Ad

Ad

1 June 2016

ລັດວິສາຫະກິດໄຟຟ້າລາວ ຂໍສະແດງຄວາມຮັບຜິດຊອບຕໍ່ຫາງສຽງຄ່າໄຟຟ້າແພງຂຶ້ນຜິດປົກກະຕິ

          ໃນຕອນແລງຂອງວັນທີ 30 ພຶດສະພາ 2016 ນີ້, ທ່ານ ສີສະຫວາດ ທິຣະວົງ ຜູ້ອຳນວຍ ການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ບັນນາທິການ ຂ່າວສານປະເທດລາວ ເພື່ອສະແດງຄວາມຮັບຜິດຊອບ ຕໍ່ກໍລະນີຄ່າໄຟຟ້າແພງຂຶ້ນຢ່າງຜິດປົກກະຕິວ່າ: ນັ້ນ ບໍ່ແມ່ນຍ້ອນການຂຶ້ນລາຄາຂອງໄຟຟ້າໂດຍລຳພັງ, ຊຶ່ງແມ່ນຍ້ອນຄວາມຜິດພາດ ທາງດ້ານເຕັກນິກການພິມໃບເກັບເງິນຄ່າໄຟຟ້າປະຈຳເດືອນຂອງລັດວິສາຫະກິດໄຟຟ້າລາວເອງທີ່ບໍ່ແທດເໝາະກັບບໍລິມາດການນຳໃຊ້ກະແສໄຟຟ້າຕົວຈິງ ແລະ ຍ້ອນຄວາມລະເລີງຕໍ່ຫນ້າທີ່ວຽກງານ ຂອງພະນັກງານຈຳນວນຫນຶ່ງ, ບວກກັບສະພາບອາກາດຮ້ອນແຮງຂຶ້ນ ໄດ້ເຮັດໃຫ້ການນຳໃຊ້ກະແສໄຟຟ້າຂອງສັງຄົມເພີ່ມຫລາຍຂຶ້ນສອງເທົ່າເມື່ອທຽບກັບໄລຍະ
ປົກກະຕິ,ຈິ່ງເຮັດ ໃຫ້ມີຫາງສຽງຕ່າງໆຂອງສັງຄົມເກີດຂຶ້ນ ແລະ ຕໍ່ບັນຫານີ້ທ່ານ ຜູ້ອຳນວຍການໃຫຍ່ກໍໄດ້ສະແດງຄວາມຂໍໂທດຢ່າງຈິງໃຈຕໍ່ ຜູ້ນຳໃຊ້ໄຟຟ້າ ແລະສັງຄົມວ່າ: ໃນນາມຜູ້ຮັບຜິດຊອບລັດວິສາຫະກິດໄຟຟ້າລາວຈະອອກແຮງກໍ່ສ້າງວຽກງານຕົນໃຫ້ມີຄຸນນະພາບ ແລະ ປະສິດທິຜົນດີຂຶ້ນ ເພື່ອຮັບໃຊ້ປະຊາຊົນ ແລະ ສັງຄົມໃຫ້ດີຂຶ້ນກ່ວາເກົ່າ, ຊຶ່ງສະເພາະຫນ້ານີ້ໂດຍປະຕິບັດຕາມຕຳສັ່ງແນະນຳຂອງທ່ານລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຈັດຕັ້ງກັນລົງກວດກາສະພາບຄວາມເປັນຈິງຂອງກົງເຕີໄຟຟ້າຢູ່ແຕ່ລະຄົວເຮືອນທີ່ມີການສົງໃສໃຫ້ສຳເລັດ ແລະ ແກ້ໄຂໃຫ້ຖືກຕ້ອງເພື່ອບໍ່ອັບປະໂຫຽດຂອງທັງສອງຝ່າຍຄືຜູ້ສະຫນອງ ແລະ ຜູ້ຊົມໃຊ້ໄຟຟ້າຊຶ່ງປັດຈຸບັນ ໄຟຟ້າລາວໄດ້ລົງສົມທົບກັບໄຟຟ້ານະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ເລີ່ມລົງກວດກາໃນເບື້ອງຕົ້ນ ແລະ ສາມາດແກ້ໄຂຄວາມຜິດພາດ ເກີດຂຶ້ນຕໍ່ ຜູ້ໃຊ້ໄຟຟ້າແລ້ວເກືອບ 50 ກໍລະນີ, ໃນນັ້ນຫລາຍກ່ວາຫມູ່ແມ່ນຢູ່ເມືອງ ສີໂຄດຕະບອງ, ຖັດລົງມາແມ່ນເມືອງຈັນທະບູລີ ແລະ ເມືອງສີສັດຕະນາກ, ຕໍ່ມາແມ່ນເມືອງ ໄຊເສດຖາ. ທ່ານ ຜູ້ອຳນວຍການເວົ້າເນັ້ນວ່າ: ໃນໂອກາດນີ້ກໍຂໍຮຽກຮ້ອງໃຫ້ປະຊາຊົນຜູ້ໃຊ້ໄຟຟ້າທີ່ເຫັນວ່າບິນເກັບເງິນຄ່າກະແສໄຟຟ້າທີ່ມີຄວາມຜິດປົກກະຕິດັ່ງກ່າວກໍຈົ່ງຮີບຮ້ອນນຳເຂົ້າມາສະເຫນີຕໍ່ຂະແຫນງກ່ຽວຂ້ອງຂອງລັດວິສາຫະກິດໄຟຟ້າລາວໂດຍໄວ ແລະ ພ້ອມນີ້ເບື້ອງຄະນະກວດກາສະເພາະກິດກໍຈະລົງກວດກາຄວາມເປັນຈິງດັ່ງກ່າວໃຫ້ສຳເລັດໂດຍໄວທີ່ສຸດ ເພື່ອບໍ່ໃຫ້ມີຫາງສຽງທີ່ບໍດີ ເກີດຂຶ້ນ ແລະ ໃນຂະນະດຽວກັນກໍໄດ້ຕັກເຕືອນໃຫ້ພະນັກງານໄຟຟ້າຈໍານວນໜື່ງຈົ່ງ ມີການປະພຶດທີ່ດີຕໍ່ປະຊາຊົນຜູ້ມາໃຊ້ບໍລິການໃຫ້ດີກ່ວາເກົ່າ.
          ທ່ານຜູ້ອຳນວຍການໃຫຍ່ ເວົ້າຢໍ້າວ່າ: ນີ້ໄດ້ເປັນບົດຮຽນອັນເລິກເຊິ່ງຕໍ່ກັບຂະແຫນງ ໄຟຟ້າພວກເຮົາ, ດັ່ງນັ້ນໃນສະເພາະຫນ້າ ແລະ ຍາວນານ ທາງລັດວິສາຫະກິດໄຟຟ້າລາວ ກໍຈະສຸມໃສ່ປັບປຸງຕົນເອງຢ່າງຮອບດ້ານໃຫ້ສົມກັບວ່າເປັນຜູ້ຮັບໃຊ້ປະຊາຊົນຢ່າງແທ້ຈິງ ແລະ ສະເພາະຫນ້ານີ້ ທາງລັດວິສາຫະ ກິດໄຟຟ້າລາວ ຈະຫັນໄປນຳໃຊ້ກົງເຕີນັບໄຟທີ່ທັນສະໄຫມເພື່ອການຈົດນັບ ແລະ ລາຍງານການນຳໃຊ້ໄຟຟ້າຂອງປະຊາຊົນໄດ້ຢ່າງວ່ອງໄວທັນການ ແລະ ມີຄວາມຖືກຕ້ອງຊັດເຈນສູງ, ເພື່ອຫລີກເວັ້ນການຈົດນັບຂອງພະນັກງານ ຊຶ່ງອາດກໍໃຫ້ເກີດຄວາມຜິດພາດຕ່າງໆ ເກີດຂຶ້ນກໍເປັນໄດ້.

          ທ່ານຜູ້ອຳນວຍການໃຫຍ່ ແຈ້ງໃຫ້ຮູ້ວ່າ: ໃນໄລຍະສະພາບອາກາດຮ້ອນແຮງນີ້ທາງໄຟຟ້າລາວໄດ້ເກື້ອກູນຂອງຍອດຜູ້ນຳໃຊ້ໄຟຟ້າແຕ່ 0-25 ກິໂລວັດໂມງ ເປັນມູນຄ່າຫລາຍກ່ວາ 154 ຕື້ກີບໃນປີ 2015 ແລະ ຄິດປະມານເພີ່ມຂື້ນເປັນ 180 ຕື້ກີບ ໃນປີ 2016 ແລະ ເກື້ອກູນການຜະລິດກະສິກຳ (ຊົນລະປະທານ) ຫລາຍເຖິງ 9,8 ຕື້ກີບ ໃນຂະນະທີ່ຍອດຜູ້ນໍາໃຊ້ກະແສໄຟຟ້າແຕ່ລະປີເພີ່ມຂຶ້ນປະມານ 2 ເທົ່າຕົວ ໃນເດືອນ 4-5 ຖ້າທຽບໃສ່ເດືອນ 3 ຜ່ານມາຂອງປີນີ້  ແລະ ມີກຳລັງການຊົມໃຊ້ສູງເຖິງ 1.008 ເມກາວັດ, ໃນນັ້ນຂົງເຂດອຸດສາຫະກຳກວມເອົາປະມານ 51% ຂອງການຊົມໃຊ້ໄຟຟ້າທັງຫມົດ ແລະ ປັດຈຸບັນທົ່ວປະເທດເຮົາມີເຂື່ອນ ແລະ ໂຮງຜະລິດໄຟຟ້າທັງຫມົດ 46 ແຫ່ງລວມມີກຳລັງຕິດຕັ້ງທັງໝົດ 6.308 ເມກາວັດ ແຕ່ຜະລິດໄຟຟ້າຮັບໃຊ້ພາຍໃນປະເທດພຽງແຕ່ 2.100 ເມກາວັດ ຊື່ງເປັນເຂື່ອນຂອງເອກະຊົນ ແລະ ບໍລິສັດຜະລິດໄຟຟ້າລາວມະຫາຊົນ, ໃນຊ່ວງລະດູແລ້ງສາມາດຜະລິດໄຟໄດ້ພຽງແຕ່ 700 ເມກາວັດ  ດັ່ງນັ້ນ ຈະຕ້ອງໄດ້ຊື້ກະແສໄຟຟ້າຈາກປະເທດໄທ, ສສ ຫວຽດນາມ ແລະ ສປ ຈີນຕື່ມອີກປະມານ 300 ເມກາວັດ ເພື່ອໃຫ້ສາມາດຕອບສະຫນອງຄວາມຕ້ອງການຂອງການຊົມໃຊ້ຢູ່ພາຍໃນປະເທດ ແລະ ມາຮອດປັດຈຸບັນມີຫລາຍກ່ວາ 91% ຂອງຄົວເຮືອນໃນທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າປົກກະຕິແລ້ວ, ໃນນັ້ນ 91% ແມ່ນຢູ່ພາຍໃຕ້ການຄຸ້ມຄອງຜະລິດຂອງລັດວິສາຫະກິດໄຟຟ້າລາວ, ແລະ ມີພຽງແຕ່0,1% ແມ່ນຂຶ້ນກັບການຄຸ້ມຄອງຂອງແຂວງ ແລະ ບາງອົງການທີ່ກ່ຽວຂ້ອງອື່ນໆ. 

1 comment:

  1. 1. ແກ້ໄຂແນວໃດ, (ຜິດພາດ ທາງດ້ານເຕັກນິກ????) ເປັນຄຳເວົ້າທີ່ບໍ່ມີຄວາມຮັບຜິດຊອບ, ຂໍອະໄພທີ່ເວົ້າກົງໄປກົງມາ... ໃນນາມລັດວິສາຫະກິດ ທີ່ມີຫຸ້ນ ແລະ ດຳເນີນການມາຕັ້ງແຕ່ມີປະເທດລາວ ເລີ່ມໄຊ້ໄຟຟ້າ.. ປະໂຫຍກນີ້ ຖືວ່າ ບໍ່ຖືກຕ້ອງ..ແລະ ບໍ່ສົມເປັນຄຳເວົ້າຂອງຜູ້ອຳນວຍການໃຫຍ່
    ບ້ານຂ້ອຍ ກະບໍ່ມີແອ ມີພັດລົມ 3 ໜ່ວຍ
    ກະໄຊ້ແບບນັ້ນ ມາຕະຫລອດ 15 ປີ. ຄ່າໄຟ ຈາກ 2 ແສນ, ເພີ່ມເປັນ 4 ແສນ.
    ຍ້ອນວ່າໄຊ້ໄຟຫລາຍ. ກະບໍ່ໄດ້ຕໍ່ເຕີມຫຍັງ ເຮືອນກະຫລັງເກົ່າ, ແຖມ ປົດໄຟເຄື່ອງເຢັນອື່ນໆ ທີ່ບໍ່ຈຳເປັນ
    ຄ່າໄຟຍັງເພີ່ມຂຶ້ນ... ນີ້ເປັນພຽງສ່ວນນ້ອຍ ຂອງຄອບຄົວໜຶ່ງ ຖ້າເບີ່ງພາບກວ້າງ ຕ້ອງເບີ່ງໃຫ້ຫລາຍກວ່າເກົ່າ.

    ReplyDelete