Ad

Ad

1 June 2016

ນາຍົກລັດຖະມົນຕີສົ່ງສານອວຍພອນວັນເດັກສາກົນ

          ເນື່ອງໃນໂອກາດວັນເດັກນ້ອຍສາກົນ ທີ 1 ມິຖຸນາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງເດັກນ້ອຍລາວທຸກຖົ່ວໜ້າໃນທົ່ວປະເທດ ໂດຍມີເນື້ອໃນໂດຍຫຍໍ້ວ່າ: ມື້ນີ້ວັນທີ 1 ມິຖຸນາ 2016 ເປັນວັນເດັກສາກົນ, ຢຸດຕິການໃຊ້ຄວາມຮຸນແຮງຕໍ່ເດັກ, ທັງເປັນວັນປູກຕົ້ນໄມ້ແຫ່ງຊາດ ພວກເຮົາພ້ອມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ເພື່ອທົບທວນ ຄືນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດເຮົາທີ່ມີຕໍ່ເດັກນ້ອຍລາວບັນດາເຜົ່າ ແລະ ສົນທິສັນຍາສິດທິເດັກ ເຊິ່ງເວລາໃດ ພັກ-ລັດຖະບານ ກໍໄດ້ເອົາໃຈໃສ່ໃນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມວຽກງານແມ່ ແລະ ເດັກໃນຂອບເຂດທົ່ວປະເທດ  ດ້ວຍການສົ່ງເສີມສຸຂະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ,
ພັດທະນາເດັກຢ່າງ ຮອບດ້ານຕາມແນວທາງນະໂຍບາຍຂອງພັກ-ລັດ. ຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ ລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ 4 ສິດພື້ນຖານຂອງເດັກຄື: (1). ສິດທິໃນການຢູ່ລອດໄດ້ສຸມໃສ່ວຽກສັກຢາກັນພະຍາດ, ວຽກໂພຊະນາການ, ວຽກສຸຂະອະນາໄມ, ນໍ້າສະອາດ ແລະ ວິດຖ່າຍ ອັນໄດ້ເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກຫຼຸດລົງ; (2). ສິດທິໃນການພັດທະນາ ດ້ານການສຶກສາ ແລະ ກິລາ ສາມາດບັນລຸໄດ້ເປົ້າໝາຍສະຫັດສະວັດດ້ານການພັດທະນາກ່ຽວກັບອັດຕາການເຂົ້າຮຽນຂອງເດັກກວມ 98,7%, ອັດຕາການຮຽນຂອງເດັກເພີ່ມຂຶ້ນ; (3). ສິດທິໃນການປົກປ້ອງເດັກ ພວກເຮົາໄດ້ມີກົດໝາຍ ແລະ ນິຕິກຳຕ່າງໆ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ການພັດທະນາ ແລະ ປົກປ້ອງແມ່ຍິງ, ຄອບຄົວ, ແຮງງານ, ມູນມໍລະດົກ, ສັນຊາດ, ອາຍາ, ດຳເນີນຄະດີອາຍາ... ພ້ອມນັ້ນໄດ້ຈົດທະບຽນການເກີດຂອງເດັກກວມ 75%, ໄດ້ສໍາຫຼວດດັດຊະນີໝາຍສັງຄົມ, ສໍາຫຼວດການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ໄດ້ສໍາຫຼວດການໃຊ້ແຮງງານເດັກ; (4). ສິດທິໃນການມີສ່ວນຮ່ວມຂອງເດັກ ໄດ້ເຂົ້າຮ່ວມກິດຈະກໍາຕ່າງໆໃນສັງຄົມ, ແລກປ່ຽນຕຳຄິດຕຳເຫັນໃນຂະບວນການພັດທະນາ ແລະ ຮັບຟັງຕຳຄິດຕຳເຫັນຂອງຜູ້ໃຫ່ຍ. ນອກນັ້ນຍັງໄດ້ເຂົ້າຮ່ວມສ້າງຂະບວນການຜ່ານສື່ຕ່າງໆໃນຫຼາຍຮູບແບບ ແລະ ວິທີການ ເພື່ອປຸກລະດົມທົ່ວສັງຄົມຮ່ວມໃຈຢຸດໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ອື່ນໆ.
          ຕໍ່ຜົນສຳເລັດດັ່ງກ່າວ, ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍສັນລະເສີນມາຍັງຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ແລະ ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານແມ່ ແລະ ເດັກ ກໍຄືວຽກສິດທິເດັກ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ຂໍສະແດງຄວາມຂອບ ໃຈມາຍັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນ ຕະຫຼອດຮອດອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນລາວໃນວຽກງານດັ່ງກ່າວ ແລະ ຫວັງວ່າຈະສືບຕໍ່ໃຫ້ການສະໜັບສະໜູນໃນຕໍ່ໜ້າ.
          ຜົນສຳເລັດທີ່ກ່າວມານັ້ນ ໄດ້ເປັນພື້ນຖານອັນໜັກແໜ້ນ ແຕ່ພວກເຮົາກໍຍັງຜະເຊີນກັບອຸປະສັກ ແລະ ສິ່ງທ້າທາຍຫຼາຍປະການ ເປັນຕົ້ນບັນຫາໂພຊະນາການ ອັນເປັນສາເຫດໃຫ້ເດັກຈຳນວນໜຶ່ງບໍ່ໄດ້ມາດຖານດ້ານນໍ້າໜັກ ແລະ ລວງສູງ, ອັດຕາການຕາຍຂອງແມ່ ແລະ ເດັກ, ອັດຕາບໍ່ໄດ້ເຂົ້າຮຽນຂອງເດັກຍັງມີຈຳນວນໜຶ່ງ, ບັນຫານໍ້າສະອາດ ແລະ ວິດຖ່າຍຍັງບໍ່ທັນທົ່ວເຖິງໝົດ. ພ້ອມກັນນີ້, ພວກເຮົາຍັງຜະເຊີນກັບປາກົດການຫຍໍ້ທໍ້ໃນສັງຄົມຈຳນວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ເປັນ ຕົ້ນບັນຫາຢາເສບຕິດ, ການທາລຸນ ແລະ ໃຊ້ຄວາມຮຸນແຮງຕໍ່ເດັກໃນຫຼາຍຮູບແບບ, ການໄປອອກ ແຮງງານທີ່ຜິດກົດໝາຍ ອັນເປັນສາເຫດໃນການຕົກເປັນເຫຍື່ອຂອງການຄ້າຂາຍເດັກ, ຄ້າປະເວນີເດັກ ກໍຄືການຄ້າມະນຸດຕິດພັນກັບການຂູດຮີດແຮງງານ ແລະ ອື່ນໆ.

          ຕໍ່ໜ້າສະພາບດັ່ງກ່າວ, ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນນີ້ ລັດຖະບານໄດ້ກໍານົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ. ສະນັ້ນ ການເຂົ້າຮ່ວມຂອງເດັກໃນການປູກຕົ້ນໄມ້ແຕ່ລະປີ ກໍຄືປີນີ້ ສຸດທີ່ມີຄວາມໝາຍສຳຄັນ ເພື່ອສ້າງສະຕິຮັກ, ຫວງແຫນໃນການປົກປັກຮັກສາ, ພັດທະນາປ່າໄມ້, ສິ່ງແວດລ້ອມທໍາມະຊາດໃຫ້ແກ່ເດັກ ແລະ ໄວໜຸ່ມ. ຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ ພວກເຮົາມີພັນທະໃນການສ້າງບົດລາຍງານແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກຢູ່ ສປປ ລາວ ໄລຍະທີ 3-6 (1996-2015) ເພື່ອສົ່ງໃຫ້ສະຫະປະຊາຊາດ ໃນວັນທີ 06 ທັນວາ 2016 ແລະ ໃນປີີນີ້ ເປັນປີຄົບຮອບ 25 ປີ ຂອງການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກຢູ່ ສປປປ ລາວ. ຕາງໜ້າໃຫ້ລັດຖະບານ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຫົວໜວ່ຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຕະຫຼອດເຖິງປະຊາຊົນບັນດາເຜົ່າທຸກທົ່ວໜ້າ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດພັນທະສາກົນ, ກົດໝາຍພາຍໃນ ແລະ ບັນດານິຕິກຳ, ຍຸດທະສາດແຫ່ງຊາດ, ແຜນດຳເນີນງານແຫ່ງຊາດ ທີ່ກ່ຽວຂ້ອງກັບວຽກງານແມ່ ແລະ ເດັກ ເພື່ອຮັບປະກັນຄວາມຢູ່ລອດ, ການປົກປ້ອງ, ການມີສ່ວນຮ່ວມ ແລະ ການພັດທະນາ ຜູ້ທີ່ເປັນລູກຫຼານຂອງພວກເຮົາໃນມື້ນີ້ໃຫ້ເປັນໄວເດັກທີ່ເຕັມໄປດ້ວຍຄວາມສຸກ, ສຸຂະພາບແຂງແຮງ, ມີຄວາມອົບອຸ່ນຈາກພໍ່ແມ່, ການຈັດຕັ້ງ ແລະ ສັງຄົມ ແນໃສ່ພັດທະນາເດັກໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ມີຄວາມຮູ້, ຄວາມສາມາດ ເພື່ອເຮັດໜ້າທີ່ເປັນຜູ້ສືບທອດປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ກ້າວໄປສູ່ເສັ້ນທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ຢາກເຮັດໄດ້ແນວນັ້ນ, ພວກເຮົາຕ້ອງເຊີດຊູຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວລັດ, ທົ່ວສັງຄົມ ພາຍໃຕ້ການນຳພາຂອງພັກ ແລະ ບຸກທະລຸໄປສູ່ເປົ້າໝາຍແຫ່ງໄຊຊະນະ.

No comments:

Post a Comment