Ad

Ad

26 May 2016

ລັດຖະມົນຕີ​ ປ້ອງ​ກັນ​ປະ​ເທດ​ອາ​ຊຽນໄດ້​ຮັບ​ຮອງ​ເອົາຫລາຍບັນ​ຫາ​ສຳ​ຄັນ​ຮ່ວມ​ກັນ

          ບັນດາລັດຖະມົນຕີປ້ອງກັນປະເທດຂອງອາຊຽນເຫັນດີເປັນເອກະພາບຮັບຮອງເອົາຂໍ້ກຳ ນົດວ່າ ດ້ວຍກອງກຳລັງກຽມພ້ອມຂອງອາຊຽນ ເພື່ອການຊ່ວຍເຫລືອດ້ານມະນຸດສະທຳ ແລະ ບັນເທົາທຸກໄພພິບັດ, ສູນແພດທະຫານອາຊຽນ ແລະ ເອກະສານແນວຄວາມຄິດກ່ຽວກັບການສ້າງຕັ້ງໜ່ວຍງານຜູ້ຊ່ຽວຊານທາງ ດ້ານຄວາມໝັ້ນຄົງທາງດ້ານອິນເຕີເນັດ ແລະ ອື່ນໆ ລະຫວ່າງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ X ໄດ້ໄຂຂຶ້ນ ໃນວັນທີ 25 ພຶດສະພານີ້, ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະ ມົນຕີກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາລັດຖະ ມົນຕີປ້ອງກັນປະເທດອາຊຽນ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ທຸກຝ່າຍ ເຂົ້າຮ່ວມ.

          ລະຫວ່າງດຳເນີນກອງປະຊຸມດັ່ງກ່າວ ບັນດາລັດຖະມົນຕີປ້ອງກັນປະເທດຂອງອາຊຽນໄດ້ຮັບຟັງການລາຍ ງານສະພາບການ ແລະ ບັນຫາທີ່ພົ້ນເດັ່ນ ໃນອາຊຽນ, ແລກ ປ່ຽນສະພາບການໃນພາກພື້ນ ແລະ ສາກົນ ພ້ອມ ພິຈາລະນາຮັບຮອງເອົາບັນດາເອກະສານທີ່ສຳຄັນ ທີ່ບັນດາປະເທດສະມາຊິກອາຊຽນໄດ້ສະເໜີ ລວທັງໄດ້ ຮັບຮອງເອົາຂໍ້ກຳນົດວ່າດ້ວຍກອງກຳລັງກຽມ ພ້ອມຂອງອາຊຽນ ເພື່ອການຊ່ວຍເຫລືອດ້ານມະນຸດສະທຳ ແລະ ບັນເທົາທຸກໄພພິບັດ, ສູນແພດທະຫານອາຊຽນ ແລະ ເອກະສານ ແນວຄວາມຄິດກ່ຽວກັບການສ້າງຕັ້ງໜ່ວຍງາ ນຜູ້ຊ່ຽວຊານທາງດ້ານຄວາມໝັ້ນຄົງທາງດ້ານອິນເຕີເນັດ ແລະ ອື່ນໆ.

          ທ່ານ  ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນໄດ້ຈັດຂຶ້ນເປັນຄັ້ງທີ X ໂດຍ ລາວເປັນເຈົ້າແລະ  ເປັນຄັ້ງທຳອິດທີ່ພວກເຮົາຈັດຂຶ້ນໃນຄັ້ງນີ້ ເຊິ່ງເປັນໜຶ່ງໃນ ອົງປະກອບທີ່ສຳຄັນຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ເຮັດໃຫ້ພາກພື້ນມີຄວາມສະຫງົບ ແລະ ພັດທະນາຢ່າງຕໍ່ເນື່ອງ ພ້ອມນັ້ນ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ມີຜົນສຳເລັດໃນການ ນຳເອົາບັນດາປະເທດ ໃນພາກພື້ນ ເຂົ້າມາຮ່ວມປຶກສາຫາລື ແລະ ຮ່ວມມືການ ເພື່ອສົ່ງເສີມຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ແນໃສ່ຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງຢູ່ພາກພື້ນ ແລະ ອາຊຽນ.

No comments:

Post a Comment