄັ້ງເມື່ອມີກະກຽມການເລືອກຕັ້ງ,
ຈານແຍ່ມັກຈະທົບທວນຫວນເຖິງເຫດການການເລືອກຕັ້ງໃນປີ 1958 ທີ່ແຂວງອັດຕະປື ບ່ອນທີ່ປະທານ ໄກສອນ ພົມວິຫານ ລົງສະໝັກ ແຕ່ຖືກໂກງຄະແນນແບບໜ້າດ້ານໆຈາກອຳນາດປາຍປືນຂອງລັດຖະບານຫຸ່ນເຊີດຂອງຕ່າງປະເທດ.
ດ້ວຍຄະ ແນນໂກງດັ່ງກ່າວ, ຍ່າຄຳເລືອນ ບຸນຍະແສງ (ຍາ-ຫຍໍ້ມາຈາກອາດ
ຍາ) ຈຶ່ງໄດ້ເປັນຜູ້ແທນຕາມຝ່າຍ ວຽງຈັນຄາດຫວັງເອົາໄວ້. ສ່ວນປະທານ ໄກສອນ ຂອງພວກເຮົານັ້ນ
ຕົກໄປ, ເປັນການຕົກທີ່ຈູດທວນໄຟແຫ່ງຄວາມກຽດແຄ້ນໃນຫົວອົກຂອງຊາວອັດຕະປືທີ່ຖືກປຸ້ນສິດ
ແລະ ຂອງຊາວລາວທົ່ວປະເທດຕໍ່ຄວາມບໍ່ເປັນທຳ, ຕໍ່ອຳນາດເງິນ ແລະ ອຳນາດປາຍປືນ
ຂອງຝ່າຍ
ວຽງຈັນເວລານັ້ນ. ຈຳໄດ້ວ່າເວລານັ້ນຈານແຍ່ຍັງເປັນເດັກຫົວທໍ່ໝາກກອກ ແລະ ເຄີຍເອົາຄາງກ່າຍເວທີທີ່ປູດ້ວຍໄມ້ແປ້ນຫ່າງໆ
ເພື່ອຟັງປະທານ ໄກສອນ ໂຄສະນາຫາສຽງ. ເຖິງຈະບໍ່ເຂົ້າໃຈເນື້ອໃນຄຳເວົ້າ ໜັກໆເຊັ່ນ: ປະຊາທິປະໄຕ,
ເສລີ ພາບ, ສັນຕິພາບ, ເອກະລາດ
ແຕ່ ຈານແຍ່ກໍຈັບໄດ້ວ່າປະທານ ໄກ ສອນ ໂຄສະນາຕ່າງໝູ່ ແລະ ທຸກໆ ຄົນອາປາກຕາກແຂ້ວຟັງ. ເວລາ
ທ່ານປະທານລົງໄປໂຄສະນາຫາ ສຽງນັ້ນ ບໍ່ມີສະພາບເອິກກະເຫລີກ, ບໍ່ມີການລົ້ມງົວລົ້ມຄວາຍ
ເພື່ອຊື້ ສຽງ, ບໍ່ມີສຽງຄົນຂີ້ເມົາ ແລະ ບໍ່ມີມືອ່ອນໆມາຄອຍບຳບັດຄືຕອນຜູ້ສະໝັກຄົນອື່ນໆລົງໂຄສະນາ.
ພໍຮອດມື້ ປ່ອນບັດຈານແຍ່ກໍໂຊກດີຕື່ມອີກທີ່ໄດ້ເຫັນຈຳນວນຄົນລຸລັ່ງທັ່ງເທມາ ປ່ອນບັດຢູ່ວັດທາດ
ເຊິ່ງມີຕ້າຍຕິດກັບເຮືອນຈານແຍ່. ເປີງນັ້ນການປ່ອນບັດຕ່າງກັບດຽວນີ້ ຄືຈະມີຫີບບັດສະເພາະສຳລັບຜູ້ສະໝັກແຕ່ລະຄົນພ້ອມທັງມີຮູບເພິ່ນຕິດໄວ້,
ໃຜ ຮັກເບີ້ໃດກໍເອົາເບີ້ນັ້ນປ່ອນລົງຫີບ, ສ່ວນເບີ້ທີ່ບໍ່ມັກນັ້ນກໍຍ່ອງແລ້ວຖິ້ມ
ລົງກະຕ່າທີ່ມີໄວ້ສະເພາະ. ເວລານັ້ນ ເຂົາບໍ່ເອີ້ນວ່າ “ປ່ອນບັດ”
ແຕ່ເອີ້ນ ວ່າ “ຖິ້ມບັດ”. ໃນການສິ້ງຊອມເບິ່ງການຖິ້ມບັດຕາມພາສາເດັກນ້ອຍນັ້ນ ມີກໍລະນີໜຶ່ງທີ່ສະດຸດຕາສະດຸດໃຈຈານແຍ່ຈົນຈື່ບໍ່ລືມຮອດດຽວນີ້
ຄືມີແມ່ເຖົ້າຄົນໜຶ່ງຕາບໍ່ຄ່ອຍດີ, ຍ່າງຖືແຫລບບັດເບັດໜ້າໄປຫາ ຫີບບັດ.
ແມ່ເຖົ້າເຮັດສັງກະສັງເກີ້ ທັງເອົາມືສີຕາໄປໆມາໆສຸດທ້າຍກໍ ເຂົ້າໄປຖາມທະຫານອາວຸດຄົບມື
ຄົນໜຶ່ງທີ່ຢືນແຂງໂຕເພື່ອປ້ອງກັນ ອັນທີ່ເອີ້ນ “ຄວາມປອດໄພ”. ແມ່ ເຖົ້າຖາມວ່າ “ລູກໆອັນໃດແມ່ນຫີບທ່ານໄກສອນ
?” ແທນຄຳຕອບ, ທະຫານຄົນນັ້ນຊາກປືນສຽງດັງ
“ຄຣັບໆ” ປານຢູ່ສະໜາມ ແລະ ເວົ້າທັ່ງອອກມາວ່າ “ແມ່ເຖົ້າຢາກ
ຕາຍບໍ ?” ແມ່ເຖົ້າຍໍມືສຸດສອກຂໍຊີວິດ. ຕໍ່ຈາກນັ້ນຈານແຍ່ບໍ່ໄດ້ຕິດ
ຕາມວ່າແມ່ເຖົ້າຍ່າງໄປໃສ ເພາະ ບັນຍາກາດລວມມັນເຄັ່ງກວ່າໜ້າກອງເພນ, ບຶດແລ້ວໄດ້ຍິນຂ່າວວ່າ ມີການຍິງກັນຢູ່ໜ່ວຍປ່ອນບັດບ້ານນັ້ນບ້ານນີ້, ມີການປະທະກັນລະ ຫວ່າງກຳລັງທະຫານກັບປະຊາຊົນຢູ່ຫລາຍຈຸດ, ມີການທຳລາຍຫີບບັດ ປະທານ ໄກສອນ, ມີການເສີມຫີບ ບັດປອມເພື່ອເພີ່ມຄະແນນສຽງໃຫ້
ຕົວແທນຝ່າຍວຽງຈັນ. ພາຍຫລັງນັບຄະແນນບໍ່ພໍຄາວ, ຝ່າຍວຽງຈັນ ກໍຮີບຮ້ອນປະກາດໃຫ້ຊາວອັດຕະປື
ຊາບວ່າ ປະທານ ໄກສອນ ສອບຕົກ ! ແລະ ເວລາຕໍ່ມາ ພວກເຂົາປ່າວປະກາດວ່າປະທານ ໄກສອນ ໂຕນເຂົ້າປ່າຍ້ອນຄຽດບໍ່ໄດ້ເປັນຜູ້ແທນ.
ຈານແຍ່ທົບທວນຫວນຄືນເລື່ອງສາກໜຶ່ງຂອງການເລືອກຕັ້ງໃນລະບອບຫຸ່ນເຊີດຂອງຕ່າງຊາດມາໃຫ້ທ່ານຜູ້ອ່ານໄດ້ຟັງກໍເພື່ອໃຫ້ສົມທຽບກັບການເລືອກຕັ້ງໃນປັດຈຸບັນ
ແລ້ວຕັດສິນເອົາເອງວ່າອັນໃດເປັນປະຊາທິປະໄຕແທ້, ອັນໃດແມ່ນປະຊາທິປະໄຕປອມຍ້ອມແມວ ?. ແນ່ນອນທຸກຄັ້ງເມື່ອມີການເລືອກຕັ້ງກໍມັກຈະມີສຽງສອດແສດແບບງົມມືດແຜ່ກະຈາຍເຂົ້າມາວ່າການ
ເລືອກຕັ້ງຢູ່ລາວບໍ່ເປັນປະຊາທິປະໄຕ, ອັນໃດກໍແມ່ນຂັ້ນເທິງເລືອກມາ
ໄວ້ລ່ວງໜ້າແລ້ວ. ດັ່ງນັ້ນ ຈຶ່ງບໍ່ເປັນ ໜ້າສົນໃຈ. ຖ້າຍິນແບບນີ້ກໍລອງຖາມໄປຄືນວ່າອັນຢູ່ປະເທດທີ່ຜູ້ສະໝັກພາກັນໂດດຈ້ອງລົງມາສະໝັກ
ແລ້ວຈັດສາກລະຄອນເປັນຄົນໃຈກວ້າງແຈກບໍ່ອັ້ນລ້ຽງບໍ່ອັ້ນຫັ້ນບໍ ເອີ້ນວ່າປະຊາທິປະໄຕ ?.
ໃນຕອນ ເຊົ້າວັນທີ 18 ເດືອນນີ້, ຈານແຍ່ໄດ້ ຟັງການສຳພາດໃນລາຍການ “ຊ່ວຍຄິດຊ່ວຍທຳ” ຂອງໂທລະ ພາບໄທຊ່ອງ 3 ທີ່ເວົ້າເຖິງການ ເລືອກຕັ້ງຢູ່ຕ່າງປະເທດທີ່ພວມໂດ່ງ
ດັງຢູ່ໃນເວລານີ້ ແລະ ກໍໄດ້ຄວາມຮູ້ກ່ຽວກັບປະຊາທິປະໄຕບ້ານເພິ່ນທີ່ ເອີ້ນວ່າສັງຄົມຍອມຮັບ
ແຕ່ກໍມີຕອນໜຶ່ງທີ່ສະດຸດໃຈຈານແຍ່ແຮງ ຄືຕອນທີ່ອາຈານຜູ້ຊ່ຽວຊານດ້ານການເມືອງຕອບວ່າ: ໄຊຊະນະຜູ້ຄູ່ແຂ່ງໃນແຕ່ລະບັ້ນນັ້ນມີຄວາມສຳຄັນໃນການສະສົມຄະແນນສຳລັບຜູ້ສະໝັກ
ແລະ ທັງຈະເປັນການງ່າຍສຳລັບລະດົມທຶນຈາກຜູ້ສະໜັບສະໜູນເພາະຖ້າເຂົາເຊື່ອໃນໄຊຊະນະຂອງຜູ້ສະໝັກຄົນໃດຄົນໜຶ່ງແລ້ວ,
ພວກສະໜັບສະໜູນກໍຈະທຸ່ມເທເງິນຊ່ວຍບໍ່ອັ້ນ. ຢູ່ບ້ານເຮົາເງິນແຮ່ການລົງໂຄສະນາຫາສຽງແມ່ນເງິນຈາກກະເປົາຂອງລັດ...
ຈັ່ງແມ່ນຊາດມັນສະດວກຢະເອີຍ !.
No comments:
Post a Comment