ກົມອຸຕຸນິຍົມ
ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 2-5 ມີຖຸນານີ້, ບໍລິເວນຄວາມກົດດັນອາກາດຕ່ຳຈາກພາກໃຕ້ຂອງປະເທດຈີນ
ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກຳລັງອ່ອນ, ເຊິ່ງຈະເຮັດໃຫ້ອາກາດຍັງຮ້ອນຂຶ້ນໃນແຕ່ລະພາກ ແລະ
ຝົນຕົກໜ້ອຍລົງ,
ຢູ່ບາງທ້ອງຖິ່ນ. ສຳລັບພາກເໜືອດ້ານຕາເວັນອອກ:
ຝົນຈະຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 30-32
ອົງສາ. ສ່ວນພາກເໜືອດ້ານຕາເວັນຕົກ: ອຸນຫະພູມຈະຮ້ອນຂຶ້ນ ແລະ
ຝົນຈະຫລຸດລົງເປັນສ່ວນໃຫຍ່. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 35-37 ອົງສາ ແລະ
ໃນນະຄອນຫລວງວຽງຈັນ: ຝົນຈະຕົກໜ້ອຍລົງເຊັ່ນກັນ, ອຸນຫະພູມຈະຮ້ອນຂຶ້ນເລັກນ້ອຍຄື: ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 35-37
ອົງສາ.
ພາກກາງ:
ຝົນຈະຫລຸດລົງ,
ເຊິ່ງຈະຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ
ອາກາດຈະຮ້ອນຂຶ້ນຕື່ມອີກ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 35-37 ອົງສາ, ສ່ວນພາກໃຕ້ ກໍເຊັ່ນດຽວກັນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ
ສູງສຸດ 35-37 ອົງສາ. ດັ່ງນັ້ນ ຈຶ່ງເຕືອນປະຊາຊົນຢູ່ແຕ່ລະທ້ອງຖິ່ນ
ໃຫ້ລະມັດລະວັງຕໍ່ການປ່ຽນແປງຂອງສະພາບອາກາດດັ່ງກ່າວເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ການດຳລົງຊີວິດ
ແລະ ສຸຂະພາບຂອງຕົນ,
ໂດຍສະເພາະແມ່ນການຕິດເຊື້ອພະຍາດຕ່າງໆຕາມລະດູການ.
No comments:
Post a Comment