Ad

Ad

26 May 2016

ເຜີຍແຜ່ວຽກງານປະກັນສັງຄົມໃຫ້ສື່ມວນຊົນ

          ສື່ມວນຊົນລາວຈາກຫລາຍພາກສ່ວນປະກອບມີ: ໜັງສືພິມ, ວິທະຍຸ, ໂທລະພາບ ແລະ ວາລະສານຫລາຍກວ່າ 50 ຄົນ, ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ວຽກງານປະກັນ ສັງຄົມ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຂຶ້ນຕື່ມກ່ຽວກັບວຽກງານດັ່ງກ່າວ ແລະ ນຳໄປ ເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເປັນເອກກະພາບ ແລະ ກວ້າງຂວາງ,​ໂດຍສະເພາະແມ່ນຄວາມຮັບຮູ້ດ້ານກົດໝາຍວ່າດ້ວຍປະກັນສັງຄົມ, ການປະກັນສັງຄົມພາກລັດຖະກອນ, ພາກວິສາຫະກິດ, ນອກ ຈາກນີ້ ຍັງໄດ້ລົງເລິກປະເພດການອຸດໝູນຕ່າງໆ ທີ່ຜູ້ປະກັນຕົນຈະໄດ້ຮັບຄື: ອຸດ ໜູນອຸປະຕິເຫດແຮງງານ, ພະຍາດອາຊີບ ຫລື ອຸປະຕິເຫດອື່ນໆ ທີ່ກໍໃຫ້ເກີດເສຍກຳລັງແຮງງານ ຫລື ເສຍອົງຄະ, ອຸດໜູນປິ່ນປົວສຸຂະພາບ, ອອກລູກ, ລຸລູກ, ປ່ວຍການ, ບຳນານ, ເສຍຊີວິດ, ອຸດໜູນສະມາຊິກຄອບຄົວ
ຂອງຜູ້ເສຍ ຊີວິດ ແລະ ອຸດໜູນວ່າງງານ, ຊຶ່ງການປະກັນສັງຄົມຕ້ອງດຳເນີນບົນຫລັກ ການຮັບປະກັນ ປະຕິບັດນະໂຍບາຍ ແລະ ການຄຸ້ມຄອງ, ການສະສົມທຶນ, ການປົກປ້ອງສິດ ແລະ ຜົນ ປະໂຫຍດໃນການອຸດໜູນ, ການສົມທົບທຶນ, ການຄິດໄລ່ເງິນອຸດໜູນ, ຄວາມຍຸຕິທຳ, ໂປ່ງໃສ, ວ່ອງໄວ ແລະ ກວດສອບໄດ້, ເພື່ອແນໃສ່ຮັບປະກັນຜົນປະໂຫຍດດ້ານສະຫວັດດີ ການສັງຄົມ ໃຫ້ແກ່ຜູ້ອອກແຮງງານ, ປົວແປງຊີວິດການເປັນຢູ່ຂອງຜູ້ອອກແຮງງານທັງ ພາກລັດ ແລະ ວິສາຫະກິດໃນຂອບເຂດທົ່ວປະເທດໃຫ້ດີຂຶ້ນເປັນລຳດັບ, ທັງປະກອບ ສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດຂອງຊາດໃຫ້ເຂັ້ມແຂງເທື່ອລະກ້າວ.
          ການເຜີຍແຜ່ວຽກງານປະກັນສັງຄົມຄັ້ງນີ້ ກໍເພື່ອເຮັດໃຫ້ສື່ມວນຊົນມີຄວາມເຂົ້າໃຈ ເລິກ ເຊິ່ງຂຶ້ນຕື່ມ ທັງຮັບປະກັນແກ່ການນຳເອົາວຽກງານດັ່ງກ່າວໄປຜັນຂະຫຍາຍ, ໂຄສະ ນາເຜີຍແຜ່ໃຫ້ສັງຄົມໄດ້ມີຄວາມຮັບຮູ້ຢ່າງຖືກຕ້ອງເປັນເອກກະພາບ, ປະກອບສ່ວນ ພັນທະຂອງຕົນເຂົ້າໃນການປະກັນສັງຄົມຕາມລະບຽບກົດໝາຍກຳນົດໄວ້.

          ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 25 ພຶດສະພານີ້, ທີ່ທ່າລາດ ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ປະເດີມພອນ ສົນທານີ ອຳນວຍການຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ.

No comments:

Post a Comment