Ad

Ad

2 June 2016

ຫົວເຫວີຍ ເປີດຈຳໜ່າຍຜະລິດຕະພັນໃໝ່ສະຫລອງວັນເດັກສາກົນ

          ໃນວັນທີ 1 ມີຖຸນານີ້, ບໍລິສັດ ຫົວເຫວີຍ ໄດ້ເປີດຈຳໜ່າຍຜະ ລິດຕະພັນໃໝ່ຂອງຕົນຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນ ຫລວງວຽງຈັນ, ກ່ອນຈະມີການນຳສະເໜີຜະລິດຕະພັນດັ່ງກ່າວຢ່າງເປັນທາງການໃນວັນທີ 4 ມີຖຸນານີ້, ເຊິ່ງພິທີດັ່ງກ່າວ ທາງບໍລິສັດ ຫົວເຫວີຍ ຍັງໄດ້ວາງຈຳໜ່າຍຜະລິດຕະພັນໃໝ່ ກໍຄືໂທລະສັບມືຖືຫົວເຫວີຍ ພີ9 (Huawei P9) ໃນລາຄາ 3.990.000 ກີບ, ພ້ອມທັງໂປຼໂມຊັນທີ່ຫລາກຫລາຍ. ນອກຈາກນີ້ ຍັງມີເຄື່ອງສົມມະນາບຸນຄຸນ ເປັນຕົ້ນ ເສື້ອຢືດ ແລະ ອື່ນໆຢ່າງຫລວງຫລາຍ. ສຳລັບໂທລະສັບມືຖືຮຸ້ນໃໝ່ນີ້ ໄດ້ເພີ່ມພະລັງຂອງແບັດຕາລີຫລາຍຂຶ້ນ, ເຊິ່ງສາມາດຫລີ້ນໄດ້ເຖິງ 7 ວັນຕິດຕໍ່ກັນ ແລະ ຍັງມີກ້ອງຖ່າຍຮູບ 2 ເລນ ເຮັດໃຫ້ຮູບທີ່ຖ່າຍອອກມາຄົມຊັດຂຶ້ນກວ່າເກົ່າຫລາຍເທົ່າ.


          ນອກຈາກການເປີດຈຳໜ່າຍຜະລິດຕະພັນໃໝ່ແລ້ວ ຫົວເຫວີຍ ຍັງໄດ້ຮ່ວມກັບໂຮງສາຍຮູບເງົາ ເມເຈີ ຈັດຫລາຍກິດຈະກຳໃຫ້ເດັກນ້ອຍ ແລະ ຜູ້ໃຫຍ່ທີ່ເຂົ້າຮ່ວມງານວັນເດັກທີ່ສູນການຄ້າວຽງຈັນເຊັນເຕີ ເປັນຕົ້ນ ເດັກນ້ອຍອາຍຸ 5-12 ປີ ແມ່ນເຂົ້າຊົມຮູບເງົາເລື່ອງຕ່າງໆ ໂດຍບໍ່ເສຍຄ່າ, ພ້ອມທັງແຈກຢາຍເຂົ້າໜົມ ແລະ ເຄື່ອງຫລີ້ນຕ່າງໆ ອີກດ້ວຍ.

No comments:

Post a Comment